• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍ​ການພົບປະກັບເຈົ້າກົກເຈົ້າເຫຼົ່າ, ຜູ້ມີອິດທິພົນຊື່ສຽງ, ຜູ້ມີຍົດສັກຕຳແໜ່ງດ້ານສາສະໜາດີເດັ່ນເຂດຊົນເຜົ່າສ່ວນໜ້ອຍທາງພາກເໜືອ

ລາຍການໂດຍມີການເຂົ້າຮ່ວມຂອງຜູ້ແທນ 100 ທ່ານ ທີ່ມາຈາກ 18 ແຂວງ, ນະຄອນທາງພາກເໜືອ, ແນໃສ່ລະດົມກຳລັງໃຈ, ຍ້ອງຍໍບັນດາຜູ້ທີ່ມີການອຸທິດສ່ວນຫຼາຍຢ່າງໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດຢ່າງທັນການ.
  (ທ່ານພົນເອກ ຫງວຽນຈ້ອງເງັ້ຍ, ກ່າວຄຳເຫັນທີ່ລາຍການ)  

ວັນ​ທີ 14 ພຶດ​ສະ​ພາ, ຢູ່ ທາຍ​ງວຽນ, ໄດ້​ຈັດລາຍ​ການ​ພົບ​ປະ​ກັບເຈົ້າ​ກົກ​ເ​ຈົ້າ​ເຫຼົ່າ, ​ປະ​ທານ​ບ້ານ, ຜູ້​ມີ​ອິດ​ທິ​ພົນ​ຊື່​ສຽງ, ຜູ້​ມີ​ຍົດ​ສັກ​ຕຳ​ແໜ່ງ​ດ້ານສາ​ສະ​ໜາ​ດີ​ເດັ່ນ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທາງ​ພາກ​ເໜືອ ຫວຽດ​ນາມ ​ປີ 2026. ທ່ານພົນ​ເອກ ຫງວຽນ​ຈ້ອງ​ເງັ້ຍ, ຫົວ​ໜ້າ​ກົມໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ຊີ້​ນຳ.

ລາຍ​ການ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 100 ​ທ່ານ ທີ່​ມາ​ຈາກ 18 ແຂວງ, ນະ​ຄອນ​ທາງ​ພາກ​ເໜືອ, ແນ​ໃສ່​ລະ​ດົມ​ກຳ​ລັງ​ໃຈ, ຍ້ອງ​ຍໍ​ບັນ​ດາ​ຜູ້​ທີ່​ມີ​ການ​ອຸທິ​ດ​ສ່ວນ​ຫຼາຍ​ຢ່າງ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ​ຢ່າງ​ທັນ​ການ.

ກ່າວ​ຄຳ​ເຫັນ​ທີ່​ລາຍ​ການ, ທ່ານ​ພົນ​ເອກ ຫງວຽນ​ຈ້ອງ​ເງັ້ຍ ຢືນ​ຢັນ​ວ່າ ຖັນ​ແຖວເຈົ້າ​ກົກ​ເ​ຈົ້າ​ເຫຼົ່າ, ​ປະ​ທານ​ບ້ານ, ຜູ້​ມີ​ອິດ​ທິ​ພົນ​ຊື່​ສຽງ, ຜູ້​ມີ​ຍົດ​ສັກ​ຕຳ​ແໜ່ງ​ດ້ານສາ​ສະ​ໜາ ໄດ້​ສວມ​ບົດ​ບາດ​ສຳ​ຄັນ, ແມ່ນ “ແກ່ນ​ສານ​ສາ​ມັກ​ຄີ”, ປັບ​ປຸງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ.

“ການ​ຮ່ວມ​ເດີນ​ທາງ​ຂອງ​ບັນ​ດາ​ສະ​ຫາຍ​ແມ່ນ​ປັດ​​ໄຈສຳ​ຄັນ ເພື່ອ​ປະ​ກອບ​ສ່ວນ​ປັບ​ປຸງ​ພື້ນ​ຖານ​ສັງ​ຄົມ, ສ້າງ​ກຳ​ລັງ​ບົ່ມ​ຊ້ອນ​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ທ່າ​ຮົບ​ປ້ອງ​ກັນ​ຊາດ​ທົ່ວ​ປວງ​ຊົນ​ຢ່າງ​ໝັ້ນ​ຄົງ​ໜັກ​ແໜ້ນ, ປະ​ກອບ​ສ່ວນ​ປົ​ກ​ປັກ​ຮັກ​ສາ​ແຕ່​ໄວ, ແຕ່​ໄກ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ອິດ​ທິ​ພົນ​ຊື່​ສຽງ, ຄວາມ​ຮັບ​ຜິດ​ຊອບ ແລະ ຄວາມ​ສຸ​ດ​ຈິດ​ສຸດ​ໃຈ​ຂອງ​ຕົນ, ບັນ​ດາ​ສະ​ຫາຍ​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ແກ່ນ​ສານ, ພັດ​ທະ​ນາ​ແບບ​ຍືນ​ຍົງ, ​ສ້າງ​ທ້ອງ​ຖິ່ນ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ເຂັ້ມຂຸ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ເທື່ອ​ລະ​ກ້າວ ແລະ ນັບ​ມື້​ນັບ​ໝັ້ນ​ຄົງ​ເຂັ້ມ​ແຂງ”.

(ແຫຼ່ງຄັດຈາກ VOV)

OPEC ປັບ​ປຸງ​ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ຄວາມ​ຕ້ອງ​ການ​ນ້ຳ​ມັນເຊື້ອ​ໄຟ​ທົ່ວ​ໂລກ

OPEC ປັບ​ປຸງ​ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ຄວາມ​ຕ້ອງ​ການ​ນ້ຳ​ມັນເຊື້ອ​ໄຟ​ທົ່ວ​ໂລກ

ອົງ​ການ​ພະ​ລັງ​ງານ​ສາ​ກົນ (IEA) ກ່າວ​ເຕືອນ​ວ່າ ຕະຫຼາດ​ນ້ຳ​ມັນເຊື້ອ​ໄຟ​ທົ່ວ​ໂລກ​ພວມ​ກ້າ​ວ​ເຂົ້າ​ສູ່​ໄລ​ຍະ​ຂາດ​ເຂີນ​ແຫຼ່ງ​ສະ​ໜອງ​ຢ່າງ​ຮ້າຍ​ແຮງ​ຍ້ອນ​ຜົນ​ກະ​ທົບ​ຂອງ​ການ​ປິດ​ປະ​ຕູ​ຊ່ອງ​ແຄມ​ທະ​ເລ Hormuz.

Top