• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນທີ 03 ກຸມພາ ຄົບຮອບ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ

ພາຍໃຕ້ການນຳພາຂອງພັກ, ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ ໄດ້້ສ້າງໄຊຊະນະການປະຕິວັດເດືອນສິງຫາ 1945 ທີ່ຍິ່ງໃຫຍ່.
(ພາບປະກອບ: dcs.vn)

ວັນທີ 03 ກຸມພາ 2025, ສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ. ເນື່ອງໃນໂອກາດນີ້, ມີໜັງສືພິມໃຫຍ່ຫຼາຍສະບັບຢູ່ ຫວຽດນາມ ໄດ້ລົງບົດຂຽນຢືນຢັນບົດບາດຢ່າງໃຫຍ່ຫຼວງຂອງພັກກອມມູນິດ ຫວຽດນາມ ໃນວິວັດການສ້າງສາ, ພັດທະນາປະເທດຊາດ.

ໜັງສືພິມກອງທັບປະຊາຊົນ ຫວຽດນາມ ມີບົດນຳ ດ້ວຍຫົວຂໍ້ວ່າ, 95 ປີລະດູບານໃໝ່ທີ່ມີພັກ. ບົດນຳເນັ້ນໜັກວ່າ, ພາຍໃຕ້ການນຳພາຂອງພັກ, ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ ໄດ້້ສ້າງໄຊຊະນະການປະຕິວັດເດືອນສິງຫາ 1945 ທີ່ຍິ່ງໃຫຍ່, ສ້າງປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ; ໄຊຊະນະຂອງພາລະກິດແຫ່ງການປ່ຽນແປງໃໝ່, ສ້າງທ່ວງທ່າ ແລະ ກຳລັງແຮງຢ່າງເຂັ້ມແຂງໃຫ້ແກ່ປະເທດຊາດ ກ້າວເຂົ້າສູ່ສັງກາດໃໝ່, ສັງກາດບຸກບືນຂອງຊາດ.

        ໜັງສືພິມ ຮ່າໂນ້ຍ ມີບົດຂຽນດ້ວຍຫົວຂໍ້ວ່າ, ພັກ ນຳຊາດ ຫວຽດນາມ ກ້າວເຂົ້າສູ່ອະນາຄົດທີ່ໃສແຈ້ງ. ບົດຂຽນຢືນຢັນວ່າ, ນັບແຕ່ເມື່ອສ້າງຕັ້ງມາຮອດປະຈຸບັນ, ພັກ ຫວຽດນາມ ຍາມໃດກໍ່ມີການຕັດສິນມີລະດັບຈິນຕະນາການພາທາງ ເພື່ອນຳການປະຕິວັດ ຫວຽດນາມ ກ້າວໄປຢ່າງບໍ່ຢຸດຢັ້ງ, ນຳໜ້າໃນການປະຕິວັດໂລກ, ນຳຊາດ ຫວຽດນາມ ກ້າວເຂົ້າສູ່ອະນາຄົດອັນສົດໃສ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຕັດ​ສິນ​ໃຈ​ມອບ​ຂໍ້​ຕົກ​ລົງ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ພາ​ລະ​ໜ້າ​ທີ່​ຂອງ​ບາງອົງ​ການຈັດ​ຕັ້ງພັກຂັ້ນ​ສູນ​ກາງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຕັດ​ສິນ​ໃຈ​ມອບ​ຂໍ້​ຕົກ​ລົງ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ພາ​ລະ​ໜ້າ​ທີ່​ຂອງ​ບາງອົງ​ການຈັດ​ຕັ້ງພັກຂັ້ນ​ສູນ​ກາງ

ຕອນເຊົ້າວັນທີ 3 ກຸມພາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ພັກກອມມູນິດ ໂຕເລິມ ເປັນປະທານກອງປະຊຸມປະກາດບັນດາຂໍ້ຕົກລົງຂອງກົມການເມືອງກ່ຽວກັບພາລະໜ້າທີ່ຂອງບາງອົງການຈັດຕັ້ງພັກ ຂັ້ນສູນກາງ.

Top