• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ລົກອຽນ ດິນແດນແຫ່ງທໍາມະຊາດ

ຢູ່ເຂດພູດອຍ ຂອງແຂວງ ກວ໊າງນາມ ມີໝູ່ບ້ານບູຮານ ລົກ ອຽນ ຖືວ່າ ເປັນສະຫວັນ ແຫ່ງຄວາມສວຍງາມ ແລະ ສະຫງົບ ສຸກ ກັບເຮືອນ ບູຮານ ຫຼາຍຫຼັງ ຊຶ່ງຄົງຕົວ ມາເປັນເວລາ ກວ່າ ຮ້ອຍປີແລ້ວ ພ້ອມກັບກຳແພງຮົ້ວ ສ້າງດ້ວຍຫີນ ປົກຄຸມເຕັມ ໄປດ້ວຍໄຄນຳ້ ສີຂຽວ ອ້ອມຮອບໝູ່ບ້ານ, ທົ່ງນາ ຮົ້ວສວນ ທີ່ ມີຄວາມອຸດົມສົມບູນ. 
ໝູ່ບ້ານບູຮານ ລົກອຽນ ສັງກັດ ຕາແສງ ຕຽນແກ໊ງ, ເມືອງ ຕຽນ ເຟືອກ, ແຂວງ ກວ໊າງນາມ ເປັນເຂດ ພູພຽງ, ເພາະສະນັ້ນ ດິນ ດອນຕອນຫຍ້າ ແຫ່ງນີ້ ຈິ່ງອຸດົມສົມບູນ, ອາກາດສົດຊື່ນ, ຜູ້ ຄົນມີນິດໄສໃຈດີ ແລະ ຮັກແຂກແພງຄົນ. 
 

ພິທີພາວະນາ ມະເຫສັກຫຼັກເມືອງ ຂອງໝູ່ບ້ານ ລົກອຽນ. ພາບ: ແທງຮ່ວາ


ຮ່ອມບ້ານທີ່ມີຮົ່ມເຢັນຈາກຕົ້ນໄມ້ຂຽວ. ພາບ: ແທງຮ່ວາ


ກຳແພງຮົ້ວຫີນເຕັມແຕ່ໄຄນຳ້. ພາບ: ແທງຮ່ວາ


ກຳແພງຮົ້ວຫີນ ແລະ ຮ່ອມບ້ານຫີນ ເປັນຈຸດຄວາມເປັນ ເອກະລັກ ຂອງໝູ່ບ້ານ ລົກອຽນ. ພາບ: ແທງຮ່ວາ


ເຂດສວນ ທີ່ເຕັມໄປດ້ວຍ ລັກສະນະ ພູມອາກາດ ແລະ ດິນແດນ ຂອງ ເຂດເຄິ່ງພູດອຍເຄິ່ງທົ່ງພຽງ ຢູ່ ລົກອຽນ. ພາບ: ແທງຮ່ວາ


ກຳແພງຮົ້ວ ແລະ ປະຕູໂຂງ ຂອງເຮືອນສວນແຫ່ງໜຶ່ງ ຢູ່ ລົກອຽນ. ພາບ: ແທງຮ່ວາ


ຮິມຕະຫຼິ່ງ ແລະ ກຳແພງຫີນ ທັງສ້າງຄວາມງາມ ໃຫ້ແກ່ ຫຼັງເຮືອນ ທັງກັນນຳ້ຝົນ ເຮັດໃຫ້ ດິນບໍ່ເຊາະເຈື່ອນ ອີກດ້ວຍ. ພາບ: ແທງຮ່ວາ


ລັບໆ ລີ້ໆ ຢູ່ທ້າຍຮ່ອມບ້ານທີ່ເປັນຄ້ອຍໆ ແມ່ນ ປະກົດຕົວຂຶ້ນ ເຮືອນບູຮານຫຼັງໜຶ່ງ ທີ່ຕັ້ງຊ່ອມຕົວ ໃນຮົ່ມເຢັນ ຂອງຕົ້ນໄມ້ໃບຫຍ້າ. ພາບ: ແທງຮ່ວາ


ບັນດາຂັ້ນໄດຫີນ ຕັ້ງ ຢ່າງເປັນລະບຽບ ສ້າງເປັນເສັ້ນທາງ ຂຶ້ນເຖິງເດີນເຮືອນ. ພາບ: ແທງຮ່ວາ


ຮິມຮົ້ວກຳແພງ ໄດ້ຈັດຂຶ້ນ ດ້ວຍບັນດາກ້ອນຫີນຂຽວ ທີ່ເປັນແຜ່ນໃຫຍ່. ພາບ: ແທງຮ່ວາ


ລະບົບປະຕູດ້ວຍໄມ້ ໃນຫຼັງເຮືອນມູນເຊື້ອຂອງ ໝູ່ບ້ານ ລົກອຽນ. ພາບ: ແທງຮ່ວາ


ໂຄງປະກອບດ້ວຍໄມ້ ແລະ ຫຼັງຄາມຸງດ້ວຍດິນຂໍ ຂອງ ໝູ່ບ້ານ ລົກອຽນ. ພາບ: ແທງຮ່ວາ


ປັດຈຸບັນ, ໝູ່ບ້ານບູຮານ ລົກອຽນ ມີເຮືອບູຮານຫຼາຍຫຼັງ ທີ່ເຮັດດ້ວຍໄມ້ ຊຶ່ງມີອາຍຸ ກວ່າ 100 ປີ. ພາບ: ແທງຮ່ວາ


ນັກທ່ອງທ່ຽວເຂົ້າຢ້ຽມຊົມເຮືອນບູຮານຫຼັງໜຶ່ງ ຢູ່ໝູ່ບ້ານ ລົກອຽນ. ພາບ: ແທງຮ່ວາ


“ບ່ອນບອນ” ເປັນປະເພດໝາກໄມ້ທ່ີມີຊື່ສຽງ ຂອງ ໝູ່ບ້ານບູຮານ ລົກອຽນ. ພາບ: ແທງຮ່ວາ


ບັນດາປະເພດໝາກໄມ້ທີ່ເປັນຜະລິດຕະພັນພິເສດ ຂອງ ໝູ່ບ້ານບູຮານ ລົກອຽນ. ພາບ: ແທງຮ່ວາ


ພາບຂອງ ທົ່ງນາ ຮົ້ວສວນ ຢູ່ ລົກອຽນ ຊຶ່ງສ້າງເປັນທັດສະ ນີຍະພາບ ທີ່ມີຄວາມງາມ ດັ່ງໃນຝັນ. ພາບ: ແທງຮ່ວາ

ປະຊາຊົນໝູ່ບ້ານ ລົກອຽນໃນສະໄໝກ່ອນ ເຮັດອາຊີບ ກະສິ ກຳ ເປັນຕົ້ນຕໍ, ນອກຈາກປູກເຂົ້າ, ເຂົາເຈົ້າຍັງປູກ ຕົ້ນໄມ້ກິນ ໝາກອີກຫຼາຍປະເພດ. ເນື່ອງຈາກມີພູມອາກາດ ເຢັນດີ, ດິນ ທີ່ອຸດົມສົມບູນ, ເພາະສະນັ້ນ ຕົ້ນໄມ້ ຂຽວງາມຕະຫຼອດປີ ແລະ ໃຫ້ໝາກດົກໜາ. ທົ່ວທັງໝູ່ບ້ານ ບໍ່ວ່າບ່ອນໃດກໍມີ ສວນຕົ້ນ ໄມ້ກິນໝາກ ທີ່ມີຮົ່ມເຢັນ ກັບຫຼາຍປະເພດໝາກໄມ້ທີ່ແຊບ ຊ້ອຍ ຕາມລະດູການເຊັ່ນ: ໝາກສະຕໍເບີຣີ, ໝາກກ້ຽງ, ໝາກ ກ້ຽງໜ້ອຍ, ໝາກຟຸກ, ໝາກກ້ວຍ, ພິກໄທ ຫຼື ຕົ້ນຊາ, ຕົ້ນແຄ່, ຕົ້ນໝາກ, ຄ້າງພູ... ຊຶ່ງເຮັດໃຫ້ຜູ້ພົບເຫັນ ນຶກເຖິງ ເຂດສວນ ໝາກໄມ້ ທີ່ກວ້າງໃຫຍ່ຢູ່ ນາມໂບ້ (ພາກໃຕ້ ຂອງ ຫວຽດນາມ) ໄດ້ປະກົດຕົວຢູ່ທີ່ນີ້.

ລົກອຽນ ບໍ່ພຽງແຕ່ມີສວນ ທ່ີໃຫ້ໝາກດົກ, ມີລົດແຊບ ເທົ່ານັ້ນ, ແຕ່ຍັງມີບັນດາເສັ້ນທາງ, ຮ່ອມນ້ອຍ, ຮົ້ວກັ້ນ, ປະຕູຫີນ ທີ່ປົກ ຄຸມເຕັມແຕ່ໄຄນໍ້າ ຊຶ່ງສະແດງໃຫ້ເຫັນ ຂີດໝາຍ ຂອງ ວັນເວລາ. ເປັນເວລາຫຼາຍເຊັ່ນຄົນມາແລ້ວ, ຊາວບ້ານ ລົກອຽນ ໄດ້ຮູ້ນໍາເອົາ ຫີນພູ ທີ່ມີພ້ອມ ຢູ່ທ້ອງຖິ່ນ ເພື່ອນໍາມາ ສ້າງ ສິ່ງກໍ່ສ້າງ ທ່ີ ສວຍງາມ ແຕ່ລຽບງ່າຍ. ປະຊາຊົນ ທ່ີນີ້ ນໍາເອົາຫີນມາສ້າງ ປະ ຕູໂຂງ, ກຳແພງ, ຮົ້ວ, ເສັ້ນທາງທີ່ ທັງມີຄວາມທົນທານ ແລະ ສ້າງສີສັນໃຫ້ແກ່ ບ້ານເຮືອນ ອີກດ້ວຍ. ພ້ອມນີ້ ຍັງປ້ອງກັນນໍ້າ ຝົນ ແລະ ປ້ອງກັນ ບໍ່ໃຫ້ ດິນເຊາະເຈື່ອນ. ຜ່ານການເວລາ, ບັນດາກຳແພງຫີນ, ເສັ້ນທາງຫີນ ໄດ້ມີຄວາມສະໜິດຕິດພັນ ກັບ ຊີວິດການເປັນຢູ່ ຂອງ ປະຊາຊົນ ລົກອຽນ ແລ້ວຄ່ອຍໆ ຮາບ ພຽງໄປຕາມ ແຕ່ລະບາດກ້າວ ຫຼື ຖືກປົກຄຸມເຕັມໄຄນໍ້າ ຕາມ ການເວລາ...

ຫີນກັນລົມ, ກັນຝົນ... ຫີນຮັກສາດິນ, ເຮືອນ, ທົ່ງນາ ຮົ້ວສວນ ... ດ້ວຍເຫດນັ້ນ, ປັດຈຸບັນ ຢູ່ລົກອຽນ ຍັງມີເຮືອນບູຮານ ຫຼາຍ ສິບຫຼັງ ທີ່ມີອາຍຸ ກວ່າຮ້ອຍປີ. ມີເຮືອນຫຼາຍຫຼັງ ສ້າງດ້ວຍຕົ້ນ ມີ້, ປະເພດຕົ້ນໄມ້ ກິນໝາກ ທີ່ຖືກປູກໃນສວນ, ໄມ້ມີສີເຫຼືອງ, ທົນທານ, ຍິ່ງຫຼາຍປີ ລາຍໄມ້ຍິ່ງງາມ ແລະ ມີຄວາມຄົງທົນ ບໍ່ ຫຼຸດດ້ອຍນ້ອຍໜ້າ ເມື່ອທຽບກັບ 4 ປະເພດໄມ້ ທີ່ມີຄ່າເຊັ່ນ: ໄມ້ກະຈະ, ໄມ້ຮັງ ແລະ ໄມ້ແຄນຂະຍອມ. ຍ້ອນແນວນັ້ນ ກ່ອນປີ 1975, ທ່ານ ໂງດິ່ງຢ້ຽມ ປະທານາທິບໍດີ ຂອງ ລະບອບ ໄຊງ່ອນເກົ່າ ມີສອງຄັ້ງ ໄປເພື່ອຂໍ ຊື້ເຮືອນ ຫຼັງທ່ີງາມທີ່ສຸດ ຢູ່ ລົກອຽນ, ແຕ່ເຈົ້າຂອງເຮືອນ ບໍ່ຂາຍເດັດຂາດ.

ເຖິງວ່າວັນເວລາ ໄດ້ເຮັດໃຫ້ທຸກສິ່ງທຸກຢ່າງ ຄ່ອຍໆ ປ່ຽນໄປ ແລະ ຊີວິດການເປັນຢູ່ ຕາມຕົວເມືອງ ກໍມີຄວາມຄັບຄັ່ງເນື່ອງ ນັນ ກໍຕາມ, ແຕ່ດິນແດນ ຂອງ ກວ໊າງນາມ ຍັງຄົງ ມີສະພາບ ແວດລ້ອມສີຂຽວ, ສະຫງົບສຸກ ແລະ ເພີດເພີນໃຈກາຍ ເປັນຈຸດນັດໝາຍ ສຳລັບຜູ້ ທີ່ຮັກມັກ ທຳມະຊາດ ແລະ ຜູ້ຄົນ ທີ່ມີ ນິດໄສໃຈດີ ຢູ່ເຂດບ້ານນາ ແຫ່ງນີ້.
ບົດ ແລະ ພາບ: ແທງຮ່ວາ

ດິນແດນຫີນຜາ ບານດອກໄມ້

ດິນແດນຫີນຜາ ບານດອກໄມ້

ເຂກພູພຽງຫີນ ດົ່ງວັນ (ແຂວງ ຮ່າຢາງ)-ເປັນດິນແດນ ທີ່ມີພູມສັນຖານ ແລະ ສະພາບອາກາດໂຫດຮ້າຍທີ່ສຸດ, ເປັນດິນແດນ ທີ່ຜູ້ຄົນ “ອາໄສຢູ່ເທິງຫີນ, ຝັງສົບໃນຫີນ”, ເປັນດິນແດນທີ່ “ດິນບໍ່ຮາບພຽງສາມບາດ ກ້າວ, ທ້ອງຟ້າບໍ່ມີແດດຮອດສາມມື້”, ແຕ່ໃນລະດູບານໃໝ່, ດອກຄາຍ, ດອກໝັ້ນ, ດອກຜັກກາດ ຈະບານສະພັ່ງ, ປ່ຽນດິນແດນຫີນສີເທົາ ໃຫ້ກາຍເປັນດິນແດນທີ່ ສວຍງາມ ແບບມະຫັດສະຈັນ. 

Top