ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ-ລາວ ຢ່າງບໍ່ຢຸດຢັ້ງ
ໃນກອບການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົນພອນ ພົມວິຫານ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ສອງປະເທດ ດຳເນີນການພົບປະເຈລະຈາ; ເປັນສັກຂີພິຍານ ໃນພິທີມອບຮັບພາຫະນະ ແລະ ອຸປະກອນການແພດຂອງ ສະພາແຫ່ງຊາດ ຫວຽດນາມ ໝູນຊ່ວຍສະພາແຫ່ງຊາດ ລາວ ໃນວຽກງານສະກັດກັ້ນ ແລະ ຕ້ານ ໂຄວິດ-19, ມີມູນຄ່າ 1,1 ລ້ານ ໂດລາສະຫະລັດ; ເປັນປະທານຮ່ວມໃນງານສຳມະນາ ແລກປ່ຽນບົດຮຽນ ລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ລາວ.
ທ່ານປະທານສະພາແຫ່ງຊາດ ລາວ ໄຊສົນພອນ ພົມວິຫານ ໄດ້ມາສະແດງຄວາມຂຳ່ນັບຕໍ່ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ, ທ່ານປະທານປະເທດ ຫງວຽນຊວນຟຸກ; ເຂົ້າຢ້ຽມຂຳ່ນັບອະດີດເລຂາທິການໃຫຍ່, ອະດີດປະທານສະພາແຫ່ງຊາດ ໂນງດຶກແມ້ງ, ພ້ອມກັບອະດີດປະທານສະພາແຫ່ງຊາດ ຫງວຽນວັນອານ, ຫງວຽນທິກິມເງິນ; ພົບປະແລກປ່ຽນຄວາມຄິດຄວາມເຫັນກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ແລະ ເລຂາສູນກາງພັກ, ປະທານຄະນະກຳມການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ໋ວັນຈ໊ຽນ; ຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ-ລາວ.
ທ່ານປະທານສະພາແຫ່ງຊາດ ລາວ ໄຊສົນພອນ ພົມວິຫານ ນຳໜ້້າຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ລາວ ມາວາງພວງມາລາ ແລະ ເຂົ້າຢ້ຽມສຸສານປະທານ ໂຮ່ຈີມິນ.
![]() ຕອນເຊົ້າວັນທີ 6 ທັນວາ 2021, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ມີການຕ້ອນຮັບ ແລະ ພົບປະເຈລະຈາ ກັບທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ພ້ອມກັບຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ລາວ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ພາບ: ຢວານເຕິນ/VNA ![]() ພາບທັງໝົດໃນການພົວປະເຈລະຈາ. ພາບ: ຢວານເຕິນ/VNA ![]() ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ເຊັນລາຍຊື່ໃສ່ປື້ມຄຳຢູ່ຫ້ອງມູນເຊື້ອຂອງສະພາແຫ່ງຊາດ ຫວຽດນາມ. ພາບ: ຢວານເຕິນ/VNA ![]() ຕອນເຊົ້າວັນທີ 6 ທັນວາ 2021, ທີ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ເປັນສັກຂີພິຍານໃນພິທີມອບພາຫະນະ ແລະ ອຸປະກອນການແພດ ຂອງສະພາແຫ່ງຊາດ ຫວຽດນາມ ໜູນຊ່ວຍສະພາແຫ່ງຊາດ ລາວ ໃນການສະກັດກັ້ນ ແລະ ຕ້ານ ໂຄວິດ-19. ພາບ: ຢວານເຕິນ/VNA ![]() ວັນທີ 6 ທັນວາ 2021, ທີ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ເປັນປະທານຮ່ວມ ໃນງານສຳມະນາແລກປ່ຽນບົດຮຽນ ລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ລາວ. ໃນພາບ: ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກ່າວປາໄສ. ພາບ: ຢວານເຕິນ/VNA |
ສາຍພົວພັນລະຫວ່າງ ຫວຽດນາມ ແລະ ລາວ ແມ່ນສາຍພົວພັນສັດຊື່ບໍລິສຸດ, ຫາຍາກໃນປະຫວັດສາດ, ແມ່ນແບບຢ່າງໃນການພົວພັນສາກົນ. ຮ່ວມເດີນທາງພ້ອມກັບທ່າອ່ຽງພັດທະນາລວມຂອງການພົວພັນສອງຝ່າຍ, ໃນຊຸມປີຜ່ານມາ, ການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ. ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳ; ຈັດຕັ້ງບັນດາກອງປະຊຸມ, ກອງປະຊຸມສຳມະນາຫົວເລື່ອງສະເພາະ ເພື່ອແບ່ງປັນບົດຮຽນໃນວຽກງານສ້າງກົດໝາຍ; ຊຸກຍູ້, ໜູນຊ່ວຍ ແລະ ຕິດຕາມກວດກາເລື່ອງລັດຖະບານສອງປະເທດ ຈັດຕັ້ງການປະຕິບັດສົນທິສັນຍາ, ສັນຍາ, ຂໍ້ຕົກລົງຫຼາຍສະບັບ ແລະ ບັນດາໂຄງການຮ່ວມມືທີ່ໄດ້ລົງນາມ ເພື່ອນຳມາເຊິ່ງປະສິດທິຜົນຢ່າງແທດຈິງທີ່ສຸດໃຫ້ແກ່ປະຊາຊົນ ສອງປະເທດ; ເປັນປະທານຮ່ວມຈັດພິທີສະເຫຼີມສະຫຼອງໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ ຢູ່ແຂວງ ເຊີນລາ ໃນປີ 2012 ແລະ ປີ 2017… ນອກຈາກນັ້ນ, ຍາມໃດສະພາແຫ່ງຊາດສອງປະເທດກໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຮ່ວມມືຢູ່ພາກພື້ນ ແລະ ສາກົນ.
ຫວ່າງມໍ່ໆມານີ້, ເຖິງວ່າໂລກລະບາດໂຄວິດ-19 ກໍ່ຜົນສະທ້ອນເຖິງທຸກດ້ານຂອງຊີວິດການເປັນຢູ່ກໍ່ຕາມ, ແຕ່ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ສອງປະເທດ ຍັງດຳເນີນໄປຢ່າງແໜ້ນແຟ້ນ. ໃນນັ້ນ ພົ້ນເດັ່ນແມ່ນເລື່ອງ ສະພາແຫ່ງຊາດ ຫວຽດນາມ ໄດ້ຕັ້ງໜ້າໜູນຊ່ວຍ, ຊ່ວຍເຫຼືອສະພາແຫ່ງຊາດ ລາວ ໃນການຈັດຕັ້ງການປະຕິບັດ, ຕິດຕາມ ແລະ ກວດກາໂຄງການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ - ເຊິ່ງແມ່ນຂອງຂວັນຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ມອບໃຫ້ ພັກ, ລັດ ແລະ ປະຊາຊົນລາວ. ດ້ວຍງົບປະມານກວ່າ 111 ລ້ານໂດລາສະຫະລັດ, ຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ (ເຊິ່ງໄດ້ຈັດພິທີມອບຮັບໃນເດືອນ ສິງຫາ 2021) ແມ່ນກິດຈະກຳທີ່ມີຄວາມໝາຍທາງດ້ານການເມືອງ - ການພົວພັນຕ່າງປະເທດ, ເປັນການສືບທອດມູນເຊື້ອມິດຕະພາບແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ ໃນໄລຍະໃໝ່, ໄລຍະສ້າງສາ ແລະ ພັດທະນາຂອງທັງ ສອງ ປະເທດ ແລະ ແມ່ນໜຶ່ງໃນບັນດາສັນຍາລັກຂອງນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງ ພັກ, ສອງ ລັດຖະບານ, ສອງ ສະພາແຫ່ງຊາດ ແລະ ປະຊາຊົນ ສອງ ປະເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ.
ເນື່ອງໃນໂອກາດນີ້, ຄະນະໄດ້ມາຢ້ຽມຢາມ ແລະ ເຮັດວຽກ ກັບກຸ່ມບໍລິສັດ ເກ້ວເລີມ ທີ່ເມືອງ ບິ່ງຊວຽນ, ແຂວງ ຫວີງຟຸກ. ໃນກອບການຢ້ຽມຢາມ, ທ່ານຮອງປະທານສະພາແຫ່ງຊາດ ລາວ ສົມມາດ ພົນເສນາ, ຫົວໜ້າຄະນະຊີ້ນຳກິດຈະກຳຫໍສະພາແຫ່ງຊາດ ລາວ ຫຼັງໃໝ່ ມີການພົບປະແລກປ່ຽນຄວາມຄິດເຫັນກັບທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທ່ງ, ຫົວໜ້າຄະນະຊີ້ນຳວຽກງານກໍ່ສ້າງຫໍສະພາແຫ່ງຊາດ ລາວ ຫຼັງໃໝ່; ຮັບຟັງບົດລາຍງານກ່ຽວກັບບົດຮຽນຄຸ້ມຄອງ ແລະ ເຄື່ອນໄຫວນຳໃຊ້ຫໍສະພາແຫ່ງຊາດ ຈາກຫ່ອງການສະພາແຫ່ງຊາດ ຫວຽດນ.
ທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລາວ ເພັດ ພົມພິພັກ ໄດ້ມີການພົບປະເຈລະຈາກັບທ່ານລັດຖະມົນຕີ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິງຮວ່າງ ກ່ຽວກັບການຮ່ວມມືໃນດ້ານກະສິກຳ ແລະ ປ່າໄມ້ ແລະ ພັດທະນາຊົນນະບົດ.
ປີ 2022, ສອງຝ່າຍຈະຈັດຕັ້ງການສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນດ້ານການທູດ (5/9/1962-5/9/2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື ຫວຽດນາມ-ລາວ (18/7/1977-18/7/2022). |
ຫວຽດນາມ ແລະ ລາວ ເປັນສອງປະເທດບ້ານໃກ້ເຮືອນຄຽງ, ປະທານຊົນສອງປະເທດມີການພົວພັນມິດຕະພາບ ອັນເປັນມູນເຊື້ອ. ເດືອນ ກໍລະກົດ 1962, ຫວຽດນາມ ແລະ ລາວ ເປັນເອກະສັນກັນ ສ້າງຕັ້ງສາຍພົວພັນການທູດ, ກາຍເປັນຂີດໝາຍໃໝ່ ໃນການພົວພັນລະຫວ່າງສອງປະເທດ.
ເດືອນ ກຸມພາ 2019, ເນື່ອງໃນໂອກາດທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູ໋ຈ້ອງ ໄປຢ້ຽມຢາມ ລາວ, ສອງຝ່າຍເປັນເອກະສັນກັນ ຍົກແຕ່ “ສາຍພົວພັນອັນເປັນມູນເຊື້ອ” ກາຍເປັນ “ສາຍພົວພັນອັນເປັນມູນເຊື້ອທີ່ຍິ່ງໃຫຍ່”. ນີ້ເປັນຂີດໝາຍທີ່ສຳຄັນ ມີຄວາມໝາຍດ້ານປະຫວັດສາດ, ສ້າງບາດກ້າວບຸກທະລຸໃໝ່ ໃນການພົວພັນຮ່ວມມືລະຫວ່າງສອງປະເທດ.
![]() ຕອນເຊົ້າວັນທີ 7 ທັນວາ 2021, ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ມີການຕ້ອນຮັບທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ພາບ: ຈີ໋ຢຸງ/VNA ![]() ຕອນບ່າຍວັນທີ 6 ທັນວາ 2021, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫງວຽນຊວນຟຸກ ມີການຕ້ອນຮັບທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ພາບ: ຖົ໋ງເຍີດ/VNA ![]() ທ່ານປະທານປະເທດ ຫງວຽນຊວນຟຸກ ມອບຂອງຂວັນເປັນທີ່ລະນຶກໃຫ້ແກ່ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ. ພາບ: ຖົ໋ງເຍີດ/VNA ![]() ຕອນບ່າຍວັນທີ 6 ທັນວາ 2021, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ມີການພົບປະແລກປ່ຽນຄວາມຄິດເຫັນກັບທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ໃນພາບ: ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ຖ່າຍຮູບຮ່ວມກັນ. ພາບ: ເຢືອງຢາງ/VNA ![]() ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ມີການພົບປະແລກປ່ຽນຄວາມຄິດເຫັນກັບທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ. ພາບ: ເຢືອງຢາງ/VNA ![]() ຕອນເຊົ້າວັນທີ 7 ທັນວາ 2021, ທ່ານປະທານສະພາແຫ່ງຊາດ ລາວ ໄຊສົນພອນ ພົມວິຫານ ນຳໜ້້າຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ລາວ ມາວາງພວງມາລາ ແລະ ເຂົ້າຢ້ຽມສຸສານປະທານ ໂຮ່ຈີມິນ. ພາບ: ວັນດຽບ/VNA |
ການຮ່ວມມືລະຫວ່າງສອງປະເທດ ນັບມື້ນັບພັດທະນາຂຶ້ນ, ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ຍົກລະດັບທັງຈຳນວນ ແລະ ຄຸນນະພາບ.
ປະຊາຊົນ ຫວຽດນາມ ແລະ ລາວ ໄດ້ຮ່ວມຈິດຮ່ວມໃຈ, ຄຽງບ່າຄຽງໄຫຼ່ກັນໃນການຕໍ່ສູ້ປົດປ່ອຍປະເທດຊາດ, ກໍ່ຄືໃນພາລະກິດກໍ່ສ້າງ ແລະ ພັດທະນາປະເທດຊາດ ຢູ່ແຕ່ລະປະເທດ.
59 ປີສ້າງຕັ້ງການພົວພັນດ້ານການທູດ ແລະ 45 ປີເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື ຫວຽດນາມ-ລາວ ເປັນໄລຍະທົດສອບສາຍພົວພັນສະໜິດຕິດພັນ ລະຫວ່າງ ສອງປະເທດ. |
ເພື່ອເພີ່ມທະວີການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ສອງປະເທດພວມຊຸກຍູ້ບັນດາໂຄງການເຊື່ອມຕໍ່ເສດຖະກິດ ແລະ ການຄົມມະນາຄົມ ຄື: ໂຄງການກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ, ໂຄງການກໍ່ສ້າງເສັ້ນທາງລົດໄພ ຄຳມ່ວນ-ຫວູງອ໋າງ...
ຜັນຂະຫຍາຍການພົວພັນຮ່ວມມືລະຫວ່າງ ສະພາແຫ່ງຊາດ ຫວຽດນາມ-ລາວ ຢ່າງຄົບຊຸດ ແລະ ມີປະສິດທິຜົນ
ທີ່ການເຈລະຈາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັກວ່າ, ການຢ້ຽມຢາມຄັ້ງນີ້ແມ່ນຂີດໝາຍສຳຄັນ ແລະ ມີຄວາມໝາຍຫຼາຍຢ່າງ ເພື່ອສືບຕໍ່ປັບປຸງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງ ພັກ, ສອງ ລັດ ແລະ ປະຊາຊົນ ສອງ ປະເທດ ຫວຽດນາມ - ລາວ ເວົ້າລວມ; ລະຫວ່າງສະພາແຫ່ງຊາດ ສອງ ປະເທດເວົ້າສະເພາະ ໃຫ້ນັບມື້ນັບແທດຈິງ ແລະ ມີປະສິດທິຜົນ.
ປະທານສະພາແຫ່ງຊາດ ສອງທ່ານເຫັນວ່າ ສອງ ຝ່າຍຄວນຕີລາຄາລະອຽດໝາກຜົນການຮ່ວມມືຂອງສະພາແຫ່ງຊາດ ສອງ ປະເທດໃນໄລຍະຜ່ານມາກວ່າອີກ, ແລກປ່ຽນກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມເຖິງ. ບົນພື້ນຖານນັ້ນ, ພິຈາລະນາລົງນາມໃນຂໍ້ຕົກລົງຮ່ວມມືໃໝ່ ດ້ວຍບັນດາການປັບປຸງ ແລະ ເພີ່ມເຕີ່ມລະອຽດໃຫ້ມີປະສິດທິຜົນ, ແທດຈິງກວ່າ. ຊຸກຍູ້ບາງເນື້ອໃນສຳຄັນຄື ການສົມທົບກັນຕິດຕາມກວດກາ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ສັນຍາສະບັບຕ່າງໆຢ່າງມີປະສິດທິຜົນ. ຂໍ້ຕົກລົງຮ່ວມມືລະຫວ່າງ ສອງ ປະເທດ, ພິເສດແມ່ນບັນດາໜ້າທີ່ສຳຄັນໃນຍຸດທະສາດຮ່ວມມື ຫວຽດນາມ - ລາວ ໄລຍະ 2021 – 2030, ສັນຍາຮ່ວມມື ຫວຽດນາມ - ລາວ ໄລຍະ 2021 – 2025 ແລະ ສັນຍາສະບັບຕ່າງໆ.
![]() ຕອນຄຳ່ວັນທີ 7 ທັນວາ 2021, ທີ່ ຮ່າໂນ້ຍ, ທ່ານເລຂາສູນກາງພັກ, ປະທານຄະນະກຳມການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ໋ວັນຈ໊ຽນ ມີການພົບປະແລກປ່ຽນຄວາມຄິດເຫັນກັບທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ. ພາບ: ວັນດຽບ/VNA ![]() ຕອນບ່າຍວັນທີ 7 ທັນວາ 2021, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເລວັນແທ່ງ ມີການພົບປະແລກປ່ຽນຄວາມຄິດເຫັນກັບທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ. ພາບ: ວັນດຽບ/VNA ![]() ຕອນເຊົ້າວັນທີ 7 ທັນວາ 2021, ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ຕ້ອນຮັບຄະນະຜູ້ແທນ ສະມາຄົມ ມິດຕະພາບ ຫວຽດນາມ-ລາວ, ຄະນະຕິດຕໍ່ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ. ພາບ: ວັນດຽບ/VNA ![]() ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບກຸ່ມບໍລິສັດ ເກ້ວເລີມ ທີ່ເມືອງ ບິ່ງຊວຽນ, ຫວີງຟຸກ. ໃນກອບການຢ້ຽມຢາມ, ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ລາວ ໄດ້ມາຢ້ຽມຢາມ ໂຮງງານຜະລິດ ຝຸ່ນອິນຊີ Biotech ເກ້ວເລີມ, ຕົວແບບລ້ຽງໝູ ແລະ ແລກປ່ຽນການຮ່ວມມືໃນຂົງເຂດກະສິກຳ ອິນຊີ. ພາບ: ຮວ່າງຮຸ່ງ/VNA ![]() |
ສອງຝ່າຍໄດ້ເຫັນເອກະພາບນຳກັນວ່າ ສະພາແຫ່ງຊາດ ສອງ ປະເທດຈະເພີ່ມທະວີການພົວພັນແລກປ່ຽນລະຫວ່າງກຸ່ມສະມາຊິກລັດຖະສະພາມິດຕະພາບ, ກຸ່ມສະມາຊິກສະພາແຫ່ງຊາດຍິງ, ກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ; ເພີ່ມທະວີການພົວພັນແລກປ່ຽນ, ແລກປ່ຽນລະຫວ່າງບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ ແລະ ແຂວງແຮກຊ່ຽວ…
ໃນອາຍຸປະຈຳການ ສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV ແລະ ສະພາແຫ່ງຊາດ ລາວ ຊຸດທີ VIII, ສອງສະພາແຫ່ງຊາດ ໄດ້ສົມທົບກັນຈັດຕັ້ງ 8 ງານສຳມະນາກ່ຽວກັບບັນຫາສະເພາະ,ໃນນັ້ນ ມີ 4 ງານສຳມະນາ ໂດຍປະທານສະພາແຫ່ງຊາດ ສອງປະເທດເປັນປະທານຮ່ວມ. |
ເນື່ອງໃນໂອກາດນີ້, ປະທານສະພາແຫ່ງຊາດ ສອງ ປະເທດໄດ້ເປັນສັກຂີພິຍານພິທີມອບ-ຮັບເຄື່ອງອຸປະກອນການແພດຂອງສະພາແຫ່ງຊາດ ຫວຽດນາມ ທີ່ໜູນຊ່ວຍສະພາແຫ່ງຊາດລາວ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ມີມູນຄ່າ 1 ລ້ານ ໂດລາສະຫະລັດ.
ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ມາຢ້ຽມຢາມ ຫວຽດນາມ ສະແດງຄວາມຖືສຳຄັນ ແລະ ຄວາມເຊື່ອຖືແບບພິເສດຂອງພັກ, ລັດ ແລະ ສະພາແຫ່ງຊາດ ລາວ ກໍ່ຄືນຳ້ໃຈຂອງທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ກັບ ຫວຽດນາມ ແລະ ການພົວພັນສອງປະເທດ.