ທີ່ກອງປະຊຸມ, ຫົວໜ້າຄະນະຜູ້ແທນຊາຍແດນ 2 ປະເທດໄດ້ແລກປ່ຽນ ແລະ ເປັນເອກະພາບຄວາມຮັບຮູ້ລວມກ່ຽວກັບໜ້າທີ່ການຮ່ວມມືປີ 2026
ແຕ່ວັນທີ 25 – 27 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ໄດ້ຈັດກອງປະຊຸມປະຈຳປິຄັ້ງທີ 34 ລະຫວ່າງ 2 ຄະນະຜູ້ແທນເຂດຊາຍແດນ ຫວຽດນາມ - ລາວ.
ໃນ 2 ປີ 2024 – 2025, ຄະນະນັກວິຊາການປະສົມຊາຍແດນ ຫວຽດນາມ - ລາວ ໄດ້ດຳເນີນການສຳຫຼວດຕົວຈິງ 10 ຄັ້ງ, ແກ້ໄຂບັນດາບັນຫາເກີດຂຶ້ນຢູ່ເຂດຊາຍແດນຢ່າງທັນການ. 2 ຝ່າຍກໍ່ສົມທົບກັນປະຕິບັດວຽກງານຄຸ້ມຄອງ ແລະ ປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍ; ຄຸ້ມຄອງບັນດາການເຄື່ອນໄຫວກໍ່ສ້າງກິດຈະກຳໃນເຂດຊາຍແດນ ຖືກຕາມສັນຍາປີ 2016.
ທີ່ກອງປະຊຸມ, ຫົວໜ້າຄະນະຜູ້ແທນຊາຍແດນ 2 ປະເທດໄດ້ແລກປ່ຽນ ແລະ ເປັນເອກະພາບຄວາມຮັບຮູ້ລວມກ່ຽວກັບໜ້າທີ່ການຮ່ວມມືປີ 2026 ໃນບັນດາວຽກງານ ຄື: ການຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນ; ປ້ອງກັນ, ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມໝັ້ນຄົງດ້ານສັງຄົມເຂດຊາຍແດນ; ຊຸກຍູ້ການຮ່ວມມືດ້ານການຄ້າ, ພັດທະນາ 2 ຟາກເຂດຊາຍແດນ…
2 ຝ່າຍໄດ້ເປັນເອກະພາບເລີ່ມປະຕິບັດວຽກງານກະກຽມການຮ່ວມກວດກາເສັ້ນຊາຍແດນ ແລະ ຫຼັກໝານຊາຍແດນໃຫ້ມີປະສິດທິຜົນ ຕາມຂໍ້ກຳນົດຂອງອະນຸສັນຍາກ່ຽວກັບເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນລົງວັນທີ 16 ມີນາ 2016 ແລະ ສັນຍາ 2016; ດຳເນີນການປັບປຸງ, ເພີ່ມເຕີມສັນຍາ 2016 ໃຫ້ສອດຄ່ອງກັບສະພາບການໃໝ່ກວ່າອີກ.
(ແຫຼ່ງຄັດຈາກ VOV)