• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊຽນ

ຫວຽດນາມ ປະກອບສ່ວນສ້າງອະນາຄົດຂອງອາຊີຕາເວັນອອກສ່ຽງໃຕ້

ໃນສະພາບການພາກພື້ນ ແລະໂລກທີ່ມີການຜັນແປຢ່າງວ່ອງໄວ, ບົດບາດຂອງຫວຽດນາມ ໃນສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ກຳລັງປ່ຽນຈາກການເຂົ້າຮ່ວມຢ່າງຕັ້ງໜ້າໄປສູ່ການຮ່ວມມືສ້າງຍຸດທະສາດພັດທະນາໃນພາກພື້ນ. ການປະກອບສ່ວນກ່ຽວກັບການສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ການເຊື່ອມຕໍ່ ແລະສະຖຽນລະພາບພາຍໃນກຸ່ມກຳລັງສ້າງຂີດໝາຍທີ່ຊັດເຈນຂອງຫວຽດນາມ ໃນຂະບວນການສ້າງວິໄສທັດປະຊາຄົມອາຊຽນ 2045.
ການສ້າງວິໄສທັດໃນໄລຍະໃໝ່

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ທີ່ປະເທດຟີລິບປິນ ເຊິ່ງຈັດຂຶ້ນໃນອາທິດທີ່ຜ່ານມາໃນສະພາບແວດລ້ອມສາກົນ ແລະພາກພື້ນ ສືບຕໍ່ຜັນແປຢ່າງສັບສົນ, ນັບແຕ່ການແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ເຖິງຜົນກະທົບທາງດ້ານພະລັງງານ, ລະບົບຕ່ອງໂສ້ສະໜອງ ແລະເສດຖະກິດທົ່ວໂລກ. ຈາກນັ້ນ, ກອງປະຊຸມບໍ່ພຽງແຕ່ສຸມໃສ່ແກ້ໄຂສິ່ງທ້າທາຍໃນຕໍ່ໜ້າເທົ່ານັ້ນ ຫາກຍັງມີຄວາມໝາຍເລີ່ມຕົ້ນໃຫ້ແກ່ຂະບວນການຫັນວິໄສທັດປະຊາຄົມອາຊຽນ 2045 ໃຫ້ປະກົດຜົນເປັນຈິງ - ຍຸດທະສາດກໍານົດທິດພັດທະນາໄລຍະຍາວຂອງພາກພື້ນໃນຫຼາຍທົດສະວັດຕໍ່ໜ້າ.

ພາບລວມຂອງກອງປະຊຸມຄົບຄະນະຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 48. ພາບ: VNA

ໃນຊຸມປີຜ່ານມາ, ບົດບາດຂອງຫວຽດນາມ ກຳລັງພົ້ນເດັ່ນຂຶ້ນດ້ວຍການຫັນປ່ຽນທີ່ໜ້າສັງເກດ. ກ່ອນໜ້ານີ້, ຫວຽດນາມ ເປັນທີ່ຍອມຮັບວ່າ ເປັນສະມາຊິກທີ່ຕັ້ງໜ້າເຂົ້າຮ່ວມກົນໄກການຮ່ວມມື,  ແຕ່ມາໃນປັດຈຸບັນ, ຫວຽດນາມ ກຳລັງສະແດງໃຫ້ເຫັນບົດບາດຂອງຜູ້ຮ່ວມສ້າງ, ປະກອບສ່ວນກຳນົດບູລິມະສິດຍຸດທະສາດ ແລະວິທີເຂົ້າເຖິງພັດທະນາຂອງກຸ່ມ. ຕໍ່ໜ້າຜົນກະທົບຢ່າງກວ້າງຂວາງຂອງຄວາມບໍ່ໝັ້ນຄົງຈາກພາຍນອກ, ພິເສດແມ່ນອິດທິພົນຂອງການປະທະກັນຢູ່ຕາເວັນອອກກາງ ຕໍ່ລະບົບຕ່ອງໂສ້ສະໜອງພະລັງງານທົ່ວໂລກ, ຫວຽດນາມ ໄດ້ເປັນເຈົ້າການສະເໜີຫຼາຍຂໍ້ລິເລີ່ມເພື່ອແນໃສ່ເພີ່ມທະວີຄວາມສາມາດຕ້ານທານຂອງກຸ່ມ.

ໃນນັ້ນ, ແນວຄວາມຄິດຂອງການສ້າງຕັ້ງກອງທຶນສຳຮອງນ້ຳມັນຍຸດທະສາດຂອງອາຊຽນ ໄດ້ຮັບການຕີລາຄາວ່າ ແມ່ນວິທີເຂົ້າເຖິງທີ່ມີລັກສະນະເປັນໝູ່ຄະນະຕໍ່ກັບບັນຫາຄວາມໝັ້ນຄົງດ້ານພະລັງງານ, ຜ່ານນັ້ນປະກອບສ່ວນເຂົ້າໃນການຫຼຸດຜ່ອນການເພິ່ງພາອາໄສແຫຼ່ງສະໜອງຈາກພາຍນອກ.

ໃນສະພາບການທີ່ອາຊຽນ ໄດ້ຮັບຜົນກະທົບນັບມື້ນັບເລິກເຊິ່ງຈາກການແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່, ການຮັກສາຄວາມສາມັກຄີພາຍໃນກຸ່ມໄດ້ກາຍເປັນເງື່ອນໄຂທີ່ມີຄວາມສຳຄັນ ເພື່ອຮັບປະກັນບົດບາດໃຈກາງຂອງອາຊຽນ. ໃນຂະບວນການນີ້, ຫວຽດນາມ ໄດ້ຮັບການຕີລາຄາວ່າ ສວມບົດບາດເປັນຜູ້ໄກ່ເກ່ຍທີ່ສຳຄັນ.

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແມ່ນໜຶ່ງໃນສອງກອງປະຊຸມປະຈຳປີຂອງການນຳອາຊຽນ ໃນປີ 2026. ພາບ: VGP

ຫວຽດນາມ ຢຶດໝັ້ນວິທີເຂົ້າເຖິງຢ່າງມີໄຫວພິບ ແຕ່ກໍ່ມີຄວາມສະເໝີຕົ້ນສະເໝີປາຍກ່ຽວກັບຫຼັກການ, ພິເສດແມ່ນຫຼັກການຂອງການເຫັນດີເຫັນພ້ອມ, ການບໍ່ແຊກແຊງ ແລະການແກ້ໄຂການຂັດແຍ້ງໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ. ນີ້ຖືວ່າເປັນພື້ນຖານທີ່ຊ່ວຍໃຫ້ບັນດາປະເທດສະມາຊິກ, ເຖິງວ່າຈະມີຄວາມແຕກຕ່າງກັນກ່ຽວກັບຜົນປະໂຫຍດ ແລະທັດສະນະກໍ່ຕາມ, ແຕ່ກໍ່ຍັງຮັກສາການສົນທະນາ ແລະຊອກຫາສຽງເວົ້າລວມ. ບົດບາດນີ້ໄດ້ສະແດງອອກໃຫ້ເຫັນຢ່າງຈະແຈ້ງໃນບັນຫາທີ່ຫຼໍ່ແຫຼມຂອງພາກພື້ນ. ຕາມປົກກະຕິ, ຫວຽດນາມ ມັກຈະຄັດເລືອກເອົາວິທີເຂົ້າເຖິງການສົນທະນາ, ຫຼຸດຜ່ອນຄວາມແຕກຕ່າງ ແລະຊຸກຍູ້ຄວາມເຫັນດີເຫັນພ້ອມພາຍໃນກຸ່ມ. ວິທີການນີ້ກໍ່ປະກອບສ່ວນເຂົ້າໃນການຍົກສູງຖານະບົດບາດໃນການເຈລະຈາເປັນໝູ່ຄະນະຂອງອາຊຽນ ໃນການພົວພັນກັບຄູ່ຮ່ວມມືພາຍນອກ.

ສ້າງຂີດໝາຍໃນຂະບວນການເຊື່ອມໂຍງເຂົ້າກັບພາກພື້ນ

ກ່ຽວກັບເສົາຄໍ້າເສດຖະກິດ, ຫວຽດນາມ ສືບຕໍ່ແມ່ນຊຸກຍູ້ການຮ່ວມສໍາພັນພາກພື້ນຜ່ານການຂະຫຍາຍການຄ້າ, ການລົງທຶນ ແລະການເຊື່ອມຕໍ່ພື້ນຖານໂຄງລ່າງ. ບໍ່ພຽງແຕ່ປະຕິບັດຄໍາໝັ້ນສັນຍາທີ່ມີຢູ່ແລ້ວ, ຫວຽດນາມ ຍັງເປັນເຈົ້າການສະເໜີຂໍ້ລິເລີ່ມໃໝ່ທີ່ກ່ຽວຂ້ອງກັບລະບົບຕ່ອງໂສ້ສະໜອງ, ພະລັງງານ ແລະພື້ນຖານໂຄງລ່າງດີຈີຕອນ - ເຊິ່ງແມ່ນຂົງເຂດທີ່ກຳລັງຈະກາຍເປັນກໍາລັງໜູນໃໝ່ຂອງການເຕີບໂຕຂອງພາກພື້ນ. ຫວຽດນາມ ກໍ່ສວມບົດບາດຢ່າງຕັ້ງໜ້າໃນການຮັດແຄບຊ່ອງຫວ່າງຂອງການພັດທະນາໂດຍຜ່ານການປະສານງານຂໍ້ລິເລີ່ມການເຊື່ອມໂຍງອາຊຽນ. ຜ່ານການຊຸກຍູ້ການເຊື່ອມຕໍ່ດ້ານ ໂລຈິດສະຕິກ, ເສດຖະກິດດີຈີຕອນ ແລະພື້ນຖານໂຄງລ່າງ, ຫວຽດນາມ ປະກອບສ່ວນເຂົ້າໃນການຮັບປະກັນຂະບວນການເຊື່ອມໂຍງທີ່ດໍາເນີນຕາມທິດກວມລວມກວ່າ, ຈຳກັດຄວາມສ່ຽງຂອງການເກີດຄວາມແຕກຕ່າງລະຫວ່າງບັນດາປະເທດສະມາຊິກ.

ເປັນໜ້າເອົາໃຈໃສ່, ຫຼາຍຂໍ້ສະເໜີຂອງຫວຽດນາມ ແມ່ນສອດຄ່ອງກັບທ່າອ່ຽງການຫັນປ່ຽນຂອງພື້ນຖານເສດຖະກິດໃນພາກພື້ນ, ບ່ອນທີ່ເຕັກໂນໂລຊີດີຈີຕອນ, ການຫັນປ່ຽນສີຂຽວ ແລະການເຊື່ອມຕໍ່ພື້ນຖານໂຄງລ່າງກຳລັງກາຍເປັນພື້ນຖານການພັດທະນາໃໝ່. ສິ່ງນີ້ສະແດງໃຫ້ເຫັນວ່າ ຫວຽດນາມ ບໍ່ພຽງແຕ່ມຸ່ງໄປສູ່ອາຊຽນ ທີ່ຮ່ວມສໍາພັນກ່ຽວກັບນະໂຍບາຍເທົ່ານັ້ນ, ຫາກຍັງຊຸກຍູ້ການຕິດພັນກັນທີ່ເລິກເຊິ່ງກວ່າໃນໂຄງສ້າງເສດຖະກິດ ແລະພື້ນຖານໂຄງລ່າງໃນພາກພື້ນ.

ຕາມທ່ານ Kao Kim Hourn ເລຂາທິການໃຫຍ່ອາຊຽນ ແລ້ວ, ຫວຽດນາມ ເປັນສະມາຊິກທີ່ມີລັກສະນະສ້າງສັນມາໃນເວລາຫຼາຍກວ່າ 30 ປີແລ້ວ, ດ້ວຍການປະກອບສ່ວນທີ່ພົ້ນເດັ່ນຫຼາຍຢ່າງໃນສາມເສົາຄໍ້າ: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະວັດທະນະທຳ-ສັງຄົມ. ໃນຂະບວນການຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045, ບົດບາດຂອງຫວຽດນາມ ຈະສືບຕໍ່ໄດ້ຮັບການຍົກສູງຂຶ້ນ. ທ່ານ Kao Kim Hourn ເລຂາທິການໃຫຍ່ອາຊຽນ ກໍ່ໄດ້ຕີລາຄາວ່າ  ທ່ານ ເລມິງຮືງ, ກໍາມະການກົມການເມືອງ, ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທຳອິດ ໃນຖານະທີ່ເປັນຜູ້ນຳລັດຖະບານ ໄດ້ສະແດງໃຫ້ເຫັນເຖິງຄວາມໝັ້ນຄົງ ແລະວິໄສທັດຍຸດທະສາດຂອງຄະນະການນຳໃໝ່ຂອງຫວຽດນາມ, ຜ່ານນັ້ນສ້າງພື້ນຖານໃຫ້ແກ່ການປະກອບສ່ວນຢ່າງເລິກເຊິ່ງກວ້າງຂວາງຕໍ່ການພັດທະນາລວມຂອງພາກພື້ນ.

ຈາກມູມມອງຂອງຄູ່ຮ່ວມມື, ທ່ານ Joanna Anderson ເອກອັກຄະລັດຖະທູດນິວຊີແລນ ປະຈຳ ອາຊຽນ ໄດ້ຕີລາຄາສູງຕໍ່ຄວາມສາມາດປະສານງານທີ່ມີໄຫວພິບຂອງຫວຽດນາມ, ພິເສດແມ່ນໃນບັນຫາທີ່ກ່ຽວຂ້ອງກັບຄວາມໝັ້ນຄົງດ້ານພະລັງງານ ແລະການຮ່ວມມືດ້ານເສດຖະກິດ. ໃນຂະນະດຽວກັນ, ທ່ານ Derry Aman ເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳ ອາຊຽນ ໄດ້ເນັ້ນໜັກວ່າ ຫວຽດນາມ ເປັນປັດໄຈທີ່ສ້າງຄວາມສະໜິດຕິດພັນ, ຍາມໃດກໍ່ສະແດງໃຫ້ເຫັນຄໍາໝັ້ນສັນຍາຢ່າງແຂງແຮງຕໍ່ຫຼັກການແກ່ນສານຂອງກຸ່ມ.

ພິທີປະກາດຜົນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ກອງປະຊຸມທີ່ກ່ຽວຂ້ອງ. ພາບ: VNA

ການຕີລາຄານີ້ສະແດງໃຫ້ເຫັນວ່າບົດບາດຂອງຫວຽດນາມ ໃນອາຊຽນ ນັບມື້ນັບໄດ້ຮັບການຮັບຮູ້ຈາກປະຊາຄົມສາກົນ, ບໍ່ພຽງແຕ່ຢູ່ລະດັບການເຂົ້າຮ່ວມເທົ່ານັ້ນ ແຕ່ຍັງຢູ່ໃນຄວາມສາມາດສ້າງວິທີການ ແລະຊຸກຍູ້ຄວາມເຫັນດີເຫັນພ້ອມໃນພາກພື້ນ. ສາມາດເຫັນໄດ້ຢ່າງຊັດເຈນວ່າ ບົດບາດຂອງຫວຽດນາມ ໃນອາຊຽນ ກຳລັງຫັນປ່ຽນໄປຕາມທິດທີ່ເປັນເຈົ້າການ ແລະເລິກເຊິ່ງກວ່າເກົ່າ. ການສົມທົບລະຫວ່າງແນວຄິດຍຸດທະສາດໄລຍະຍາວກັບການກະທຳທີ່ແທດຈິງກຳລັງຊ່ວຍໃຫ້ຫວຽດນາມ ສ້າງຂີດໝາຍທີ່ຊັດເຈນໃນຂະບວນການພັດທະນາຂອງອາຊຽນ.

ໃນສະພາບການພາກພື້ນສືບຕໍ່ຜັນແປຢ່າງສັບສົນ, ຫວຽດນາມ ພວມນັບມື້ນັບຢືນຢັນບົດບາດທີ່ເປັນເຈົ້າການໃນອາຊຽນ, ບໍ່ພຽງແຕ່ປັບຕົວເຂົ້າກັບການຫັນປ່ຽນຂອງສະຖານະການຢ່າງມີປະສິດທິຜົນເທົ່ານັ້ນ ແຕ່ຍັງຕັ້ງໜ້າເຂົ້າຮ່ວມຢ່າງສ້າງສັນ, ສ້າງໂຄງປະກອບການຮ່ວມມືພາກພື້ນທີ່ສະໜິດຕິດພັນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະພັດທະນາແບບຍືນຍົງຫຼາຍກວ່າໃນອະນາຄົດ.

(ແຫຼ່ງຄັດຈາກ qdnd.vn)

ອາຊຽນ ແມ່ນບຸລິມະສິດອັນດັບໜຶ່ງໃນນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມ, ໃຫ້ຄໍາໝັ້ນສັນຍາພ້ອມກັນສ້າງປະຊາຄົມສາມັກຄີ ແລະເຂັ້ມແຂງ

ອາຊຽນ ແມ່ນບຸລິມະສິດອັນດັບໜຶ່ງໃນນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມ, ໃຫ້ຄໍາໝັ້ນສັນຍາພ້ອມກັນສ້າງປະຊາຄົມສາມັກຄີ ແລະເຂັ້ມແຂງ

ຫວ່າງແລ້ວນີ້, ຢູ່ Cebu, ຟີລິບປິນ, ໄດ້ດຳເນີນກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນ, ເຊິ່ງເປັນການເລີ່ມຕົ້ນປີອາຊຽນ 2026 ຢ່າງເປັນທາງການ.

Top