ປະທານ ໂຮ່ຈີມິນ ດຳລົງຄົງຢູ່ໃນໃຈເພື່ອນມິດສາກົນຕະຫຼອດໄປ

ປະທານ ໂຮ່ຈີມິນ ດຳລົງຄົງຢູ່ໃນໃຈເພື່ອນມິດສາກົນຕະຫຼອດໄປ

ສະຫາຍ ຫງວຽນອ້າຍກວກ ທີ່ກອງປະຊຸມ Tua ສ້າງຕັ້ງພັກກອມມູນິດ ຝຣັ່ງ ໃນປີ 1921.
ສະຫາຍ ຫງວຽນອ້າຍກວກ ກັບຄະນະຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 5 ຂອງອົງການສາກົນທີສາມ ທີ່ ມົສກູ (ປີ 1924).
ນາທີແຫ່ງການພົບປະຄັ້ງທຳອິດ. ປະທານ ໂຮ່ຈີມິນ ກອດຈູບຢ່າງສະໜິດສະໜົມ ປະທານາທິບໍດີ ແຫ່ງສາທາລະນະລັດ ກູບາ Osvaldo Dorticós Torrado, ກຳມະການກົມການເມືອງສູນກາງພັກກອມມູນິດ ກູບາ, ຫົວໜ້າຄະນະຜູ້ແທນພັກກອມມູນິດ ກູບາ ແລະ ລັດຖະບານປະຕິວັດ ກູບາ ທີ່ເດີນທາງມາຢ້ຽມຢາມສັນຖະວະໄມຕີປະເທດເຮົາ.
ປະທານ ໂຮ່ຈີມິນ ແລະ ບັນດາຜູ້ແທນກອງປະຊຸມໃຫຍ່ຄັ້ງທີ 22 ຂອງພັກກອມມູນິດສະຫະພາບ ໂຊວຽດ ໃນຊົ່ວໂມງພັກຜ່ອນ.
ປະທານ ໂຮ່ຈີມິນ ແລະ ປະທານາທິບໍດີ ແຫ່ງສາທາລະນະລັດ ກີເນຍ Sheku Turay.
ປະທານ ໂຮ່ຈີມິນ ຕ້ອນຮັບເຈົ້າຊີວິດ ລາວ ສີສະຫວ່າງວັດທະນາ ດ້ວຍຄວາມເປັນກັນເອງ.
ປະທານ ໂຮ່ຈີມິນ, ພ້ອມດ້ວຍທ່ານນາຍົກລັດຖະມົນຕີ ຈູເອິນໄຫຼ, ຮອງນາຍົກລັດຖະມົນຕີ ເຈິ່ນອີ ອອກສູ່ເວທີເຂົ້າຮ່ວມການຊຸມນຸມຂອງປະຊາຊົນນະຄອນຫຼວງ ຮ່າໂນ້ຍ 8 ໝື່ນຄົນ ຕ້ອນຮັບບັນດາທູດແຫ່ງສັນຕິພາບ ແລະ ມິດຕະພາບ.
ປະທານ ໂຮ່ຈີມິນ ແລະ ເລຂາທິການຜູ້ທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດ ເຊັກໂກ ສະໂລວາກີ, ປະທານປະເທດ ສາທາລະນະລັດສັງຄົມນິຍົມ ເຊັກໂກ ສະໂລວາກີ Antonín Novotný ລົງນາມໃນຖະແຫຼງການຮ່ວມ.
ປະທານ ໂຮ່ຈິມິນ ຕ້ອນຮັບບັນດາຄະນະຜູ້ແທນສາກົນທີ່ເດີນທາງມາຢ້ຽມຢາມຫວຽດນາມ ເນື່ອງໃນໂອກາດວັນທີ 20 ກໍລະກົດ ທີ່ທຳນຽບປະທານປະເທດ ດ້ວຍຄວາມສະໜິດສະໜົມ.
ປະທານ ໂຮ່ຈີມິນ ຕ້ອນຮັບນັກຂ່າວ ອົດສະຕຣາລີ W.Burchett.

ປະຕິບັດໂດຍ: VNP - ແປໂດຍ: ຢືຟຽນ


Top