ເລື່ອງ ກ່ຽວ ຖືກນໍາຂຶ້ນສູ່ລະຄອນເວທີຢູ່ ຝຣັ່ງ ດ້ວຍສິລະປະ ທີ່ເປັນເອກະລັກສະເພາະ ແລະ ມູມມອງໃໝ່ ທີ່ທັນສະໄໝ ພາຍໃຕ້ການກຳກັບຂອງທ່ານ Christophe Thiry ແລະ ຄະ ນະນັກສິລະປິນມືອາຊີບ ຂອງໂຮງລະຄອນ L’Attrape Théâtre ( ນະຄອນ ປາຣີ, ປະເທດ ຝຣັ່ງ) - ໃນບົດລະຄອນ “ກີມເວິນກ່ຽວ”.
ເມື່ອເວົ້າເຖິງແນວຄວາມຄິດ ໃນການແປງຜົນງານ ຂອງ ນັກ ກະວີ ຜູ້ຍິ່ງໃຫຍ່ ຫງວຽນຢູ ເປັນບົດລະຄອນ “ກີມເວິນກ່ຽວ”, ທ່ານ Christophe Thiry ໃຫ້ຮູ້ວ່າ: ໂດຍຄວາມບັງເອີນ, ເພິ່ນໄດ້ຊາວ ຫວຽດນາມ ຄົນໜຶ່ງທີ່ມີຄວາມຮັກມັກກັບການ ສະແດງລະຄອນຢູ່ ປາຣີ ມອບເລື່ອງ ກ່ຽວ ໃຫ້ຫົວໜຶ່ງ. ຫຼັງ ຈາກອ່ານຈົບ, ເພິ່ນຮູ້ສຶກວ່າ ນີ້ເປັນບົດປະພັນທີ່ມີ ຄວາມ ໝາຍເລິກເຊິ່ງ, ມີຊີວິດຊີວາ ດ້ານສິລະປະວັດທະນະທຳ ແລະ ອາດສາມາດແຕ່ງເປັນລະຄອນທີ່ສະແດງເທິງເວທີໄດ້, ສະນັ້ນທ່ານ ພ້ອມກັບເພື່ອນຂອງຕົນ ຈິ່ງຕັດສິນໃຈ ລົງມືສ້າງເປັນລະຄອນ.
ເຖິງວ່າ ເພິ່ນຈະເປັນຄົນ ຝຣັ່ງ ແລະ ບໍ່ເຄີຍມາ ຫວຽດນາມ ຈັກເທື່ອ, ແຕ່ດ້ວຍປະສົບການຂອງຕົນ, ທ່ານ Christophe Thiry ໄດ້ແຕ່ງເລື່ອງ ກ່ຽວ ເປັນລະຄອນບົດໜຶ່ງ ທີ່ມີຫຼາຍ ຕອນ, ໃນນັ້ນບັນດາປັດໄຈທີ່ອ່ອນໂຍນ ຂອງ ກາບກອນ ແລະ ການປ່ຽນແປງຢ່າງຮຸນແຮງ ໃນ ຕົ້ນສະບັບ ມີຢ່າງຄົບ ຖ້ວນ ເພື່ອສ້າງຄວາມຮູ້ສຶກສະເທືອນໃຈຕໍ່ທ່ານຜູ້ຊົມ. ເພື່ອ ເຮັດໄດ້ຄືແນວນັ້ນ, ໃນເວລາເຮັດວຽກ, ທ່ານ Christophe Thiry ໄດ້ຄັດເລືອກເອົາບັນດານັກສະແດງ, ນັກສິລະປິນ ທີ່ ມີປະສົບການໃນຫຼາຍດ້ານທ່ີແຕກຕ່າງກັນ. ພິເສດ, ໂດຍ ຄວາມມຸ່ງຫວັງຢາກນຳມາສະເໜີພາກສ່ວນໜຶ່ງຂອງ ປະ ເທດ ຫວຽດນາມ ໃນຍຸກປັດຈຸບັນ ຜ່ານລະຄອນເວົ້າເຖິງປະ ຫວັດສາດ ຂອງ ຫວຽດນາມ ສະໄໝກ່ອນ, ລະຄອນ ບົດນີ້ ຍັງມີ ການຮ່ວມສະແດງຂອງນັກດົນຕີ ຫວຽດນາມ 2 ຄົນຄື ທ່ານ ມາຍແທງເຊີນ ແລະ ທ່ານ ມາຍແທ່ງນາມ ໄດ້ເປັນຂົວ ເຊື່ອມຕໍ່ທ່ີປະສົມກົມກຽວ ລະຫວ່າງ ສິລະປະ ເອີຣົບ ແລະ ສິລະປະ ຫວຽດນາມ.

ທ່ານ Christophe Thiry ພ້ອມກັບບັນດານັກສະແດງໃນ
ກອງປະຊຸມຂ່າວ ກ່ອນການສະແດງ. ພາບ: ຫງວຽນທິຮົ່ງ

ສ່ວນໜຶ່ງຂອງຕົວລະຄອນ ຖຸຍກ່ຽວ ແລະ ກິມຈ້ອງ ທ່ີສະ ແດງເທິງເວທີ. ພາບ: ເຈິ່ນແທງຢາງ/VNP

ພາບການສະແດງຂອງຕົວລະຄອນ ຖຸຍກ່ຽວ ແລະ ຈຸກຊີງ. ພາບ: ເຈິ່ນແທງຢາງ

ຖຸຍກ່ຽວ ຖືກ ເຊີແຄງ ຂາຍເຂົ້າຊ່ອງໂສເພນີ ຂອງ ຕູບ່າ ຄັ້ງ ທີ່ສອງ. ພາບ: ເຈິ່ນແທງຢາງ/VNP

ຖຸຍກ່ຽວ ຖືກ ຕູບ່າ ທໍລະມານ ໃນເວລາຖືກຂາຍເຂົ້າ ຊ່ອງ ໂສເພນີ. ພາບ: ເຈິ່ນແທງຢາງ/VNP

ຕື່ຫາຍ ໄດ້ແຕ່ງຕັ້ງເປັນຫົວໜ້າ ເມື່ອມີຜົນງານອັນໂດດເດັ່ນ
ໃນ ການປາບຂ້າເສິກ. ພາບ: ເຈິ່ນແທງຢາງ/VNP

ຖຸຍກ່ຽວ ແລະ ກີມຈ້ອງ ພົບກັນ ໃນຖານະທີ່ເປັນເພື່ອນກັນ, ເມື່ອ ກິມຈ້ອງ ແຕ່ງງານກັບ ຖຸຍເວິນ. ພາບ: ເຈີ່ນແທງ ຢາງ/VNP

ບັນດານັກສິລະປິນ ຝຣັ່ງ ພ້ອມກັບນັກສິລະປິນ ຫວຽດນາມ 2 ຄົນ ຮ່ວມກັນສະແດງໃນຕອນສຸດທ້າຍຂອງ ລະຄອນ “ກີມເວິນກ່ຽວ”.
ພາບ: ເຈິ່ນແທງຢາງ/VNP

ບົດລະຄອນ ໄດ້ສ້າງຄວາມປະທັບໃຈ ເມື່ອນັກສິລະປິນ Nicolas Simeha ຮ້ອງເພງ ຢ້າໂກຮ່ວາຍລາງ (ບົດເພງເກົ່າ
ຂອງຊາວພາກໃຕ້ໃນສະໄໝກ່ອນ) ເປັນພາສາ ຫວຽດ ດ້ວຍ
ການຊ່ວຍເຫຼືອດ້ານດົນຕີ ຂອງນັກສິລະປິນ ມາຍແທງເຊີນ ແລະ ມາຍແທງນາມ. ພາບ: ເຈິ່ນແທງຢາງ/VNP

ໃນບົດລະຄອນ ມີການສະແດງຂອງບັນດານັກສິລະປິນ ຝຣັ່ງ ທັງຮ້ອງເພງ ໂອເປຣາ, ປ໋ອບ, ສະແດງລະຄອນ, ທັງສະແດງ ກັບເຄື່ອງດົນຕີ ຂອງ ຕາເວັນຕົກ ຄື: ວີໂອລອນ, ປີອາໂນ, ກີຕາ... ພາບ: ເຈິ່ນແທງຢາງ/VNP

ທ່ານ Christophe Thiry ພ້ອມບັນດານັກສະແດງ ຄວາມຂອບໃຈຕໍ່ທ່ານຜູ້ຊົມ. ພາບ: ເຈິ່ນແທງຢາງ/VNP |
ເມື່ອເວົ້າເຖິງຂະບວນການສ້າງຕົວລະຄອນ “ກີມເວິນກ່ຽວ” ປະສົບຄວາມສຳເລັດຢ່າງຈົບງາມ, ນັກດົນຕີ ມາຍແທງເຊີນ ໃຫ້ຮູ້ວ່າ: “ເມື່ອຖືກເຊີນ ໃຫ້ມາເຂົ້າຮ່ວມໃນການສະແດງ, ພວກຂ້າພະເຈົ້າຕ້ອງຄິດເຖິງວ່າ ເຮັດແນວໃດຈະ ປະສົມ ປະສານ ລະຫວ່າງດົນຕີ ສາກົນ ກັບດົນຕີພື້ນເມືອງ ຫວຽດນາມ, ສາມາດ ປະສານສົມທົບກັບບັນດານັກສິລະປິນ ຝຣັ່ງ ເພື່ອເຮັດໃຫ້ບົດລະຄອນ ກາຍເປັນທີ່ງ່າຍດາຍ, ໃກ້ຊິດ ກັບຜູ້ຊົມ ຫວຽດນາມ ແລະ ຜູ້ຊົມຢູ່ ປາຣີ ອີກດ້ວຍ. ພວກຂ້າ ພະເຈົ້າຕ້ອງເສຍເວລາ 1 ເດືອນ ນັ່ງເຮັດວຽກຮ່ວມກັນ ເພື່ອ ແລກປ່ຽນ ແລະ ປະດິດສ້າງຕາມທ່າແຮງດ້ານດົນຕີ ຂອງ ແຕ່ລະຄົນ”.
ນັກສິລະປິນ Nicolas Simeha ແລະ Aini Iften ກາຍເປັນ ຕົວເອກ ຂອງການສະແດງເທິງເວທີ ແລະ ຂ້ອນຂ້າງເຂົ້າ ກັນ. ບັນດານັກສິລະປິນຄື: Sarah Bloch ສະແດງ ເປັນ ຖຸຍກ່ຽວ, Guillaume Francois ສະແດງເປັນ ຕື່ຫາຍ, Odile Heimburger ສະແດງເປັນ ຖຸຍເວິນ, Pascal Durozier ສະແດງເປັນ ຕູບ່າ ໄດ້ເຮັດໃຫ້ທ່ານຜູ້ຊົມເກີດ ຄວາມຮູ້ສຶກສະເທືອນໃຈ ໃນເວລາຊົມບົດລະຄອນ.
ໄດ້ຮູ້ວ່າ ບົດລະຄອນ “ກີມເວິນກ່ຽວ” ໄດ້ເປີດຕົວ ແລະ ປະ ສົບຄວາມສໍາເລັດ ໃນການສະແດງ ເປັນເວລາ 5 ຄືນ ຢູ່ນະ ຄອນຫຼວງ ປາຣີ ແລະ ໄດ້ຮັບການ ຕີລາຄາສູງຈາກຜູ້ຊ່ຽວ ຊານ, ຈາກວົງການສິລະປິນ, ຜູ້ຊົມ ຫວຽດນາມ ແລະ ຝຣັ່ງ.
ບົດ: ເງິນຮ່າ - ພາບ: ເຈິ່ນແທງຢາງ