ດ້ວຍກ້ອງຖ່າຍຮູບ, ນັກຖ່າຍຮູບ ຫງວຽນວຽດຮຸ່ງ (Lekima ຮຸ່ງ) ໄດ້ໄປທົ່ວຝັ່ງທະເລ ຫວຽດນາມ ຍາວ 7.000 ກິໂລແມັດ, ປາກ ແມ່ນຳ້ 100 ແຫ່ງ ຢູ່ 28 ແຂວງ, ນະຄອນໃນທົ່ວປະເທດ ເພື່ອ ບັນ ທຶກຮູບພາບ 3.000 ແຜ່ນ ຊຶ່ງເປັນສານ “ຈົ່ງຊ່ວຍກອບກູ້ ທະ ເລ”, “ຈົ່ງລົງມືກະທຳ” ເພື່ອຫຼູດຜ່ອນຈຳນວນຂີ້ເຫຍື້ອ ປຼາສຕິກ ຖືກ ຖິ້ມລົງສູ່ທ້ອງມະຫາສະໝຸດ ໃນແຕ່ລະມື້. ຈາກຄວາມພະຍາ ຍາມ ຂອງຕົນ, ທ່ານ ຫງວຽນວຽດຮຸ່ງ ຍັງໄດ້ກະຊວງຊັບພະຍາ ກອນ ແລະ ສິ່ງແວດລ້ອມ ຂະໜານນາມວ່າ ເອກອັກຄະລັດຖະ ທູດ ເພື່ອມະຫາສະໝຸດ ສີຂຽວ, ນັ້ນແມ່ນການຮັບຮອງ ຂອງ ປະ ຊາຄົມ, ປະຊາຊົນ ແລະ ສັງຄົມຕໍ່ພາລະກິດປົກປັກ ຮັກສາສິ່ງ ແວດລ້ອມທາງທະເລ.
ເປັນຜູ້ທີ່ໄດ້ເຮັດວຽກໃນຂົງເຂດສ້າງນັກຖ່າຍຮູບ ມາເປັນເວລາ 20 ກວ່າປີ, ຄວາມຄິດ ທີ່ຈະບັນທຶກຮູບພາບກ່ຽວກັບ ໄພອັນຕະ ລາຍຂອງຂີ້ເຫຍື້ອ ປຼາສຕິກ ຕໍ່ສິ່ງແວດລ້ອມ ໄດ້ປາກົດຂຶ້ນ ເມື່ອ ທ່ານ ຫງວຽນວຽດຮຸ່ງ ໄດ້ເຫັນກັບຕາແມ່ຂອງຕົນຕິດພະຍາດ ມະ ເຮັງ. ເພິ່ນຈຶ່ງໄປຊອກຫາເຫດຜົນຂອງພະຍາດມະເຮັງ ແລະ ສັງ ເກດໄດ້ວ່າ ຂີ້ເຫຍື້ອ ປຼາສຕິກ ເປັນໜຶ່ງໃນບັນດາເຫດຜົນທີ່ເຮັດ ໃຫ້ມະນຸດຕິດພະຍາດມະເຮັງ. ຫຼັງຈາກໄດ້ໃຊ້ເວລາໃນ ການຄົ້ນ ຄວ້າ ຂົງເຂດດັ່ງກ່າວ, ເພິ່ນຕັດສິນໃຈວ່າ ຈະ “ບັນທຶກ ຮູບພາບ ກ່ຽວກັບຂີ້ເຫຍື້ອ ປຼາສຕິກ” ເພື່ອຊ່ວຍເຮັດໃຫ້ຊາວ ຫວຽດນາມ ມີ ສະຕິຮູ້ສຶກຕໍ່ຄວາມອັນຕະລາຍຂອງຂີ້ເຫຍື້ອ ປຼາສຕິກ.
ພາຍຫຼັງການກະກຽມ ເປັນເວລາ 1 ປີ, ປີ 2018, ເພິ່ນເລີ່ມລົງມືປະຕິບັດໂຄງການ ບັນທຶກຮູບພາບກ່ຽວກັບຂີ້ເຫຍື້ອ ປຼາສຕິກ. ເພິ່ນໄດ້ໄປທົ່ວຊາຍຝັ່ງທະເລ ຫວຽດນາມ ທີ່ມີຄວາມຍາວ 7.000 ກິໂລແມັດ, ປາກ ແມ່ນຳ້ 100 ແຫ່ງຢູ່ 28 ແຂວງ, ນະຄອນໃນ ທົ່ວປະເທດ ເພື່ອບັນທຶກຮູບພາບ 3.000 ແຜ່ນ.
ຫວຽດນາມ ແມ່ນໜຶ່ງໃນຈຳນວນ 10 ປະເທດ ທີ່ມີຊາຍຝັ່ງທະເລ ຍາວທີ່ສຸດເຖິງ 3.260 ກິໂລແມັດ ເມື່ອທຽບກັບເນື້ອທີ່ ແລະ ກໍ່ເປັນ ປະເທດທີ່ມີແມ່ນຳ້ລຳເຊໃຫຍ່ນ້ອຍເຖິງ 2.360 ສາຍ, ເພາະສະ ນັ້ນ ຂີ້ເຫຍື້ອ ປຼາສຕິກ ຈາກຫຼາຍແຫຼ່ງໄດ້ໄຫຼໄປຕາມແມ່ນຳ້ ແລ້ວ ໂຮມກັນເຂົ້າ ກ່ອນໄຫຼລົງສູ່ທະເລ.
ບົດ: ບິກເວິນ - ພາບ: ແທງຢາງ ແລະ ເອກະສານ