• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນ​ຊົນ​ສາ​ກົນ ລົງ​ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບເລື່ອງ ຫວຽດ​ນາມ ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ

ໜັງສືພິມລາຍວັນ Juventud Rebelde ໄດ້ພັນລະນາໄຊຊະນະວັນທີ 30 ເມສາ 1975 ແມ່ນ “ບົດເພງວິຊະຊົນທີ່ພົ້ນເດັ່ນ” ແລະ ເນັ້ນໜັກວ່າ ປະທານ ໂຮ່ຈີມິນ ໄດ້ຢັ້ງຢືນ “ຫວຽດນາມ ແມ່ນໜຶ່ງ, ຊາດ ຫວຽດນາມ ແມ່ນໜຶ່ງ” ແລະ ໃນວັນນັ້ນ, ຄວາມມຸ່ງຫວັງນັ້ນໄດ້ປະກົດຜົນເປັນຈິງ.
ໜ້າວັບໄຊ ຂອງໜັງສືພິມ The Australian

ເນື່ອງໃນໂອກາດ ສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975 - 30/4/2025), ບັນດາໜັງສືພິມໃຫຍ່ຂອງ ກຸຍບາ ຄື: Juventud Rebelde, Granma  ໄດ້ລົງບົດຂຽນພິເສດເປັນຈຳນວນຫຼາຍ ເຊິ່ງຫວນຄືນບັນດາໜ້າປະຫວັດສາດອົງອາດກ້າຫານຂອງຊາດ ຫວຽດນາມ, ພ້ອມທັງຢັ້ງຢືນການພົວພັນສາມັກຄີທີ່ສັດຊື່ບໍລິສຸດລະຫວ່າງສອງປະເທດ.

ໜັງສືພິມລາຍວັນ Juventud Rebelde ໄດ້ພັນລະນາໄຊຊະນະວັນທີ 30 ເມສາ 1975 ແມ່ນ “ບົດເພງວິຊະຊົນທີ່ພົ້ນເດັ່ນ” ແລະ ເນັ້ນໜັກວ່າ ປະທານ ໂຮ່ຈີມິນ ໄດ້ຢັ້ງຢືນ “ຫວຽດນາມ ແມ່ນໜຶ່ງ, ຊາດ ຫວຽດນາມ ແມ່ນໜຶ່ງ” ແລະ ໃນວັນນັ້ນ, ຄວາມມຸ່ງຫວັງນັ້ນໄດ້ປະກົດຜົນເປັນຈິງ.

ໜັງສືພິມ Nikkei Asia (ຍີ່ປຸ່ນ) ໄດ້ລົງບົດຂຽນພັນລະນາບັນຍາກາດຂອງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ທີໄດ້ດຳເນີນຢູ່ນະຄອນ ໂຮ່ຈີມິນ. ຕາມບົດຂຽນແລ້ວ, ໃນບົດກ່າວປາໄສທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການປະຕິຮູບປະເທດຊາດ.

ສື່ມວນຊົນ ອົດສະຕາລີ ໄດ້ລົງຂ່າວກ່ຽວກັບພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບທີ່ໄດ້ດຳເນີນຢູ່ນະຄອນ ໂຮ່ຈີມິນ. ໜັງສືພິມ The Australian ແລະ ABC ໄດ້ພັນລະນາຢ່າງລະອຽດກ່ຽວກັບພິທີ, ການປະດັບປະດາຖະໜົນຫົນທາງ, ຈຳນວນຜູ້ຊົມການເດີນຂະບວນສວນສະໜາມ ແລະ ຂ່ຳນັບຮັບຕ້ອນວັນບຸນ.

(ແຫຼ່ງຄັດຈາກ VOV)

ເວ​ເນ​ຊູ​ເອ​ລາ ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 50 ປີ ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ

ເວ​ເນ​ຊູ​ເອ​ລາ ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 50 ປີ ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ

ພິທີໂຮມຊຸມນຸມມິດຕິງ ສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (ວັນທີ 30 ເມສາ 1975 – 30 ເມສາ 2025) ໄດ້ຈັດຂຶ້ນໃນວັນທີ 2 ພຶດສະພາ ຢູ່ໂຮງຮຽນບຳລຸງສ້າງພະນັກງານການນຳຊາວໜຸ່ມສາກົນ Antonio Jose de Sucre, ນະຄອນຫຼວງ Caracas ຂອງເວເນຊູເອລາ.

Top