• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ບັນລຸໝາກຜົນກະໂດດຂັ້ນໃນການປ້ອງກັນ, ຕ້ານການຄ້າມະນຸດ

ທ່ານນາງ Kendra Rinas, ໃຫ້ຮູ້ວ່າ ຫົວຂໍ້ຂອງ ວັນໂລກປ້ອງກັນ, ຕ້ານການຄ້າມະນຸດ 2025 ແມ່ນ “ການຄ້າມະນຸດແມ່ນການເຄື່ອນໄຫວອາດຊະຍາກຳທີ່ມີການຈັດຕັ້ງ - ຈົ່ງພ້ອມກັນມີການກະທຳເພື່ອຢຸດຕິບັນດາຮູບແບບຂູດຮີດ”.
ທ່ານນາງ Kendra Rinas, ຫົວໜ້າອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ປະຈຳ ຫວຽດນາມ (ພາບ: TTXVN)

ຫວຽດນາມ ບັນລຸໄດ້ໝາກຜົນກະໂດດຂັ້ນໃນການປ້ອງກັນ, ຕ້ານການຄ້າມະນຸດ. ນັ້ນແມ່ນຄຳຢືນຢັນຂອງທ່ານນາງ Kendra Rinas, ຫົວໜ້າອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ປະຈຳ ຫວຽດນາມ, ເມື່ອແບ່ງປັນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດວັນໂລກປ້ອງກັນ, ຕ້ານການຄ້າມະນຸດ 2025 (30 ກໍລະກົດ).

ທ່ານນາງ Kendra Rinas, ໃຫ້ຮູ້ວ່າ ຫົວຂໍ້ຂອງ ວັນໂລກປ້ອງກັນ, ຕ້ານການຄ້າມະນຸດ 2025 ແມ່ນ “ການຄ້າມະນຸດແມ່ນການເຄື່ອນໄຫວອາດຊະຍາກຳທີ່ມີການຈັດຕັ້ງ - ຈົ່ງພ້ອມກັນມີການກະທຳເພື່ອຢຸດຕິບັນດາຮູບແບບຂູດຮີດ”. ຕາມທ່ານນາງແລ້ວ, ພາຍໃຕ້ການຊີ້ນຳຂອງລັດຖະບານ, ກະຊວງຕະຫຼວດ ພ້ອມກັບການສົມທົບກັນຂອງບັນດາອົງການທີ່ກ່ຽວຂ້ອງນັ້ນ, ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຄ້າມະນຸດສະບັບປັບປຸງ ໄດ້ມີຜົນສັດສິດໃນເດືອນນີ້. ກົດໝາຍສະບັບນີ້ແມ່ນບາດກ້າວສຳຄັນ, ປະກອບສ່ວນປັບປຸງ “ໂຄງການປ້ອງກັນ, ຕ້ານການຄ້າມະນຸດ” ໄລຍະ 2021 – 2025, ການກຳນົດທິດຮອດປີ 2030.

(ແຫຼ່ງຄັດຈາກ VOV)

ທັດ​ສະ​ນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ແມ່ນ​ປົກ​ປ້ອງ ແລະ ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ

ທັດ​ສະ​ນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ແມ່ນ​ປົກ​ປ້ອງ ແລະ ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ

ກະຊວງຕຳຫຼວດ ຫວຽດນາມ ໄດ້ສົມທົບກັບອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖີ່ນຖານ ຢູ່ ຫວຽດນາມ ຈັດການໂອ້ລົມສົທະນາ ດ້ວຍຫົວຂໍ້ “ການເຊື່ອມຕໍ່ການກະທຳ: ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ ໃນການປະຕິບັດວຽກງານປ້ອງກັນ, ຕ້ານການຄ້າມະນຸດ”.

Top