• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດຕໍ່ການພັດທະນາສາຍພົວພັນ ຫວຽດນາມ ແລະ ລາວ

ທ່ານ ເຈິ່ນເກີມຕູ, ສະເໜີໃຫ້ສອງຝ່າຍຮັກສາການພົບປະແລກປ່ຽນຂັ້ນສູງເປັນປະຈຳ, ສົມທົບກັນຜັນຂະຫຍາຍປະຕິບັດຂໍ້ຕົກລົງຢ່າງມີປະສິດທິຜົນ
ທ່ານ ເຈິ່ນເກີ​ມ​ຕູ, ​ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາທິການ​ສູນ​ກາງ​ພັກ ໄດ້ທຳການພົບປະແລກປ່ຽນຄຳຄິດຄຳເຫັນກັບ ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ລາວ. (ພາບ: VNA)

ຕອນເຊົ້າ​ວັນ​ທີ 28 ພະຈິກ, ​ຢູ່ ຮ່າໂນ້ຍ, ທ່ານ ເຈິ່ນເກີ​ມ​ຕູ, ​ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາທິການ​ສູນ​ກາງ​ພັກ ໄດ້ພົບປະກັບ ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ລາວ ທີ່​ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ເຂົ້າຮ່ວມ​ກອງ​ປະ​ຊຸມ​ສຸດຍອດການ​ຮ່ວມ​ມື ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 12 ແລະ ກອງປະຊຸມສຸດຍອດຍຸດທະສາດການຮ່ວມມືເສດຖະກິດ ອະຣະວາດີ-ເຈົ້າພະຍາ- ແມ່ນໍ້າຂອງ (ACMECS) ຄັ້ງທີ 11 ທີ່ຮ່າໂນ້ຍ.

ທີ່​ການ​ຕ້ອນ​ຮັບ, ທ່ານ ເຈິ່ນເກີ​ມ​ຕູ, ສະເໜີໃຫ້ສອງຝ່າຍຮັກສາການ​ພົບ​ປະ​ແລກ​ປ່ຽນຂັ້ນສູງເປັນປະຈຳ, ​ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍປະຕິບັດຂໍ້ຕົກລົງຢ່າງມີປະສິດທິ​ຜົນ, ​ເສີມ​ຂະ​ຫຍາຍ​ບົດບາດຂອງການຮ່ວມມື​ທາງຊ່ອງພັກ​ໃນ​ການ​ກຳ​ນົດ​ທິດຍຸດ​ທະ​ສາດລວມ, ສ້າງພື້ນຖານທາງການເມືອງ ແລະ ​ປັບ​ປຸງຄວາມໄວ້ເນື້ອເຊື່ອໃຈພິ​ເສດລະຫວ່າງ ສອງພັກ ແລະ ສອງປະເທດ.

ສ່ວນທ່ານນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ແຈ້ງໃຫ້ຊາບກ່ຽວກັບບັນ​ດາ​ການ​ເຄື່ອນ​ໄຫວຫຼັກ​ໃນການຢ້ຽມຢາມ. ທ່ານຢືນຢັນວ່າ ລັດຖະບານ ລາວ ຈະສົມ​ທົບ​ກັບລັດຖະບານ ຫວຽດນາມ ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມສຸດຍອດ CLMV ຄັ້ງທີ 12 ເປັນບາດກ້າວສຳຄັນ ປະກອບສ່ວນເຂົ້າໃນວິໄສທັດປະຊາຄົມ ອາຊຽນ 2045

ກອງປະຊຸມສຸດຍອດ CLMV ຄັ້ງທີ 12 ເປັນບາດກ້າວສຳຄັນ ປະກອບສ່ວນເຂົ້າໃນວິໄສທັດປະຊາຄົມ ອາຊຽນ 2045

ທີ່ກອງປະຊຸມ, ບັນດາການນຳໄດ້ຮັບຮູ້ຜົນສຳເລັດຂອງແຕ່ລະປະເທດ ກໍ່ຄືຂອງທັງກຸ່ມ CLMV, ພ້ອມທັງທົບທວນຄືນສິ່ງທ້າທາຍ ແລະ ປຶກສາຫາລືຍຸດທະສາດເພື່ອຮັບມືໃນອະນາຄົດ.

Top