• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເວທີປາໄສອະນາຄົດ ASEAN 2026

ຢືນຢັນຄຸນຄ່າແບບຍືນຍົງຂອງອາຊຽນ

ຕອນບ່າຍວັນທີ 9 ມິຖຸນາ, ຢູ່ທຳນຽບປະທານປະເທດ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບຫົວໜ້າຄະນະບັນດາປະເທດ, ນັກຊ່ຽວຊານ, ນັກຮຽນຮູ້ ແລະຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ ທີ່ມາເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ຄັ້ງທີ 3 ຢູ່ຫວຽດນາມ.

ເວທີປາໄສທີ່ມີອິດທິພົນຊື່ສຽງ, ເປີດອົກເປີດໃຈ,

ກວມລວມ ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານ ໂຕເລິມ ຢືນຢັນວ່າ ການເຂົ້າຮ່ວມເວທີປາໄສຂອງບັນດາຜູ້ແທນເປັນຈຳນວນຫຼວງຫຼາຍ ໄດ້ສະແດງໃຫ້ເຫັນການເອົາໃຈໃສ່ຮ່ວມກັນຕໍ່ກັບອະນາຄົດຂອງອາຊຽນ ກໍ່ຄືຄວາມປາດຖະໜາຢາກແລກປ່ຽນ, ແບ່ງປັນແນວຄວາມຄິດ ແລະປະກອບສ່ວນເຂົ້າໃນການວິວັດການກຳນົດທິດພັດທະນາຂອງພາກພື້ນໃນໄລຍະໃໝ່. ບົນພື້ນຖານນັ້ນ, ອາຊຽນ ຄວນສືບຕໍ່ປ່ຽນແປງໃໝ່ຈິນຕະນາການ ແລະວິທີການເຄື່ອນໄຫວ, ຍົກສູງກໍາລັງຄວາມສາມາດຮັບມື, ເພີ່ມທະວີການຜັນຂະຫຍາຍຄຳໝັ້ນສັນຍາລວມຢ່າງມີປະສິດທິຜົນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາໃນໄລຍະໃໝ່ໃຫ້ດີກວ່າອີກ.

ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ກັບບັນດາຜູ້ແທນ. ພາບ: qdnd.vn

ຜູ້ຕາງໜ້າບັນດາຄະນະທີ່ເຂົ້າຮ່ວມເວທີປາໄສ ໄດ້ຕີລາຄາສູງຕໍ່ຂໍ້ລິເລີ່ມຂອງຫວຽດນາມ ໃນການຈັດຕັ້ງເວທີປາໄສ; ຖືວ່າ AFF ໄດ້ກາຍເປັນເວທີປາໄສທີ່ມີອິດທິພົນຊື່ສຽງ, ເປີດອົກເປີດໃຈ, ກວມລວມ ແລະມີລັກສະນະສ້າງສັນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການວາງແຜນກຳນົດທິດພັດທະນາໄລຍະຍາວຂອງອາຊຽນ. ບັນດາຜູ້ແທນສະແດງຄວາມຫວັງວ່າ AFF ຈະສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ລະຫວ່າງການນຳ, ຜູ້ວາງແຜນກຳນົດນະໂຍບາຍ, ວົງການນັກຮຽນຮູ້, ວິສາຫະກິດ, ຊາວໜຸ່ມ ແລະບັນດາຝ່າຍທີ່ກ່ຽວຂ້ອງ, ຊຸກຍູ້ການແລກປ່ຽນ, ເຈລະຈາຢ່າງກົງໄປກົງມາ, ແທດຈິງກ່ຽວກັບບັນຫາຍຸດທະສາດຂອງພາກພື້ນ.

ຜົນງານຂອງຫວຽດນາມ ແມ່ນກຳລັງໜູນອັນໃຫຍ່ຫຼວງສໍາລັບລາວ

ຕອນບ່າຍວັນດຽວກັນ, ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະເຂົ້າຮ່ວມ AFF ຄັ້ງທີ 3.

ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ. ພາບ: qdnd.vn

ນະທີ່ນີ້, ທ່ານ ໂຕເລິມ ສະເໜີໃຫ້ສອງປະເທດສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຮັກສາການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ; ຮັກສາການຮ່ວມມືທີ່ດີໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຊຸກຍູ້ການຮ່ວມມືດ້ານເສດຖະກິດຢ່າງແທດຈິງ ແລະມີປະສິດທິຜົນກວ່າອີກ, ກາຍເປັນເສົາຄໍ້າອັນແທ້ຈິງໃນການພົວພັນຮ່ວມມື ຫວຽດນາມ-ລາວ; ປ່ຽນແປງໃໝ່ແບບວິທີການຮ່ວມມືໃນຂົງເຂດການສຶກສາ-ບໍາລຸງສ້າງ, ພັດທະນາຊັບພະຍາກອນມະນຸດ; ເປີດກວ້າງການຮ່ວມມືລະຫວ່າງທ້ອງຖິ່ນຢ່າງມີປະສິດທິຜົນ. ທ່ານ ໂຕເລິມ ສະເໜີວ່າ ສອງຝ່າຍຄວນໃຫ້ບຸລິມະສິດຊຸກຍູ້ບັນດາໂຄງການຮ່ວມມືຍຸດທະສາດດ້ານຄົມມະນາຄົມ, ພະລັງງານ, ກະສິກໍາ, ຫັນເປັນດີຈີຕອນ, ເປັນຕົ້ນແມ່ນບັນດາໂຄງການຮ່ວມມືພັດທະນາທ່າກຳປັ່ນ ຫວຸງອ໊າງ, ເສັ້ນທາງດ່ວນ ຮ່າໂນ້ຍ-ວຽງຈັນ ແລະທາງລົດໄຟ ຫວຸງອ໊າງ-ວຽງຈັນ ເພື່ອຕອບສະໜອງຄວາມຕ້ອງການແລກປ່ຽນການຄ້າຂອງສອງປະເທດ; ປະຕິຮູບລະບຽບການຊາຍແດນ, ສືບຕໍ່ຜັນຂະຫຍາຍການຊຳລະເປັນເງິນຕາທ້ອງຖິ່ນ.

ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຕ້ອນຮັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ. ພາບ: qdnd.vn

ທ່ານ ໂຕເລິມ ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບ ກໍາປູເຈຍ ໃນການຮັກສາ ແລະເພີ່ມພູນຄູນສ້າງນ້ຳໃຈສາມັກຄີລະຫວ່າງ 3 ປະເທດ; ພ້ອມທັງຊຸກຍູ້ການຜັນຂະຫຍາຍແຜນການດໍາເນີນງານເຊື່ອມຕໍ່ 3 ພື້ນຖານເສດຖະກິດ ກໍາປູເຈຍ-ລາວ-ຫວຽດນາມ ຮອດປີ 2030 ຢ່າງມີປະສິດທິຜົນ, ປະກອບສ່ວນຍົກສູງກໍາລັງຄວາມສາມາດເຊື່ອມຕໍ່, ເປີດກວ້າງຂົງເຂດພັດທະນາ ແລະຊຸກຍູ້ການເຕີບໂຕແບບຍືນຍົງຂອງທັງພາກພື້ນ.

ສ່ວນທ່ານ ສອນໄຊ ສີພັນດອນ ຢືນຢັນວ່າ ລັດຖະບານລາວ ຈະສົມທົບຢ່າງແໜ້ນແຟ້ນກັບຫວຽດນາມ

ເພື່ອຜັນຂະຫຍາຍໂຄງການຮ່ວມມືຈຸດສຸມຢ່າງມີປະສິດທິຜົນ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດສອງປະເທດ, ສ້າງການຫັນປ່ຽນຢ່າງແຂງແຮງໃນການຮ່ວມມືດ້ານເສດຖະກິດເພື່ອໃຫ້ສົມກັບການພົວພັນດ້ານການເມືອງພິເສດລະຫວ່າງສອງປະເທດ; ຮັກສາຄວາມສາມັກຄີລະຫວ່າງປະຊາຊົນສາມປະເທດ ລາວ-ຫວຽດນາມ-ກໍາປູເຈຍ, ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສສາກົນ, ພາກພື້ນ ແລະຫຼາຍຝ່າຍ, ພິເສດແມ່ນ ອາຊຽນ, ສະຫະປະຊາຊາດ, ອະນຸພາກພື້ນແມ່ນໍ້າຂອງ.

ຫວຽດນາມ ຍາມໃດກໍ່ສະໜັບສະໜູນກິດຈະການກໍ່ສ້າງ ແລະພັດທະນາປະເທດກໍາປູເຈຍ

ຕອນບ່າຍວັນທີ 9 ມິຖຸນາ, ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Hun Manet ນາຍົກລັດຖະມົນຕີກໍາປູເຈຍ ເນື່ອງໃນໂອກາດທີ່ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະເຂົ້າຮ່ວມ AFF ຄັ້ງທີ 3.

ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ Hun Manet ນາຍົກລັດຖະມົນຕີກໍາປູເຈຍ. ພາບ: qdnd.vn

ທ່ານ Hun Manet ຢືນຢັນວ່າ ຈະສົມທົບຢ່າງແໜ້ນແຟ້ນກັບຫວຽດນາມ ປະຕິບັດບັນດາຄໍາໝັ້ນສັນຍາ, ຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງພັກກອມມູນິດຫວຽດນາມ ແລະພັກປະຊາຊົນກໍາປູເຈຍ (CPP) ຢ່າງມີປະສິດທິຜົນ.

ທ່ານ ໂຕເລິມ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນລະຫວ່າງ ສອງພັກ, ສອງລັດ ຫວຽດນາມ-ກໍາປູເຈຍ ແລະ 3 ພັກ, 3 ປະເທດ ຫວຽດນາມ-ກໍາປູເຈຍ-ລາວ ວ່າ ເປັນຊັບສົມບັດອັນລໍ້າຄ່າຂອງ 3 ປະເທດ; ສະເໜີໃຫ້ເສີມຂະຫຍາຍປະສິດທິຜົນຂອງບັນດາກົນໄກຮ່ວມມື.

ສອງຝ່າຍໄດ້ເນັ້ນໜັກເຖິງຄວາມໝາຍຍຸດທະສາດຂອງການພົວພັນສອງພັກ, ສອງລັດ ແລະລະຫວ່າງ 3 ພັກ, 3 ປະເທດ ຫວຽດນາມ-ກໍາປູເຈຍ-ລາວ ໃນສະພາບການໃໝ່; ແບ່ງປັນວິໄສທັດກ່ຽວກັບບົດບາດຂອງວິທະຍາສາດ-ເຕັກໂນໂລຢີໃນການພັດທະນາເສດຖະກິດ ແລະໃຫ້ບຸລິມະສິດໃນການຍົກສູງຄຸນນະພາບການຮ່ວມມືລະຫວ່າງສອງປະເທດ ແລະ 3 ປະເທດ. ສອງຝ່າຍໄດ້ເຫັນດີຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດໃນປີ 2027; ສືບຕໍ່ຍູ້ແຮງການທູດປະຊາຊົນ, ເພີ່ມທະວີການສຶກສາ, ໂຄສະນາກ່ຽວກັບຄວາມໝາຍ ແລະຄຸນຄ່າປະຫວັດສາດຂອງການພົວພັນສອງປະເທດເພື່ອໃຫ້ລຸ້ນໜຸ່ມສອງປະເທດເສີມຂະຫຍາຍຈິດໃຈຄວາມຮັບຜິດຊອບ, ປັບປຸງ ແລະເພີ່ມພູນຄູນສ້າງໃຫ້ແກ່ການພົວພັນສອງປະເທດພັດທະນາແບບຍືນຍົງ.

ກ່ຽວກັບສະພາບການສາກົນ ແລະພາກພື້ນ, ສອງຝ່າຍໄດ້ເຫັນດີສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສພາກພື້ນ ແລະສາກົນ, ເປັນຕົ້ນແມ່ນ ອາຊຽນ, ອະນຸພາກພື້ນແມ່ນໍ້າຂອງ. ທ່ານ ໂຕເລິມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະສົມທົບຢ່າງແໜ້ນແຟ້ນ, ຕັ້ງໜ້າເຂົ້າໃນຄວາມມານະພະຍາຍາມລວມຂອງອາຊຽນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາ, ປັບປຸງຄວາມສາມັກຄີພາຍໃນພາກພື້ນ ແລະບົດບາດໃຈກາງຂອງອາຊຽນ.

ນໍາວົງເງິນການຄ້າ ຫວຽດນາມ-ໄທ ພັດທະນາຢ່າງສົມດຸນ ແລະຍືນຍົງ

ຕອນບ່າຍວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Anutin Charnvirakul ນາຍົກລັດຖະມົນຕີ ໄທ ເນື່ອງໃນໂອກາດທີ່ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະເຂົ້າຮ່ວມ AFF ຄັ້ງທີ 3.

ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ Anutin Charnvirakul ນາຍົກລັດຖະມົນຕີ ໄທ. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານ ໂຕເລິມ ໄດ້ຕີລາຄາສູງຕໍ່ຄວາມໝາຍສຳຄັນຂອງການຢ້ຽມຢາມ, ເຊິ່ງດຳເນີນໄປໃນສະພາບທີ່ການພົວພັນຮ່ວມມືລະຫວ່າງສອງປະເທດພວມພັດທະນາຢ່າງດີງາມ ແລະກົງກັບໂອກາດທີ່ສອງປະເທດ ຫວຽດນາມ-ໄທ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ; ເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນຢ່າງຕັ້ງໜ້ານໍາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ ແລະມີປະສິດທິຜົນກວ່າ.

ເມື່ອແລກປ່ຽນກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ; ທ່ານ ໂຕເລິມ ໄດ້ສະເໜີໃຫ້ສອງປະເທດສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເປີດກວ້າງການຮ່ວມມືດ້ານເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການພົບປະແລກປ່ຽນປະຊາຊົນ; ຮັກສາກົນໄກຮ່ວມມືສອງຝ່າຍທີ່ມີຢູ່ແລ້ວ ຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນກົນໄກປະຊຸມຄະນະລັດຖະບານຮ່ວມ. ທ່ານ ໂຕເລິມ ຢືນຢັນວ່າ ພັກກອມມູນິດຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກເພີ່ມທະວີການຮ່ວມມືກັບບັນດາພັກການເມືອງຢູ່ ໄທ, ໃນນັ້ນມີພັກພູມໃຈໄທ.

ສ່ວນທ່ານ Anutin Charnvirakul ນາຍົກລັດຖະມົນຕີໄທ ກໍ່ຢືນຢັນວ່າ ຈະຊຸກຍູ້ຍຸດທະສາດ “ສາມເຊື່ອມຕໍ່” ຢ່າງແທ້ຈິງ, ຕັ້ງໜ້າສົມທົບກັບຫວຽດນາມ ເພີ່ມທະວີການຮ່ວມສໍາພັນດ້ານເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມຕໍ່ພື້ນຖານໂຄງລ່າງ, ໂລຈິດສະຕິກ ແລະລະບົບສະໜອງ; ເປີດກວ້າງການຮ່ວມມືໃນຂົງເຂດວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກໍາ, ການຫັນປ່ຽນດີຈີຕອນ, ເສດຖະກິດດີຈີຕອນ ແລະປັນຍາປະດິດ; ສູ້ຊົນນຳວົງເງິນການຄ້າສອງຝ່າຍໃຫ້ພັດທະນາຢ່າງດຸ່ນດ່ຽງ ແລະຍືນຍົງ, ມຸ່ງໄປເຖິງການບັນລຸເປົ້າໝາຍ 25 ຕື້ໂດລາສະຫະລັດ ແລະເພີ່ມຂຶ້ນເປັນ 50 ຕື້ໂດລາສະຫະລັດ ໃນອະນາຄົດ...

(ແຫຼ່ງຄັດຈາກ qdnd.vn)

ອະນາຄົດຂອງຫວຽດນາມ ຕິດກັບອະນາຄົດຂອງອາຊຽນ

ອະນາຄົດຂອງຫວຽດນາມ ຕິດກັບອະນາຄົດຂອງອາຊຽນ

ຕອນເຊົ້າວັນທີ 9 ມິຖຸນາ, ເວທີປາໄສອະນາຄົດອາຊຽນ (AFF) ຄັ້ງທີ 3 ພາຍໃຕ້ຫົວຂໍ້ "ສ້າງອະນາຄົດຮ່ວມກັນ: ສັນຕິພາບ, ຄວາມວັດທະນາຖາວອນ ແລະຖືປະຊາຊົນເປັນໃຈກາງ" ໄດ້ໄຂຢ່າງເປັນທາງການ ທີ່ຮ່າໂນ້ຍ.

Top