• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ວັດທະນະທຳ ທີ່ເປັນມູນເຊື້ອ ບຸນປີໃໝ່ປະຈຳຊາດ (ບຸນເຕັດ) ຫວຽດນາມ ສຳລັບແຂກສາກົນ

ເຂດວາງສະແດງເຂັ້ມຂຸ້ນໄປດ້ວຍສີສັນຂອງ ຫວຽດນາມ; ຫຼືບັນດາສຽງສາກຕຳຢໍ່, ເຕົາໄຟຕົ້ມເຂົ້າຕົ້ມ… ໄດ້ສ້າງຄວາມປະທັບໃຈຕໍ່ກັບເພື່ອນມິດສາກົນ.
ຜູ້ແທນເຂົ້າຮ່ວມງານບຸນ (ພາບ: HCCT)

ສຽງກອງດັງຂຶ້ນຢ່າງຟົດຟື້ນ ພ້ອມກັບການຟ້ອນສິງໂຕ ເຮັດໃຫ້ບັນຍາກາດຕ້ອນຮັບບຸນເຕັດຢູ່ວິທະຍາໄລການຄ້າ ແລະ ທ່ອງທ່ຽວ ຮ່າໂນ້ຍ ຄືກຄຶ້ນມ່ວນຊື່ນ. ບັນດາການເຄື່ອນໄຫວ, ວາດພາບບັນຍາກາດຕ້ອນຮັບບຸນເຕັດທີ່ເປັນມູນເຊື້ອຂອງ ຫວຽດນາມຄືນ ພ້ອມກັບການເຂົ້າຮ່ວມຂອງເອກອັກຄະລັດຖະທູດປະເທດຕ່າງໆປະຈຳ ຫວຽດນາມ.

ບັນດາຮ້ານນ້ອຍໆທີ່ວາງສະແດງພາເຂົ້າບຸນເຕັດທີ່ເປັນມູນເຊື້ອຂອງຊາວ ຮ່າໂນ້ຍ ໃນເມື່ອກ່ອນ ໂດຍມີສີຂຽວຂອງເຂົ້າຕົ້ມ, ສີເຫຼືອງຂອງຊີ້ນໄກ່, ສີແດງຂອງເຂົ້າໜຽວໃສ່ໝາກເຂົ້າ, ສີຂາວຂອງຫົວຜັກບົ່ວດອງ…; ເຂດວາງສະແດງເຂັ້ມຂຸ້ນໄປດ້ວຍສີສັນຂອງ ຫວຽດນາມ; ຫຼືບັນດາສຽງສາກຕຳຢໍ່, ເຕົາໄຟຕົ້ມເຂົ້າຕົ້ມ… ໄດ້ສ້າງຄວາມປະທັບໃຈຕໍ່ກັບເພື່ອນມິດສາກົນ.

ທ່ານນາງ Sylvia Seoketsa, ເລຂາຕີ, ສະຖານທູດ ອາຟະລິກາໃຕ້ ປະຈຳ ຫວຽດນາມ, ສະແດງຄວາມຮູ້ສຶກວ່າ:

“ເມື່ອຕ້ອນຮັບບຸນເຕັດ ຫວຽດນາມ, ຂ້າພະເຈົ້າຮູ້ສຶກເປັນກຽດທີ່ສຸດ ແລະ ໂຊກດີອີກ. ອັນໄດ້ນຳມາເຊິ່ງຫຼາຍສິ່ງຫຼາຍຢ່າງ, ຄວາມມ່ວນຊື່ນ ແລະ ຄວາມສຸກ. ປະຈຸບັນ, ຂ້າພະເຈົ້າຮູ້ສຶກວ່າ ຕົນເອງມີຄວາມເຂົ້າໃຈກ່ຽວກັບ ຫວຽດນາມ ແລະ ບຸນເຕັດປະເພນີ ຫວຽດນາມ ຫຼາຍກວ່າ. ຜ່ານນັ້ນ, ຂ້າພະເຈົ້າກໍ່ໄດ້ເຫັນບັນດາເຍື່ອງອາຫານທີ່ກະກຽມໃຫ້ແກ່ໂອກາດນີ້, ແລະ ຂ້າພະເຈົ້າເຂົ້າໃຈວ່າ ນີ້ແມ່ນຄາບເຂົ້າສຳຄັນທີ່ສຸດຂອງຊາວ ຫວຽດນາມ ໃນໂອກາດບຸນເຕັດ”.        

ເມື່ອຢ້ຽມຊົມບັນດາຮ້ານວາງສະແດງເຍື່ອງອາຫານ, ໄດ້ຊິມບ້ວຍເຄັມຂີງຫອມ ແລະ ດື່ມນ້ຳຊາຂຽວນັ້ນ, ທ່ານ Korhan Kemik, ເອກອັກຄະລັດຖະທູດ ຕວັກກີ ມີຄວາມເຂົ້າໃຈກ່ຽວກັບຮີດຄອງປະເພນີທີ່ເປັນມູນເຊື້ອຂອງຊາວ ຫວຽດນາມ ຫຼາຍກວ່າອີກ.

“ຂ້າພະເຈົ້າມີຄວາມປະຕິຊົມຊື່ນເມື່ອມີໜ້າຢູ່ທີ່ນີ້, ໄດ້ຕ້ອນຮັບບຸນເຕັດຂອງ ຫວຽດນາມ. ຂ້າພະເຈົ້າເຫັນວ່າ ຫວຽດນາມ ມີພື້ນຖານວັດທະນະທຳທີ່ອຸດົມສົມບູນ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ດ້ວຍບັນດາມູນເຊື້ອທີ່ມີມາແຕ່ດົນນານ ແລະ ພື້ນຖານອາຫານການກິນທີ່ດີທີ່ສຸດ. ບຸນເຕັດແມ່ນຫຼັກຖານທີ່ພິສູດໃຫ້ເຫັນສິ່ງເຫຼົ່ານັ້ນຢ່າງຈະແຈ້ງ, ເມື່ອວັດທະນະທຳທີ່ເຂັ້ມຂຸ້ມໄປດ້ວຍສີສັນຊາດ, ສົມທົບກັບເຍື່ອງອາຫານ ແລະ ບັນດາຄຸນຄ່າທາງດ້ານຈິດໃຈ, ພິເສດແມ່ນຄຸນຄ່າຂອງຄອບຄົວ, ສິ່ງນີ້ກໍ່ຄ້າຍຄືກັນກັບວັດທະນະທຳ ຕວັກກີ”.

ບັນດາເອກອັກຄະລັດຖະທູດຢ້ຽມຢາມຮ້ານວາງສະແດງ (ພາບ: HCCT)

ທ່ານນາງ Urawadee Sriphiromya, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ໄທ ປະຈຳ ສສ.ຫວຽດນາມ, ແບ່ງປັນກ່ຽວກັບຄວາມຈັບໃຈເມື່ອໄດ້ເຂົ້າຮ່ວມການຫໍ່ເຂົ້າຕົ້ມດ້ວຍໃບຕອງຈິງສີຂຽວ ພ້ອມກັບເຂົ້າສານໜຽວ, ຊີ້ນໝູ, ໝາກຖົ່ວຂຽວ.

“ຂ້າພະເຈົ້າໄດ້ເຂົ້າຮ່ວມບັນຍາກາດຂອງບຸນເຕັດ ແລະ ຮູ້ສຶກໄດ້ວ່າ ລະດູບານໃໝ່ພວມວຽນມາ; ດອກຄາຍພວມເບັ່ງບານເປີດສາກໃຫ້ແກ່ປີໃໝ່. ປີນີ້ແມ່ນປີມະເມຍ (ມ້າ), ແລະ ຂ້າພະເຈົ້າເຊື່ອໝັ້ນວ່າ ປີໃໝ່ຈະນຳມາເຊິ່ງສິ່ງທີ່ດີງາມ, ຄວາມວັດທະນາຖາວອນຫຼາຍຢ່າງໃຫ້ແກ່ທຸກຄອບຄົວ ກໍຄືປະຊາຊົນ ຫວຽດນາມ ໝົດທຸກຄົນ. ຂ້າພະເຈົ້າເຊື່ອໝັ້ນວ່າ ລຸ້ນໜຸ່ມຈະສືບຕໍ່ເຄົາລົບບັນດາຄຸນຄ່າທີ່ເປັນມູນເຊື້ອນີ້ ແລະ ຈະອະນຸລັກຮັກສາ, ຖ່າຍທອດໃຫ້ລຸ້ນຕໍ່ໆໄປ”.

ບໍ່ພຽງແຕ່ໄດ້ຢ້ຽມຊົມເຂດວາງສະແດງອາຫານທີ່ເປັນມູນເຊື້ອເທົ່ານັ້ນ, ຫາກເພື່ອນມິດສາກົນຍັງໄດ້ເຂົ້າຮ່ວມການເຄື່ອນໄຫວການແຕ້ມພາບ ດົງໂຮ່ໂດຍກົງ; ເຫັນກັບຕາບັນດານັກສິລະປະປັ້ນ ຕໍ່ແຮ (ຂອງຫຼີ້ນພື້ນເມືອງຊະນິດໜຶ່ງ) ; ເຂົ້າຮ່ວມການຂຽນຕົວໜັງສື ຫວຽດ ເດີມ ແລະ ຂໍຕົວໜັງສືຍາມຕົ້ນລະດູບານໃໝ່…

ຢູ່ຮ້ານວາງສະແດງຕົວໜັງສື ຫວຽດ ເດີມ, ໃນຂະນະທີ່ພັນລະຍາຂອງເອກອັກຄະລັກຖະທູດ ຢູແກຼນ ປະຈຳ ຫວຽດນາມ ຂໍຕົວໜັງສື “ສັນຕິພາບ” ນັ້ນ, ທ່ານ Uladzimir Baravikou, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສ.ເບລາຣຸດ ກໍ່ໄດ້ສະແດງຄວາມຈູບຈ້າວຫ້າວຫັນເມື່ອໄດ້ແຕ້ມພາບພື້ນເມືອງ ດົງໂຮ່ໂດຍກົງ.

“ຕາມຂ້າພະເຈົ້າແລ້ວ, ບຸນເຕັດ ຫວຽດນາມ ແມ່ນວັນບຸນທີ່ຈັບໃຈ ແລະ ຟົດຟື້ນທີ່ສຸດ. ໂອກາດນີ້ມີຫຼາຍງານບຸນທີ່ເປັນມູນເຊື້ອ ແລະ ບັນດາການເຄື່ອນໄຫວຫັດຖະກຳທີ່ເປັນເອກະລັກສະເພາະ, ສ້າງໂອກາດເພື່ອໃຫ້ພວກຂ້າພະເຈົ້າພະຍາຍາມເຂົ້າຮ່ວມ ແລະ ເຊື່ອມໂຍງເຂົ້າໃນວັດທະນະທຳຫວຽດນາມ. ຂ້າພະເຈົ້າໄດ້ເຂົ້າຮ່ວມ ການເຄື່ອນໄຫວໂດຍກົງ 2 ຢ່າງແມ່ນ: ແຕ້ມພາບ ດົງໂຮ່ ໂດຍກົງແລະ ຮັບປະທານເຂົ້າໜຽວແບບດັ້ງເດີມ. ຜ່ານນັ້ນ, ຂ້າພະເຈົ້າກໍ່ຮູ້ສຶກໄດ້ຄວາມດຸໝັ່ນຂະຫຍັນພຽນໃນການອອກແຮງງານຂອງຊາວ ຫວຽດນາມ, ພ້ອມທັງເຫັນໄດ້ຄວາມປະເອີບໃຈ ແລະ ຄວາມມ່ວນຊື່ນຂອງເຂົາເຈົ້າ. ຊາວ ຫວຽດນາມ ດຸໝັ່ນທີ່ສຸດ ແລະ ບຸນເຕັດ ກໍ່ມີຄວາມໝາຍເປັນການເປີດສາກໃໝ່ ແລະ ເຄົາລົບບັນດາໂອກາດໃນການດຳລົງຊີວິດ”.

ລາຍການໄດ້ແມ່ນຂົວເຊື່ອມຕໍ່ດ້ານວັດທະນະທຳລະຫວ່າງ ຫວຽດນາມ ກັບໂລກ (ພາບ: HCCT)

ບັນດາການລະຫຼິ້ນພື້ນເມືອງ ດ້ວຍລາຍການແລກປ່ຽນສິລະປະທີ່ເປັນເອກະລັກສະເພາະ ເຊິ່ງໄດ້ວາດພາບໃນບຸນເຕັດທີ່ຈັດຂຶ້ນ ຢູ່ວິທະຍາໄລການຄ້າ ແລະ ທ່ອງທ່ຽວ ຮ່າໂນ້ຍ ບໍ່ພຽງແຕ່ສ້າງບັນຍາກາດເບີກບານມ່ວນຊື່ນເທົ່ານັ້ນ, ຫາກຍັງແມ່ນວັດທະນະທຳທີ່ດີງາມ ຊ່ວຍເຊື່ອມຕໍ່ນ້ຳໃຈສາມັກຄີ, ມິດຕະພາບກັບເພື່ອນມິດສາກົນອີກດ້ວຍ.

ວັດທະນະທຳ - ອາວຸດທາງຈິດຕະສາດຂອງການທູດ ຫວຽດນາມ

ລາຍການລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2026 ຢູ່ມາເລເຊຍ (ພາບ: TTXVN)

ເພື່ອແນໃສ່ເສີມຂະຫຍາຍພະລັງ ແຮງອ່ອນ (soft power) ແຫ່ງຊາດໃນສະພາບການເຊື່ອມໂຍງເຂົ້າກັບສາກົນທີ່ນັບມື້ນັບເລິກເຊິ່ງກວ້າງຂວາງ, ຍຸດທະສາດການທູດວັດທະນະທຳ ຫວຽດນາມ ຮອດປີ 2030 ໄດ້ຢັ້ງຢືນບົດບາດຂອງການທູດວັດທະນະທຳຄືດັ່ງເສົາຄ້ຳທີ່ສຳຄັນຂອງພື້ນຖານການທູດທີ່ທັນສະໄໝ, ຮອບດ້ານ, ເປັນມືອາຊີບ, ໄປຄຽງຄູ່ກັບການທູດດ້ານການເມືອງ ແລະ ການທູດເສດຖະກິດ, ປະກອບສ່ວນຍົກສູງພະລັງແຮງອ່ອນ ແລະ ຖານະບົດບາດຂອງ ຫວຽດນາມ ບົນເວທີສາກົນ. ວັດທະນະທຳແມ່ນປະຕູຊ່ວຍຫວຽດນາມ ຫຍັບເຂົ້າໃກ້ກັບເພື່ອນມິດສາກົນກວ່າ, ແຜ່ກະຈາຍຮູບພາບຊາວຫວຽດນາມ ທີ່ເປັນມິດ, ເມດຕາປານີ, ມີຫົວຄິດປະດິດສ້າງ ແລະ ມີເຕັມໄປດ້ວຍຄວາມຄາດຫວັງບືນຕົວຂຶ້ນ.

ຕາມຍຸດທະສາດພັດທະນາວັດທະນະທຳຮອດປີ 2030ແລ້ວ, ການທູດວັດທະນະທຳ ບໍ່ພຽງແຕ່ແນະນຳບັນດາຄຸນຄ່າທີ່ມີຢູ່ແລ້ວ, ຫາກຍັງເປັນເຈົ້າການເຊື່ອມໂຍງ ແລະ ປະກອບສ່ວນ, ຜ່ານການເຂົ້າຮ່ວມບັນດາເວທີປາໄສວັດທະນະທຳສາກົນນັບມື້ນັບເລິກເຊິ່ງກວ້າງຂວາງກວ່າ. ຜ່ານນັ້ນ, ກໍ່ຢັ້ງຢືນ ຫວຽດນາມ ບໍ່ພຽງແຕ່ແມ່ນຜູ້ຮັບເອົາເທົ່ານັ້ນ ຫາກຍັງແມ່ນຄູ່ຮ່ວມມືທີ່ມີຄວາມຮັບຜິດຊອບໃນຊີວິດດ້ານວັດທະນະທຳທົ່ວໂລກອີກດ້ວຍ.

ທ່ານ ໂງເລວັນ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ (ພາບ: vufo.org.vn)

ຕາມທ່ານ ໂງເລວັນ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລ້ວ, ການເຊື່ອມໂຍງວັດທະນະທຳໃນສັງກາດໃໝ່ ທັງແມ່ນວິວັດການເປີດ, ທັງຮັກສາວັດທະນະທຳ.

“ການທູດ ຫວຽດນາມ ເວົ້າລວມ, ການທູດວັດທະນະທຳ ເວົ້າສະເພາະ, ພວມຢືນຢູ່ຕໍ່ໜ້າພາລະກຳປະຫວັດສາດ, ຮຽກຮ້ອງໃຫ້ມີບາດກ້າວຫັນປ່ຽນທີ່ສົມກັບລະດັບຍຸດທະສາດໃນສັງກາດໃໝ່. ພວກເຮົາຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ, ເປັນເຈົ້າການ ແລະ ມີປະສິດທິຜົນຢູ່ບັນດາເວທີປາໄສຫຼາຍຝ່າຍ, ສອງຝ່າຍກ່ຽວກັບວັດທະນະທຳ , ເພື່ອນຳພື້ນຖານວັດທະນະທຳທີ່ເຂັ້ມຂຸ້ນໄປດ້ວຍສີສັນຫວຽດນາມ ອອກ ສູ່ໂລກ, ພ້ອມທັງຮັບເອົາສິ່ງຍອດຢ້ຽມສີວິໄລຂອງມວນມະນຸດເຂົ້າ ຫວຽດນາມ.

ໃນສະພາບການຫັນເປັນໂລກາພິວັດ ແລະ ຫັນເປັນດີຈີຕອນທີ່ພວມດຳເນີນໄປຢ່າງແຮງນັ້ນ, ວັດທະນະທຳບໍ່ໄດ້ “ເດີນຊ້າໄປຕາມຫຼັງ” ຫາກຕ້ອງກາຍເປັນແຫຼ່ງກຳລັງສຳຄັນໃຫ້ແກ່ການພັດທະນາ. ບັນດາຜະລິດຕະພັນວັດທະນະທຳທີ່ມີສີສັນ ຫວຽດ, ເຊິ່ງສະແດງອອກຜ່ານພາສາທີ່ທັນສະໄໝ ແລະ ເຕັກໂນໂລຢີໃໝ່, ພວມເປີດອອກກາລະໂອກາດ ເພື່ອໃຫ້ພາບພົດ ຫວຽດນາມ ຫຍັບໃກ້ເຂົ້າກັບໂລກກວ່າອີກ, ໂດຍສະເພາະແມ່ນລຸ້ນໜຸ່ມໃນທົ່ວໂລກ. ທ່ານ ຫງວຽນທ້າຍຫຽບ, ຮອງຫົວໜ້າສະຖາບັນຄົ້ນຄ້ວາພັດທະນາອານຸລັກຮັກສາວັດທະນະທຳສີລະປະ ອາຊີຕາເວັນອອກສ່ຽງໃຕ້ ຖືວ່າ:

“ເພີ່ມທະວີການພົບປະແລກປ່ຽນວັດທະນະທຳລະຫວ່າງ ຫວຽດນາມ ແລະ ໂລກເພື່ອໃຫ້ສີສັນຊາດທັງໄດ້ຮັບການຮັກສາ, ທັງໄດ້ເສີມສ້າງໃນວິວັດການເຊື່ອມໂຍງ. ການເສີມຂະຫຍາຍຄຸນຄ່າວັດທະນະທຳຈະກາຍເປັນຂົວເຊື່ອມຕໍ່ສຳຄັນ, ປະກອບສ່ວນຢ່າງແທດຈິງໃຫ້ແກ່ການພັດທະນາແບບຍືນຍົງຂອງປະເທດໃນໄລຍະໃໝ່”.

ລາຍການພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີປຸ່ນຢູ່ງານວາງສະແດງໂລກ (ພາບ: baovanhoa.vn)

ສິ່ງສຳຄັນໜຶ່ງອີກໃນຍຸດທະສາດແມ່ນບົດບາດຂອງປະຊາຄົມ ຊາວຫວຽດນາມອາໄສຢູ່ຕ່າງປະເທດ. ມີຊາວຫວຽດນາມອາໄສຢູ່ຕ່າງປະເທດກ່ວາ 5 ລ້ານຄົນນັ້ນກໍ່ແມ່ນບັນດາທູດວັດທະນະທຳທີ່ໃກ້ຊິດທີ່ສຸດ. ການຮັກສາພາສາ ຫວຽດ, ຮີດຄອງປະເພນີ, ມູນເຊື້ອໃນປະຊາຄົມ, ພ້ອມທັງແຜ່ກະຈາຍບັນດາຄຸນຄ່າວັດທະນະທຳ ຫວຽດ ຢູ່ປະເທດປະຈຳຖີ່ນ ໄດ້ ແລະ ພວມປະກອບສ່ວນເຮັດໃຫ້ພາບພົດ ຫວຽດນາມ ມີຊີວິດຊີວາ ແລະ ແທ້ຈິງກວ່າໃນສາຍຕາເພື່ອນມິດສາກົນ. ທ່ານ ຫງວຽນວັນຮຸ່ງ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ຢັ້ງຢືນວ່າ:

“ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນກ່ຽວກັບວັດທະນະທຳ, ຫັນປ່ຽນຈິນຕະນາການຮອບດ້ານ ຈາກການພົບປະແລກປ່ຽນ ກາຍເປັນການຮ່ວມມືຢ່າງແທ້ຈິງ, ຖືກຳລັງແຮງສັງລວມແຫ່ງຊາດເປັນພື້ນຖານເພື່ອຂຽນຕໍ່ເລື່ອງລາວ ຫວຽດນາມ ໃນສັງກາດໃໝ່. ວັດທະນະທຳ ຫວຽດນາມ ແມ່ນກົກເຄົ້າຂອງສີສັນ, ແມ່ນພະລັງແຮງອ່ອນເພື່ອເຊື່ອມໂຍງ, ຊ່ວຍ ຫວຽດນາມ ຢັ້ງຢືນຄຸນນະ ທາດ, ແຜ່ກະຈາຍຄຸນຄ່າ ແລະ ສ້າງຖານະບົດບາດສະເພາະໃນກະແສວັດທະນະທຳທົ່ວໂລກ”.

ດ້ວຍຈິນຕະຍາການຫັນປ່ຽນຢ່າງແຮງ ຈາກການພົບປະແລກປ່ຽນມາເປັນການຮ່ວມມືຢ່າງແທ້ຈິງ, ຈາກການແນະນຳສິ່ງທີ່ຕົນເອງມີ ມາເປັນການພ້ອມກັນປະດິດສ້າງ, ພ້ອມກັນປະກອບສ່ວນ, ຫວຽດນາມ ບໍ່ພຽງແຕ່ແມ່ນຜູ້ເລົ່າເລື່ອງລາວຂອງຕົນເອງເທົ່ານັ້ນ, ຫາກຍັງແມ່ນສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມວັດທະນະທຳສາກົນ, ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການ, ຮ່ວມແຮງຮ່ວມໃຈອະນຸລັກຮັກສາມໍລະດົກ, ຊຸກຍູ້ການຫັນວັດທະນະທຳເປັນຫຼາຍຮູບຫຼາຍແບບ ແລະ ພັດທະນາແບບຍືນຍົງ. ຄວາມເປັນເຈົ້າການ, ໝັ້ນໃຈນີ້ ໄດ້ຮັບການຕ້ອນຮັບ ແລະ ຕີລາຄາສູງຈາກໂລກ. ໃນຊຸມວັນທ້າຍປີມະເສງ, ເວັບໄຊຂອງ UNESCO ໄດ້ລົງສານຂອງອົງການນີ້ທີ່ຊົມເຊີຍມະຕິເລກທີ 80-NQ/TW ຂອງກົມການເມືອງ ພັກກອມມູນິດ ຫວຽດນາມ ກ່ຽວກັບການພັດທະນາວັດທະນະທຳ ໃນສັງກາດໃໝ່. ທ່ານ Jonathan Wallace Baker ຫົວໜ້າຜູ້ຕາງໜ້າ UNESCO ປະຈຳ ຫວຽດນາມ ແບ່ງປັນວ່າ:

“UNESCOຊົມເຊີຍວິໄສທັດທີ່ລະບຸໃນມະຕິເລກທີ 80 – NQ/TW. ການກຳນົດວັດທະນະທຳແມ່ນແຫຼ່ງກຳລັງຫຼັກແຫຼ່ງ ແລະ ເສົາຄ້ຳຂອງການພັດທະນາ ສະແດງໃຫ້ເຫັນວ່າ ຫວຽດນາມ ໄດ້ຖືມະນຸດ, ບັນດາຄຸນຄ່າ ແລະ ສີສັນວັດທະນະທຳເປັນໃຈກາງຂອງຍຸດທະສາດພັດທະນາໄລຍະຍາວຂອງປະເທດ. ຈາກການສັງເກດຂອງ UNESCO, ມະຕິເລກທີ 80 – NQ/TW ໄດ້ຍົກອອກຂັ້ນຕອນນະໂຍບາຍໃຫ້ວິວັດແຫ່ງການປ່ຽນແປງໃໝ່ທີ່ມີລັກສະນະໂຄງປະກອບໃນຂົງເຂດວັດທະນະທຳ, ມຸ່ງໄປເຖິງການລະດົມແຫຼ່ງກຳລັງສັງຄົມ, ຊຸກຍູ້ເສດຖະກິດທີ່ມີຫົວຄິດປະດິດສ້າງ ແລະ ປົກປ້ອງວັດທະນະທຳທີ່ເປັນຫຼາຍຮູບແບບ. ນີ້ແມ່ນການສືບຕໍ່ທີ່ເໝາະສົມຂອງມູນເຊື້ອທີີ່ມີມາແຕ່ດົນນານ ຖືວັດທະນະທຳຂອງ ຫວຽດນາມ ເປັນສຳຄັນ, ພ້ອມທັງສ້າງພື້ນຖານເພື່ອໃຫ້ປະເທດຮັບມືກັບບັນດາສິ່ງທ້າທາຍໃນສັງກາດດີຈີຕອນ ແລະ ໃນສະພາບການທົ່ວໂລກມີການຜັນແປຫຼາຍຢ່າງໃຫ້ມີປະສິດທິຜົນ”.

ການເຊື່ອມໂຍງວັດທະນະທຳໃນສັງກາດໃໝ່ແມ່ນວິວັດການສ້າງຄວາມຮັ່ງມີໃຫ້ແກ່ສີສັນຊາດຈາກສິ່ງຍອດຢ້ຽມຂອງມວນມະນຸດ, ເສີມສາງຄວາມຮັ່ງມີໃຫ້ແກ່ໂລກ ດ້ວຍບັນດາຄຸນຄ່າສະເພາະຂອງວັດທະນະທຳ ຫວຽດນາມ. ແລະ ບົນວິວັດການນັ້ນ, ວັດທະນະທຳ ສືບຕໍ່ແມ່ນບ່ອນອີງດ້ານຈິດໃຈ, ແມ່ນພະລັງແຮງອ່ອນທີ່ໝັ້ນໜຽວ, ຊ່ວຍໃຫ້ ຫວຽດນາມ ມີຄວາມໝັ້ນໃຈເຊື່ອມໂຍງ, ຢັ້ງຢືນຄຸນນະທາດ ແລະ ຖານະບົດບາດຂອງຕົນໃນກະແສວັດທະນະທຳທົ່ວໂລກຢ່າງໝັ້ນຄົງ.

(ແຫຼ່ງຄັດຈາກ VOV)

ຮັກ​ສາ ແລະ ແຜ່​ກະ​ຈາຍວັດ​ທະ​ນະ​ທຳອັນ​ດີ​ງາມ​ໃນ ບຸນ​​ປີ​ໃໝ່ປະ​ຈຳ​ຊາດ ໃຫ້​ຊາວ​ຫວຽດ​ນາມ ​ຢູ່​ລາ​ວ

ຮັກ​ສາ ແລະ ແຜ່​ກະ​ຈາຍວັດ​ທະ​ນະ​ທຳອັນ​ດີ​ງາມ​ໃນ ບຸນ​​ປີ​ໃໝ່ປະ​ຈຳ​ຊາດ ໃຫ້​ຊາວ​ຫວຽດ​ນາມ ​ຢູ່​ລາ​ວ

ບຸນປີໃໝ່ປະຈຳຊາດ (ບຸນເຕັດ) - ວັນບຸນປະເພນີທີ່ສຳຄັນ ແລະ ສັກກະລະບູຊາທີ່ສຸດຂອງຊາວຫວຽດນາມ ໃກ້ຈະວຽນມາແລ້ວ, ຢູ່ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໂຮງຮຽນ ສອງພາສາ ລາວ - ຫວຽດນາມ ຫງວຽນຢູ ຢູ່ນະຄອນຫຼວງວຽງຈັນ ເປັນກຽດທີ່ຈັດຕັ້ງງານບຸນວັດທະນະທຳ - ເທດສະການອາຫານ, ເພື່ອຊົມເຊີຍພັກ, ຕ້ອນຮັບລະດູບານໃໝ່ປີ 2026. ນີ້ແມ່ນໜຶ່ງໃນບັນດາກິດຈະກຳວັດທະນະທຳທີ່ມີຄວາມໝາຍທີສຸດ, ບໍ່ພຽງແຕ່ນຳມາເຊິ່ງບັນຍາກາດລະດູບານໃໝ່ທີ່ຄຶກຄື້ນມ່ວນຊື່ນ, ອົບອຸ່ນຢູ່ປະເທດເພື່ອນເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຈິດໃຈສາມັກຄີ, ຄວາມສະໜິດຕິດພັນ, ມຸ່ງຫາບ້ານເກີດເມືອງນອນ, ປະເທດຊາດຢ່າງເລິກເຊິ່ງ, ປະກອບສ່ວນເຂົ້າໃນການຮັກສາ ແລະ ແຜ່ກະຈາຍສີສັນວັດທະນະທຳຂອງຊາດຫວຽດນາມ ອີກດ້ວຍ.

Top