• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ວັດຖຸທີ່ລໍ້າຄ່າ ລະດັບຊາດ ຢູ່ ວັດຢ໋າມ

ເປັນສະຖານທີ່ແຫ່ງຄວາມເຊື່ອຖືທາງໃຈ ທີ່ມີຊື່ສຽງ ຊຶ່ງ ຮັກສາ ໄວ້ ສິ່ງລຳ້ຄ່າລະດັບຊາດ, ວັດ ຢ໋າມ ນອກຈາກ ບູຊາພະ ພຸດທະຮູບເທົ່ານັ້ນ ຍັງບູຊາ ໝໍຢາທີ່ລືຊື່ ເຕ້ວຕິ້ງ ຊຶ່ງຖືວ່າ ເປັນພະອໍລະຫັນ, ຜູ້ລິເລີ່ມຂອງ ຂະແໜງການແພດ ແລະ ການຢາ ຫວຽດນາມ. ວັດຢ໋າມ ມີເນື້ອທີ່ກວ້າງ 2 ເຮັກຕາ, ສັງກັດຕາແສງ ເກີ່ມເຊີນ, ເມືອງ ເກີ່ມຢ່າງ, ແຂວງ ຮາຍ ເຢືອງ. 
ຈາກຮ່າໂນ້ຍ ໄປຍັງ ແຂວງ ຮາຍເຢືອງ ຕາມເສັ້ນທາງຫຼວງ 5A ກວ່າ 40 ກິໂລແມັດ ຮອດທາງສີ່ແຍກ ຕະຫຼາດ ແກ໊ ກໍ ລ້ຽວຊ້າຍ ປະມານ 3 ກິໂລແມັດ ແມ່ນເຖິງ ວັດຢ໋າມ, ປັດຈຸບັນ ສະຖານທີ່ ແຫ່ງນີ້ ຍັງຄົງຮັກສາໄວ້ໄດ້ ວັດຖຸພັນ, ເຄື່ອງບູຮານ ທີ່ມີຄ່າ ຫຼາຍຢ່າງເຊ່ັນ: ລະຄັງໜ່ວຍໃຫຍ່, ຫີນສີລາ, ຮູບປັ້ນພະພຸດ ທະຮູບ ທີ່ມີມາແຕ່ບູຮານນະການ... ມີ ຮູບປັ້ນຈຳນວນໜຶ່ງ ຢູ່ທີ່ນີ້ ແມ່ນຕົ້ນສະບັບ, ໂດຍອີງໃສ່ຮູບຊົງ ຂອງ ບັນດາ ພະພຸດທະຮູບນີ້ ຄົນທັງຫຼາຍໄດ້ປະດິດສ້າງອອກເປັນ ຫຼາຍສະບັບຕື່ມອີກ ເພື່ອການບູຊາຢູ່ສະຖານທີ່ ຫຼາຍແຫ່ງ ໃນທົ່ວປະເທດ.

ຫໍ ກື໊ວເຝີມລຽນຮວາ ເປັນໜຶ່ງໃນບັນດາວັດຖຸບູຮານ ທີ່ມີ ຄຸນຄ່າ ພິເສດ ຊຶ່ງເປັນຈຸດເດັ່ນຂອງຫຼັງວັດທີ່ເກົ່າແກ່ແຫ່ງນີ້. ຫໍທາດ ສ້າງດ້ວຍໄມ້ມີອາຍຸປະມານ 300 ປີ, ມີລວງສູງ 4,44 ແມັດ ລວມ 9 ຊັ້ນ, ແຕ່ລະຊັ້ນມີ ເປັນກີບດອກບົວ ລວມ 5 ຊັ້ນ. 9 ຊັ້ນຂອງຖ້ານດອກບົວນີ້ ແມ່ນສັນຍາລັກໃຫ້ແກ່ 9 ຊັ້ນບວດ ສຳເລັດພະອໍລະຫັນ ຂອງສາສະໜາພຸດ. ຫໍກື໊ວເຝີມ ລວມມີ 6 ດ້ານ, ແຕ່ລະດ້ານ ກວ້າງ 1,2 ແມັດ. ເພື່ອສາມາດສ້າງ ກິດຈະກຳ ທີ່ໂຄງປະກອບ ຢ່າງຄັກແນ່, ສົມສ່ວນ ກັບບັນດາ ລວດລາຍທີ່ປານີດຄືດັ່ງນີ້, ບັນດານັກສິລະປິນໄດ້ ປຸກດ້ວຍເສົາໄມ້ດູ່ ຢູ່ກາງ, 6 ເສົາຄວັດຮູບໄມ້ເຮ້ຍ ເນລະມິດເປັນມັງກອນ ຢູ່ອ້ອມຂ້າງ. ເສົາໄມ້ດູ ຢູ່ ກາງ ແລະ ບັນດາເສົາ ຮູບ ໂຕມັງກອນ ໄດ້ເຊື່ອມຕໍ່ກັນ ດ້ວຍລະບົບ ຂື່ ຈັດໄຂ່ວກັນ. ຢູ່ເທິງແຕ່ລະຫຼ່ຽມ ຂອງຫໍກື໊ວເຝີມ ມີພະພຸດທະຮູບ 3 ອົງ, ແຕ່ລະຊັ້ນ ມີ 18 ອົງ. ຢູ່ຊັ້ນສູງສຸດ ມີພຽງພະພຸດທະຮູບ ໃຫຍ່ ອົງໜຶ່ງ ມີລວງສູງ 1 ແມັດ. ຫໍກື໊ວເຝີມ ມີ ພະພຸດທະຮູບ ລວມທັງໝົດ 145 ອົງ, ຫໍກື໊ວເຝີມ ມີນຳ້ໜັກປະມານ 4 ໂຕນ, ແຕ່ໃຊ້ມືຍູ້ຄ່ອຍໆ ຫໍກື໊ວເຝີມ ນີ້ກໍສາມາດປ່ິນ ຕາມວົງມົນໄດ້.



ຫໍ ກື໊ວເຝີມລຽນຮວາ (ຍັງເອີ້ນວ່າ ເຮືອນເຝີມ) ເບິ່ງແຕ່ເຮືອນໂຕ໊ ຂອງ ວັດ ຢ໋າມ. ພາບ: ແຄ໋ງລອງ


ມີຄວາມສູງ 4,44 ແມັດ, ກືວເຝີມລຽນຮວາ ຢູ່ວັດຢ໋າມ ແມ່ນ ວັດຖຸບູຮານ ມີຂະໜາດທີ່ໃຫຍ່ໂຕ, ມີຄຸນຄ່າ ທາງສິລະປະ
ດ້ານ ສະຖາປັດຕະຍະ ກຳພຸດທະສາສະໜາທີ່ພິເສດ. ພາບ: ຫວຽດເກື່ອງ



ບົນພື້ນເຮືອນເຝີມ ມີເນື້ອທີ່ກວ່າ 90 ຕາລາງແມັດ ພຽງເພື່ອ ຕັ້ງ ພະພຸດທະຮູບ ແລະ ຫໍ ກື໊ບເຝີມ ເທົ່ານັ້ນ. ພາບ: ຫວຽດເກື່ອງ


ໜຶ່ງໃນຫົກດ້ານ ຂອງ ຫໍກື໊ວເຝີມລຽນຮວາ. ພາບ: ແຄ໋ງລອງ


ສ່ວນພື້ນຂອງໜຶ່ງໃນຫົກເສົາ ຄວັດຮູບໄມ້ເຮ້ຍເນລະມິດເປັນ ໂຕມັງກອນ ເທິງ ກື໊ວເຝີມ. ຫໍທາດ ນີ້ໄດ້ຮັບຮອງເປັນສິ່ງ ລຳ້ຄ່າ
ຂອງຊາດ ເມື່ອ ປີ 2015. ພາບ: ແຄ໋ງລອງ



ສ່ວນໂຕ ຖືກແກະສະຫຼັກ ດ້ວຍໄມ້ເຮ້ຍ ກາຍເປັນ ໂຕມັງ ກອນ ເທິງ ຫໍກື໊ວເຝີມ. ພາບ: ຫວຽດເກື່ອງ


ມີພະພຸດທະຮູບ 18 ອົງ ໄດ້ວາງຢູ່ເທິງແຕ່ລະຊັ້ນ ຂອງ ຫໍ ທາດ. ພາບ: ແຄ໋ງລອງ


ບັນດາຮູບດອກບົວຢູ່ເທິງຖ້ານໃບບົວໄດ້ ຄວັດສະຫຼັກ ລວດ ລາຍ ຢ່າງປານີດ. ພາບ: ຫວຽດເກື່ອງ


ຖ້ານໃບບົວ ເຮັດດ້ວຍໄມ້, ລວມມີ ຫົກດ້ານ ທີ່ມີຄວາມ ສົມ ສ່ວນກັນ. ພາບ: ແຄ໋ງລອງ


ເຖິງວ່າມີນຳ້ໜັກ ປະມານ 4 ໂຕນ ແຕ່ ຫໍທາດ ນີ້ກໍສາມາດ ປິ່ນຕາມວົງມົນ ດ້ວຍກຳລັງແຮງຍູ້ຂອງມືຄົນ. ພາບ: ຫວຽດເກື່ອງ


ປະຊາຊົນ ຕາແສງ ເກີ໊ມເຊີນ, ເມືອງ ເກີ໊ມຢ່າງ, ແຂວງ ຮາຍ ເຢືອງ ຖະຫວາຍທູບທຽນ ບູຊາພະພຸດທະຮູບ
ຢູ່ ຫໍທາດດອກ ບົວ ໃນ ວັນເພັງ. ພາບ: ຫວຽດເກື່ອງ

ປັດຈຸບັນ ຫໍ ກື໊ວເຝີມລຽນຮວາ ຢູ່ ວັດ ຢ໋າມ ໄດ້ຖືວ່າ ເປັນ ເຄື່ອງບູຮານທີ່ມີຄຸນຄ່າສິລະປະດ້ານການສະຖາປັດຕະຍະກຳ ສາສະໜາພຸດ ທີ່ພິເສດ. ພ້ອມກັບ ຫໍ ກື໊ວເຝີມ ສອງແຫ່ງ ຢູ່ວັດ ບຸດທາບ (ແຂວງ ບັກນິງ) ແລະ ວັດ ດົ້ງງໍ້ (ແຂວງ ຮາຍ ເຢືອງ), ນີ້ແມ່ນ ໜຶ່ງໃນສາມຜົນການປະດິດແຕ່ງອັນລ້ຳຄ່າ ດ້ານສິລະປະຄວັດສະຫຼັກໄມ້ມູນເຊື້ອ ຂອງ ຫວຽດນາມ ມີ ຄວາມກ່ຽວພັນເຖິງສາ ສະໜາພຸດ ຍັງຮັກສາໄວ້ໄດ້ ມາຮອດ ປັດຈຸບັນ. ບໍ່ພຽງແຕ່ເທົ່ານັ້ນ ນີ້ຍັງເປັນແຫຼ່ງ ຂໍ້້ມູນເອກະສານ ທີ່ມີຄ່າ ຮັບໃຊ້ໃຫ້ແກ່ວຽກງານການຄົ້ນຄວ້າ ວິທະຍາສາດ ນຳອີກ. ດ້ວຍບັນດາຄຸນຄ່າດັ່ງກ່າວ, ຫໍ ກື໊ວເຝີມລຽນຮວາ ໄດ້ ລັດຖະບານ ຮັບຮອງວ່າເປັນສິ່ງລຳ້ຄ່າລະດັບຊາດ ເມື່ອ ປີ 2015. 
ບົດ: ຫວຽດເກື່ອງ - ພາບ: ຫວຽດເກື່ອງ, ແຄ໋ງລອງ

ວັງ ກ໋ຽນຈຸງ ທີ່ງົດງາມ

ວັງ ກ໋ຽນຈຸງ ທີ່ງົດງາມ

ພາຍຫຼັງ 70 ປີແຫ່ງການຄົງຕົວໃນ ຊາກສະຫຼັກຫັກພັງ, ໃນລະດູບານ ໃໝ່ ປີ 2024, ວັງ ກ໋ຽນຈູງ, ໜຶ່ງໃນ 5 ກິດຈະການ ສະຖາປັດຕະຍະ ກຳ ຂະໜາດໃຫຍ່ ທີ່ຕັ້ງ ຢູ່ເທິງແກນ ຊິນໂຕ (Shinto) ໃນ ຕື໊ເກີ໋ມ ແທ່ງ (ພາຍໃນ ວັງຕ້ອງຫ້າມ) ເຫວ້ ໄດ້ ກັບຄືນມາ ວາດຊົງທີ່ໃຫຍ່ໂຕ ແລະ ສວຍງົດງາມ ຄືໃນສະໄໝກ່ອນ ເພື່ອສືບຕໍ່ເລົ່າເລື່ອງທີ່ໜ້າສົນ ໃຈ ກ່ຽວກັບຊີວິດຢູ່ ວັງໃນ ສະໄໝ ລາຊະວົງ ຫງວຽນ ແລະ ບັນດາ ເຫດການ ທີ່ເປັນຂີດໝາຍ ປະຫວັດສາດ ຂອງປະເທດ.

Top