• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍການທ່ອງທ່ຽວລົງຕົວຈິງທີ່ເປັນເອກະລັກສະເພາະ “ຮ່າໂນ້ຍ - ສຳຜັດຄວາມຊົງຈຳ” ຕ້ອນຮັບປີໃໝ່

ລາຍການລວມມີ ການເດີນທາງຜ່ານ 9 ເຂດມໍລະດົກ ຄື: ເຂດປູຊະນີຍະສະຖານແຫ່ງຊາດພິເສດ ວິຫານ ກວານແທັງ; ວິຫານ ຖຸຍຈຸງຕຽນ; ເຂດ ເຝີ - ເຂົ້າປຸ້ນ - ເສັ້ນ; ເຂດ ກາເຟ; ເຂດ ເຂົ້າສານ - ເຂົ້າເປືອກ…
(ທ່ານ ຫງວຽນເຢິນຮຸຍ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ບາດິ່ງ, ຮ່າໂນ້ຍ)

ລາຍການໂຄສະນາສະຖານທີ່ທ່ອງທ່ຽວ ດາວງອັກ - ຈຸກແບັກ ແລະ ເປີດຕົວລາຍການທ່ອງທ່ຽວຕົວຈິງ “ຮ່າໂນ້ຍ - ສຳຜັດຄວາມຊົງຈຳ” ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 27 ທັນວາ, ຢູ່ ຮ່າໂນ້ຍ.

ລາຍການລວມມີ ການເດີນທາງຜ່ານ 9 ເຂດມໍລະດົກ ຄື: ເຂດປູຊະນີຍະສະຖານແຫ່ງຊາດພິເສດ ວິຫານ ກວານແທັງ; ວິຫານ ຖຸຍຈຸງຕຽນ; ເຂດ ເຝີ - ເຂົ້າປຸ້ນ - ເສັ້ນ; ເຂດ ກາເຟ; ເຂດ ເຂົ້າສານ - ເຂົ້າເປືອກ…

ທ່ານ ຫງວຽນເຢິນຮຸຍ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ບາດິ່ງ, ຮ່າໂນ້ຍ, ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າປາດຖະໜາວ່າ ຜ່ານບັນດາສະຖານທີ່ນີ້ ແຂກທີ່ເຂົ້າຮ່ວມຈະເຫັນໄດ້ດ້ານວັດທະນະທຳ, ປະຫວັດສາດ, ອາຫານການກິນ, ຮີດຄອງປະເພນີ, ການເຫຼື້ອມໄສຊື່ຖືຂອງຊາວ ຮ່າໂນ້ຍ. ແລະກໍ່ຊ່ວຍໃຫ້ແຂກທ່ອງທ່ຽວສາມາດຮູ້ໄດ້ວ່າ ຊາວ ຮ່າໂນ້ຍ ແມ່ນຄືແນວໃດ, ການດຳລົງຊີວິດປະຈຳວັນຄືແນວໃດ ແລະ ພວກເຮົາພວມປົກປັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ, ປະຫວັດສາດຂອງນະຄອນຫຼວງຄືແນວໃດ”.

ປີ 2026, ຂະແໜງທ່ອງທ່ຽວທາງນະຄອນ ສູ້ຊົນດຶງດູດແຂກທ່ອງທ່ຽວກວ່າ 35,8 ລ້ານເທື່ອຄົນ, ເພີ່ມຂຶ້ນປະມານ 6% ເມື່ອທຽບໃສ່ປີ 2025, ໃນນັ້ນແຂກທ່ອງທ່ຽວສາກົນປະມານ 8 ລ້ານເທື່ອຄົນ. ຍອດລາຍຮັບຈາກແຂກທ່ອງທ່ຽວບັນລຸກວ່າ 160.000 ຕື້ດົ່ງ (ກວ່າ 6 ຕື້ USD).

(ແຫຼ່ງຄັດຈາກ VOV)

ຫວຽດນາມ - ລາວ ຮັດແໜ້ນການຮ່ວມມືຄຸ້ມຄອງ, ພັດທະນາເຂດຊາຍແດນ

ຫວຽດນາມ - ລາວ ຮັດແໜ້ນການຮ່ວມມືຄຸ້ມຄອງ, ພັດທະນາເຂດຊາຍແດນ

ທີ່ກອງປະຊຸມ, ຫົວໜ້າຄະນະຜູ້ແທນຊາຍແດນ 2 ປະເທດໄດ້ແລກປ່ຽນ ແລະ ເປັນເອກະພາບຄວາມຮັບຮູ້ລວມກ່ຽວກັບໜ້າທີ່ການຮ່ວມມືປີ 2026

Top