• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ສີສັນລະດູບານໃໝ່ທີ່ຕະຫຼາດຊາຍແດນເຕັມໄປດ້ວຍນໍ້າໃຈມິດຕະພາບ ຫວຽດນາມ-ລາວ

ຕະຫຼາດຊາຍແດນລາວບາວ ເປັນສະຖານທີ່ພົບປະແລກປ່ຽນ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳພື້ນເມືອງທີ່ເປັນເອກະລັກສະເພາະຂອງປະຊາຊົນທີ່ຢູ່ສອງຝາກຊາຍແດນ, ປະກອບສ່ວນຮັກສາຄວາມງາມທີ່ເປັນເອກະລັກຂອງພໍ່ແມ່ປະຊາຊົນທີ່ຢູ່ເຂດພູສູງ ແລະສະແດງໃຫ້ເຫັນນໍ້າໃຈສາມັກຄີ ແລະຄວາມສະໜິດຕິດພັນຍາວນານຂອງປະຊາຊົນສອງປະເທດຫວຽດນາມ ແລະລາວ ອ້າຍນ້ອງຢ່າງມີຊີວິດຊີວາ.

ຕະຫຼາດຊາຍແດນລາວບາວ ເປັນການເຄື່ອນໄຫວດ້ານການຄ້າ ແລະວັດທະນະທຳທີ່ເປັນເອກະລັກສະເພາະຢູ່ເຂດຊາຍແດນລະຫວ່າງແຂວງກວາງຈິ (ຫວຽດນາມ) ແລະແຂວງສະຫວັນນະເຂດ (ລາວ), ເຊິ່ງຈັດຂຶ້ນໃນໂອກາດທ້າຍປີ, ດ້ວຍຈຳນວນສິນຄ້າຫຼາກຫຼາຍຊະນິດ, ຕະຫຼາດໄດ້ດຶງດູດເອົານັກທ່ອງທ່ຽວມາເລາະຊົມເປັນຈຳນວນຫຼວງຫຼາຍ. ນັກທ່ອງທ່ຽວສາມາດຄົ້ນຫາ, ສຳຜັດ, ພົບປະກັບປະຊາຊົນລາວ ແລະເພີດເພີນກັບຜະລິດຕະພັນຂອງເຂົາເຈົ້າໂດຍບໍ່ຕ້ອງຂ້າມຊາຍແດນໄປຝັ່ງນັ້ນ.

ພາຍຫຼັງທົດລອງເປີດຕະຫຼາດມາໄດ້ 5 ຄັ້ງ, ຕະຫຼາດຊາຍແດນໄດ້ສ້າງຄວາມປະທັບໃຈອັນດີງາມໃຫ້ແກ່ນັກທ່ອງທ່ຽວ. ໃນເດືອນສຸດທ້າຍຂອງປີ ຢູ່ຕະຫຼາດຊາຍແດນລາວບາວ, ຖະໜົນຫົນທາງມີຜູ້ຄົນສັນຈອນໄປມາຢ່າງຄຶກຄື້ນ, ໜາແໜ້ນ, ຕ້ອນຮັບຜູ້ຄົນຈາກທັງສອງຝາກຊາຍແດນ ມາຕະຫຼາດທີ່ຢູ່ຄູ່ດ່ານສາກົນ ລາວບາວ - ແດນສະຫວັນ.

ຂະໜາດຂອງຕະຫຼາດລວມມີຮ້ານວາງສະແດງ, ຂາຍສິນຄ້າຫຼາຍກວ່າ 50 ຮ້ານ ຢູ່ໃນສູນການຄ້າລາວບາວ ເຊິ່ງມີຜະລິດຕະພັນກະເສດທີ່ເປັນເອກະລັກສະເພາະຂອງຊາວເວິນກ່ຽວ, ຊາວປາໂກ ແລະຊາວລາວ, ໄດ້ຮັບການຈັດຂຶ້ນເປັນປະຈຳ ຕັ້ງແຕ່ 6:00 ໂມງເຊົ້າຂອງທຸກໆວັນເສົາ. ຕະຫຼາດນີ້ບໍ່ພຽງແຕ່ເປັນສະຖານທີ່ແລກປ່ຽນ, ຊື້ຂາຍສິນຄ້າເທົ່ານັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນການເຊື່ອມຕໍ່ວົງຄະນາຍາດ, ຊຸມຊົນ, ຮັກສາ ແລະແຜ່ຂະຫຍາຍຄຸນຄ່າສີສັນວັດທະນະທໍາຊົນຊາດຊົນເຜົ່າອີກດ້ວຍ.

ຕະຫຼາດດັ່ງກ່າວປະກອບມີຮ້ານຂາຍສິນຄ້າຂອງພໍ່ຄ້າຊາວຂາຍຂະໜາດນ້ອຍທີ່ມາຈາກທ້ອງຖິ່ນຕ່າງໆໃນຕາແສງລາວບາວ ແລະບ້ານຕ່າງໆທີ່ຢູ່ກົງກັນຂ້າມກັບດ່ານສາກົນລາວບາວ

ບັນດາລາຍການສິລະປະໃນມື້ໄຂງານຕະຫຼາດນັດ - ພາບ: QV

ຂຶ້ນກັບເມືອງເຊໂປນ, ແຂວງສະຫວັນນະເຂດ, ປະເທດລາວ. ສິນຄ້າປະເພດຕ່າງໆຂອງຕະຫຼາດປະກອບມີຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ຜ້າແພ, ຜະລິດຕະພັນທີ່ເປັນເອກະລັກຂອງທ້ອງຖິ່ນ. ພິເສດ, ຕະຫຼາດຍັງເປັນບ່ອນເຕົ້າໂຮມອາຫານທີ່ອຸດົມສົມບູນຂອງທັງສອງປະເທດ ດ້ວຍລາຄາທີ່ເປັນກັນເອງ, ສົມເຫດສົມຜົນ, ພ້ອມກັບຜະລິດຕະພັນ OCOP ທີ່ເປັນເອກະລັກຂອງຕາແສງເຂດພູດອຍ.

ພ້ອມດຽວກັນນັ້ນ,  ຢູ່ທີ່ນີ້ ສີສັນວັດທະນະທຳກໍ່ສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານກະໂປງ, ເສື້ອທຸກຜືນ, ສຽງເວົ້າຈາປາໄສ ແລະຮອຍຍິ້ມ. ພົ້ນເດັ່ນທີ່ສຸດແມ່ນຮ້ານຂາຍເຄື່ອງແຕ່ງກາຍພື້ນເມືອງທີ່ມີຊີວິດຊີວາ, ສ້າງຮູບພາບທີ່ມີສີສັນໃນທ່າມກາງພູຜາປ່າໄມ້ເຂດຊາຍແດນ. ນັກທ່ອງທ່ຽວຍັງສາມາດສຳຜັດ ແລະເຊື່ອມຕົວເຂົາກັບການດຳລົງຊີວິດດ້ວຍຄຸນຄ່າວັດທະນະທຳທີ່ບໍ່ເປັນວັດຖຸ ເຊິ່ງໄດ້ຮັກສາໄວ້ເປັນເວລາຫຼາຍພັນປີໂດຍຊົນເຜົ່າເວິນກ່ຽວ, ປາໂກ ແລະບັນດາຊົນເຜົ່າລາວອ້າຍນ້ອງຜ່ານການເຕັ້ນ, ຟ້ອນ, ບົດເພງທີ່ເຕັມໄປດ້ວຍຈິດວິນຍານຂອງພູຜາປ່າໄມ້.

ການນຳຕາແສງ ລາວບາວ ກ່າວຄຳເຫັນຢູ່ຕະຫຼາດນັດ - ພາບ: QV

ຕະຫຼາດສົ່ງທ້າຍປີມີບັນຍາກາດພິເສດ ຍ້ອນວ່າຜູ້ຄົນຫຼັ່ງໄຫຼມາຕະຫຼາດ ເພື່ອຊື້ເຄື່ອງຫ້າງຫາກະກຽມຕ້ອນຮັບບຸນເຕັດ. ໃຜໆກໍ່ຕ້ອງການຊື້ຜ້າແພໄປຕັດຊຸດໃໝ່, ຕັດເຄື່ອງນຸ່ງໃໝ່ໃຫ້ລູກຂອງເຂົາເຈົ້າ ຫຼືອາຫານທີ່ເປັນເອກະລັກຂອງທ້ອງຖິ່ນເພື່ອເປັນຂອງຂວັນມອບໃຫ້ຍາດພີ່ນ້ອງ. ເຖິງວ່າມີອຸປະສັກທາງດ້ານພາສາກໍ່ຕາມ, ແຕ່ຜູ້ຊື້ແລະຜູ້ຂາຍຍັງສາມາດເຮັດທຸລະກໍາຜ່ານທ່າທາງງ່າຍໆ. ຢູ່ທີ່ນີ້, ບໍ່ມີໃຜຕໍ່ລອງລາຄາ; ບໍ່ວ່າເຂົາເຈົ້າຈະຊື້ຫຼືບໍ່ຊື້ກໍ່ຕາມ, ທຸກໆຄົນລ້ວນແຕ່ມີຄວາມສຸກ.

ເອື້ອຍ ໂບທູທູຍ (ຢູ່ຕາແສງລາວບາວ), ຂາຍຜະລິດຕະພັນກະເສດຢູ່ຕະຫຼາດໃຫ້ຮູ້ວ່າ ທຸກໆເຊົ້າວັນເສົາ ລາວຈະມາຂາຍເຄື່ອງຢຸ່ຕະຫຼາດນີ້, ລາວໄດ້ເກັບຜັກ, ໝາກໄມ້ຊະນິດຕ່າງໆຢູ່ທົ່ງໄຮ່, ທົ່ງນາແຕ່ຕອນແລງກ່ອນເປີດຕະຫຼາດມື້ໜຶ່ງເພື່ອກຽມພ້ອມໄປຂາຍໃຫ້ທັນ. ນັບຕັ້ງແຕ່ຕະຫຼາດເປີດ, ເອື້ອຍ ທູຍ ໄດ້ມີການພົບປະສື່ສານກັບນັກທ່ອງທ່ຽວຫຼາຍຄົນ, ລາວມີຄວາມກ້າຫານ ແລະໝັ້ນໃຈຫຼາຍຂຶ້ນ. ເອື້ອຍເອົາໝາກໄມ້ແລະຜັກທີ່ປອດສານພິດ, ຜັກສົດທີ່ປູກເອງຢູ່ເຮືອນມາຂາຍເຊັ່ນ: ໝາກກ້ວຍ, ໝາກພິກໄທ, ໝາກເຜັດ, ແລະນໍ້າເຜິ້ງປ່າ...

ຜູ້ແທນເຂົ້າຮ່ວມຕະຫຼາດນັດ - ພາບ: QV
ຜູ້ແທນເຂົ້າຮ່ວມຕະຫຼາດນັດ - ພາບ: QV
ຜູ້ແທນເຂົ້າຮ່ວມຕະຫຼາດນັດ - ພາບ: QV

ເມື່ອໄປເລາະຕະຫຼາດລາວບາວ, ນັກທ່ອງທ່ຽວສາມາດເຫັນບັນຍາກາດການຊື້ແລະຂາຍມີຄວາມຄຶກຄື້ນ, ໂອ້ລົມກັນດ້ວຍຫຼາຍພາສາທີ່ແຕກຕ່າງກັນເຊັ່ນ: ເວິນກ່ຽວ, ປາໂກ, ຫວຽດ ແລະ ລາວ.

ອຳນາດການປົກຄອງທ້ອງຖິ່ນຄາດຫວັງວ່າຕະຫຼາດນີ້ຈະປະກອບສ່ວນເຂົ້າໃນການໂຄສະນາເຜີຍແຜ່ຜະລິດຕະພັນທີ່ເປັນເອກະລັກສະເພາະ, ການພົບປະແລກປ່ຽນ, ເສີມຂະຫຍາຍສີສັນວັດທະນະທໍາຂອງບັນດາຊົນເຜົ່າ ແລະດຶງດູດນັກທ່ອງທ່ຽວມາຢ້ຽມຊົມ, ທ່ອງທ່ຽວຫຼາຍຂຶ້ນກວ່າເກົ່າ.

ສະຫາຍ ຫງວຽນວັນເຟືອງ, ເລຂາຄະນະພັກແຂວງ ແລະ ບັນດາຜູ້ແທນ ຢ້ຽມຊົມບັນດາຮ້ານວາງສະແດງສິນຄ້າ, ຜະລິດຕະພັນພິເສດຂອງທ້ອງຖິ່ນ ທີ່ວາງຂາຍຢູ່ຕະຫຼາດນັດຊາຍແດນ ລາວບາວ. - ພາບ: QV
ສະຫາຍ ຫງວຽນວັນເຟືອງ, ເລຂາຄະນະພັກແຂວງ ແລະ ບັນດາຜູ້ແທນ ຢ້ຽມຊົມບັນດາຮ້ານວາງສະແດງສິນຄ້າ, ຜະລິດຕະພັນພິເສດຂອງທ້ອງຖິ່ນ ທີ່ວາງຂາຍຢູ່ຕະຫຼາດນັດຊາຍແດນ ລາວບາວ. - ພາບ: QV

ຕາມອໍານາດການປົກຄອງຕາແສງລາວບາວ ແລ້ວ, ອົງການທີ່ກ່ຽວຂ້ອງຢູ່ເຂດດ່ານສາກົນ ໄດ້ສ້າງເງື່ອນໄຂໃຫ້ແກ່ປະຊາຊົນໄປມາເພື່ອຊື້ ແລະຂາຍສິນຄ້າຢູ່ຕະຫຼາດ, ພວກເຂົາພຽງແຕ່ລົງທະບຽນກ່ຽວກັບຂໍ້ມູນສ່ວນຕົວ, ປະເພດ ແລະປະລິມານສິນຄ້າ, ພາຫະນະການຂົນສົ່ງ... ມີການຢືນຢັນຈາກອໍານາດການປົກຄອງທ້ອງຖິ່ນເພື່ອທັງຮັບປະກັນວຽກງານຄຸ້ມຄອງ, ພ້ອມທັງສ້າງເງື່ອນໄຂສະດວກກ່ຽວກັບລະບຽບການໃຫ້ແກ່ປະຊາຊົນ.

ໃນນັ້ນ, ສໍາລັບຜູ້ທີ່ດໍາເນີນທຸລະກິດກ່ຽວກັບສະບຽງອາຫານ ຕ້ອງປະຕິບັດລະບອບກວດກາແຫຼ່ງສະບຽງອາຫານທີ່ນຳເຂົ້າດ້ວຍຕົນເອງ, ຮັບປະກັນແຫຼ່ງທີ່ມາຂອງສະບຽງອາຫານເຫຼົ່ານັ້ນ; ມີໃບບິນ... ລາຍການສະບຽງອາຫານຕ້ອງແຈ້ງຕົ້ນກຳເນີດຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະສິນໃນນ້ຳຜ່ານການປຸງແຕ່ງທີ່ບໍ່ໄດ້ຫຸ້ມຫໍ່ລ່ວງໜ້າ ແລະຜະລິດຕະພັນຜັກ, ໝາກໄມ້ ຕາມຂໍ້ກໍານົດ.

ຜະລິດຕະພັນ OCOP ຂອງແຂວງກວາງຈິ ທີ່ມາວາງສະແດງຂາຍຢູ່ຕະຫຼາດ. ພາບ: cuuchienbinh.vn

ຕະຫຼາດຊາຍແດນລາວບາວ ໄດ້ຕັ້ງຄວາມຫວັງໄວ້ວ່າ ຈະກຳເນີດ ແລະມີການພັດທະນາວັດທະນະທຳປະເພດຕ່າງໆ, ຈຸດງາມທີ່ເປັນເອກະລັກສະເພາະ, ໜ້າຈັບອົກຈັບໃຈຂອງເຂດພູດອຍກວາງຈິ, ເຊິ່ງຕິດພັນກັບຮູບພາບຂອງຕາແສງຊາຍແດນລາວບາວ ແລະເປັນຈຸດນັດພົບທີ່ດຶງດູດນັກທ່ອງທ່ຽວທຸກຄົນໃນການເຂົ້າຮ່ວມຄົ້ນຫາຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ.

(ແຫຼ່ງຄັດຈາກ ໜັງສືພິມກອງທັບປະຊາຊົນ)

 ສໍາຜັດ ເທດສະການວິຫານ ຊ໋າຍ ກັບພິທີແຫ່ ກະສັດ ຈໍາລອງ ທ່ີເປັນເອກະລັກ

ສໍາຜັດ ເທດສະການວິຫານ ຊ໋າຍ ກັບພິທີແຫ່ “ກະສັດ ຈໍາລອງ” ທ່ີເປັນເອກະລັກ

 ຢູ່ຕາແສງ ທືເລິມ (ຮ່າໂນ້ຍ), ທ່າມກາງບັນຍາກາດອັນຄຶກຄື້ນ ຂອງເທດສະການປະເພນີ, ພິທີແຫ່ “ກະສັດ ຈໍາລອງ” ຢູ່ທີ່ວິຫານ ຊ໋າຍ ໄດ້ ນໍາມາເຊິ່ງປະສົບການ ທາງວັດທະນະທຳ ທີ່ພິເສດ ດ້ວຍຂະບວນແຫ່ ທ່ີສະຫງ່າຜ່າເຜີຍ, ຊຸດເສື້ອຜ້າອາພອນ ທີ່ສວຍສົດງົດງາມ ແລະ ພິທີກຳ ທີ່ເຕັມໄປດ້ວຍລັກສະນະເປັນສັນຍະລັກ, ເທດສະການນີ້ ບໍ່ພຽງແຕ່ຟື້ນຟູ ຄວາມຊົງຈຳ ທາງປະຫວັດສາດ ທີ່ຕິດພັນກັບ ເທບນິຍາຍ ກ່ຽວກັບ ກຳແພງ ໂກ໊ລວາ ເທົ່ານັ້ນ, ແຕ່ຍັງສ່ອງແສງ ໃຫ້ເຫັນເຖິງ ພະລັງຊີວິດ ທີ່ຍືນຍົງ ຂອງ ວັດທະນະທຳ ໝູ່ບ້ານ ຫວຽດນາມ ໃນຊີວິດປັດຈຸບັນ ອີກດ້ວຍ.

Top