• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ກໍາປັ່ນ 17 ໄປຮອດອິນເດຍ, ກະກຽມໃຫ້ການຝຶກຊ້ອມ MILAN 2026

ຕອນບ່າຍວັນທີ 12 ກຸມພາ, ກຳປັ່ນ 17 ຂອງກອງພົນນ້ອຍ 171, ທະຫານເຮືອເຂດ 2 ພ້ອມດ້ວຍຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ນໍາໂດຍທ່ານພັນເອກພິເສດ ເລດິ່ງຫງີ, ຮອງຫົວໜ້າເສນາທິການທະຫານເຮືອເຂດ 2 ໄດ້ເຂົ້າສະຖານທີ່ຈອດ ຢູ່ນອກຝັ່ງນະຄອນ Visakhapatnam ຂອງອິນເດຍ, ກະກຽມເຂົ້າຮ່ວມການຝຶກຊ້ອມທະຫານເຮືອຫຼາຍຝ່າຍ MILAN 2026.
ພະນັກງານ, ນັກຮົບກໍາປັ່ນ17 ບັນຊາກໍາປັ່ນເຂົ້າສະຖານທີ່ຈອດຕາມແຜນການ. ພາບ: qdnd.vn

ໃນຕອນບ່າຍວັນດຽວກັນ, ຜູ້ຕາງໜ້າກອງເຮືອພາກຕາເວັນອອກ ຂອງທະຫານເຮືອອິນເດຍ ໄດ້ຈັດພິທີຕ້ອນຮັບຄະນະປະຕິບັດງານຢູ່ບ່ອນຈອດເຮືອ. ຜູ້ຕາງໜ້າທັງສອງຝ່າຍໄດ້ແລກປ່ຽນ, ເຫັນດີເປັນເອກະພາບກ່ຽວກັບເນື້ອໃນການເຄື່ອນໄຫວໃນຂອບເຂດການຝຶກຊ້ອມ MILAN 2026. ໃນການເດີນທາງໄປຮອດນະຄອນ Visakhapatnam, ພະນັກງານ, ນັກຮົບກໍາປັ່ນ 17  ພ້ອມດ້ວຍຄະນະ ໄດ້ເພີ່ມເຕີມ ແລະຈັດຕັ້ງການປະຕິບັດແຜນການເຂົ້າຮ່ວມການຝຶກຊ້ອມ MILAN 2026.

ຜູ້ຕາງໜ້າກອງເຮືອພາກຕາເວັນອອກຂອງທະຫານເຮືອອິນເດຍ ປະຕິບັດພິທີຕ້ອນຮັບຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ເຂົ້າຮ່ວມການຝຶກຊ້ອມ MILAN 2026. ພາບ: qdnd.vn

ພະນັກງານ, ນັກຮົບຂອງກໍາປັ່ນ 17 ໄດ້ເພີ່ມທະວີການຝຶກຊ້ອມໃນການອອກທະເລໄລຍະຍາວ ແລະຝຶກແອບປ້າຍຈັດວາງການສູ້ຮົບ ຄື:  ຕ້ານການປຸ້ນ ແລະທໍາລາຍກໍາປັ່ນ; ຕໍ່ສູ້ເພື່ອປົກປ້ອງກຳປັ່ນ...

ຜູ້ຕາງໜ້າກອງເຮືອພາກຕາເວັນອອກ ຂອງທະຫານເຮືອອິນເດຍ ພ້ອມດ້ວຍຄະນະປະຕິບັດງານຂອງທະຫານເຮືອຫວຽດນາມ ແລກປ່ຽນເພື່ອເຫັນດີເປັນເອກະພາບກ່ຽວກັບເນື້ອໃນການເຄື່ອນໄຫວ. ພາບ: qdnd.vn
ພະນັກງານ, ນັກຮົບກໍາປັ່ນ 17 ຝຶກແອບປ້າຍຈັດວາງການສູ້ຮົບເພື່ອປົກປ້ອງກໍາປັ່ນ. ພາບ: qdnd.vn

ນີ້ແມ່ນຄັ້ງທີ 4 ທີ່ທະຫານເຮືອປະຊາຊົນຫວຽດນາມ ເຂົ້າຮ່ວມການຝຶກຊ້ອມ MILAN ຢູ່ອິນເດຍ. ການຝຶກຊ້ອມຍັງແມ່ນໂອກາດເພື່ອໃຫ້ທະຫານເຮືອຫວຽດນາມ ສືບຕໍ່ຍົກສູງຄວາມສາມາດປະສານສົມທົບໃນການຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງໃນການເດີນທະເລ, ເພີ່ມທະວີນໍ້າໃຈມິດຕະພາບ, ຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງກອງທັບ ແລະທະຫານເຮືອບັນດາປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຂອງພາກພື້ນ ແລະໃນໂລກ.

(ແຫຼ່ງຄັດຈາກ ໜັງສືພິມກອງທັບປະຊາຊົນ)

ມ້າ ໃນຮູບແຕ້ມ ແລະ ການສ້າງສັນ ຂອງ ທ່ານນາງ ເຈິ່ນເລ້ຮວ່ຽນ

ມ້າ ໃນຮູບແຕ້ມ ແລະ ການສ້າງສັນ ຂອງ ທ່ານນາງ ເຈິ່ນເລ້ຮວ່ຽນ

ໃນປີ ມ້າ (ປີ ມະເມຍ), ເມື່ອຮູບມ້າ ກາຍເປັນສັນຍະລັກ ແຫ່ງການ ເຄື່ອນໄຫວ, ຄວາມໂຊກລາບ ແລະ ພະລັງໃໝ່, ທ່ານນາງ ເຈິ່ນເລ້ ຮວ່ຽນ ໄດ້ເລືອກການເລົ່າເລື່ອງ ວັດທະນະທຳ ຜ່ານຜົນງານ “ຟີມ້າ” (ມ້າບິນ) ທີ່ມີສີສັນສົດໃສ, ເຊິ່ງແມ່ນບ່ອນທີ່ມູນເຊື້ອພື້ນເມືອງ ໄດ້ ຖືກປ່ຽນຖ່າຍ ໃຫ້ກາຍເປັນຜົນງານການສ້າງສັນ ແບບຮ່ວມສະໄໝ.

Top