• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ມ່ວນຊື່ນກັບການສະແດງ ບ໋ອງໂຣ໊ຍ - ເດ້ຍນ່າງ ຢູ່ເຂດພາກໃຕ້

ພິທີຂໍຄວາມຢູ່ເຢັນເປັນສຸກ ຢູ່ຫໍບູຊາ ບ່າ ຫງູ໊ແຫ່ງ (ໝູ່ບ້ານ ເຕິນເຍີນ, ນະຄອນ ໂຮ່ຈີມິນ) ແມ່ນໂອກາດໃຫ້ປະຊາຊົນພາວະນາຂໍໃຫ້ຊີວິດອີ່ມໜຳສຳລານ ແລະ ລະດູການເກັບກ່ຽວໄດ້ຮັບຜົນດີ. ນີ້ຍັງເປັນເວທີສະແດງສິລະປະພື້ນເມືອງທີ່ເປັນເອກະລັກຂອງຊາວພາກໃຕ້ ຫວຽດນາມ.
ພິທີຂໍຄວາມຢູ່ເຢັນເປັນສຸກ ຢູ່ຫໍບູຊາ ບ່າ ຫງູ໊ແຫ່ງ (ໝູ່ບ້ານ ເຕິນເຍີນ, ນະຄອນ ໂຮ່ຈີມິນ) ແມ່ນໂອກາດໃຫ້ປະຊາຊົນພາວະນາຂໍໃຫ້ຊີວິດອີ່ມໜຳສຳລານ ແລະ ລະດູການເກັບກ່ຽວໄດ້ຮັບຜົນດີ. ນີ້ຍັງເປັນເວທີສະແດງສິລະປະພື້ນເມືອງທີ່ເປັນເອກະລັກຂອງຊາວພາກໃຕ້ ຫວຽດນາມ.

 

ບັນດາຜູ້ອາວຸໂສ ເປັນຕົວແທນໄຕ້ທູບໄຂງານບຸນ. ພາບ: VNP
ປະຊາຊົນເຂົ້າ ໄຕ້ທູບ ໃນຫໍບູຊາ ບ່າເຕິນເຍີນ. ພາບ: VNP

ຕາມຄວາມເຊື່ອ, ພະນາງ (ບ່າ) ມີສິດອຳນາດໃນການຄຸ້ມຄອງ ແລະ ຊ່ວຍເຫຼືອຊີວິດການເປັນຢູ່ຂອງປະຊາຊົນ. ໃນງານບຸນ, ນອກຈາກການຖະຫວາຍເຄື່ອງບູຊາແລ້ວ, ຈຸດເດັ່ນທີ່ຂາດບໍ່ໄດ້ແມ່ນການຟ້ອນ ບ໋ອງໂຣ໊ຍ ແລະ ຂັບ ເດ້ຍນ່າງ.

ມີລາຍການຕ່ວງບູຮານຫຼາຍລາຍການໄດ້ຮັບການສະແດງ ເພື່ອເຮັດໃຫ້ພະນາງມ່ວນ. ພາບ: VNP
ນັກສິລະປິນ ໃນລາຍການສະແດງ ຟ້ອນ ບ໋ອງໂຣ໊ຍ. ພາບ: VNP

ນັກສະແດງຟ້ອນ ບ໋ອງໂຣ໊ຍ ຈະນຸ່ງຊຸດພິທີທີ່ສວຍງາມ, ຟ້ອນດ້ວຍລວດລາຍທີ່ຄ່ອງແຄ່ວ ເພື່ອຖະຫວາຍເຄື່ອງບູຊາຕໍ່ເທວະດາ. ສ່ວນການຂັບ ເດ້ຍນ່າງ ແມ່ນການສະແດງທີ່ມີລັກສະນະຕະຫຼົກຄຶກຄື້ນ, ມີການສົນທະນາຖາມ-ຕອບ ລະຫວ່າງຕົວລະຄອນ “ເດ້ຍ” ແລະ “ນ່າງ” ດ້ວຍພາສາພື້ນເມືອງທີ່ລຽບງ່າຍ, ເຮັດໃຫ້ຜູ້ຊົມມີຄວາມເບີກບານມ່ວນຊື່ນ.

 

ບັນດາລາຍການສະແດງຕ່ວງບູຮານ ໄດ້ຮັບການຈັດສາກຢ່າງລະອຽດ ແລະ ພິຖີພິຖັນ. ພາບ: VNP

ສິລະປະ ບ໋ອງໂຣ໊ຍ - ເດ້ຍນ່າງ ບໍ່ພຽງແຕ່ແມ່ນການສະແດງເພື່ອຄວາມບັນເທີງເທົ່ານັ້ນ, ແຕ່ມັນຍັງສະແດງໃຫ້ເຫັນເຖິງການປະສົມປະສານທາງດ້ານວັດທະນະທຳລະຫວ່າງຊົນເຜົ່າ ຫວຽດ, ຂະແມ, ຈຳ ແລະ ຈີນ. ທັງໝົດນີ້ໄດ້ສ້າງເປັນຈຸດເດັ່ນທາງດ້ານວັດທະນະທຳ ແລະ ສິລະປະການສະແດງພື້ນເມືອງທີ່ລ້ຳຄ່າຂອງເຂດດິນພາກໃຕ້.

ປະຕິບັດໂດຍ: VNP

ຮູບເງົາເລື່ອງ ຝົນແດງ ແລະ ເສັ້ນທາງການເຊື່ອມໂຍງ ຍຸດທະ ສາດ ຫວຽດນາມ - ລາວ

ຮູບເງົາເລື່ອງ “ຝົນແດງ” ແລະ ເສັ້ນທາງການເຊື່ອມໂຍງ ຍຸດທະ ສາດ ຫວຽດນາມ - ລາວ

ການສາຍຮູບເງົາເລື່ອງ “ຝົນແດງ” ຢູ່ນະຄອນຫຼວງ ວຽງຈັນ ໄດ້ສ້າງ ຄວາມປະທັບໃຈຢ່າງຍິ່ງໃຫ້ແກ່ຜູ້ຊົມ ແລະ ຕໍ່ເພື່ອນມິດ ລາວ ເປັນ ຈຳນວນຫຼວງຫຼາຍ. ຮູບເງົາເລື່ອງນີ້ ໄດ້ຟື້ນຄືນ ຢ່າງມີຊີວິດຊີວາ ການຕໍ່ສູ້ 81 ວັນຄືນ ຢ່າງອົງອາດກ້າຫານ, ປົກປັກຮັກສາ ກໍາແພງ ເກົ່າ ກວາງຈິ ໃນປີ 1972 ພ້ອມກັບການເສຍສະຫຼະ ອັນໃຫຍ່ຫຼວງ ຂອງ ບັນດານວິລະຊົນ ນັກຮົບ ທີ່ໄດ້ເສຍສະຫຼະ ຊີວິດເພື່ອຊາດ ຫວຽດນາມ ເພື່ອຄວາມອິດສະຫຼະພາບ, ຜືນແຜ່ນດິນ ອັນຄົບຖ້ວນ ຂອງ ປະເທດຊາດ. ຜ່ານຮູບເງົາປະຫວັດສາດ ທີ່ເຕັມໄປດ້ວຍສິລະ ປະ, ເຫດການບໍ່ພຽງແຕ່ຊ່ວຍໃຫ້ ວົງຄະນາຍາດຊາວ ຫວຽດນາມ ແລະ ຄົນຮຸ່ນໜຸ່ມ ຢູ່ລາວ ມີຄວາມເຂົ້າໃຈຍິ່ງຂຶ້ນ ກ່ຽວກັບ ຄຸນຄ່າ ຂອງ ສັນຕິພາບ ເທົ່ານັ້ນ, ແຕ່ຍັງປະກອບສ່ວນ ຮັດແໜ້ນ ໄມຕີຈິດ ມິດຕະພາບ, ຄວາມເຊື່ອມໂຍງ ມູນເຊື້ອ ລະຫວ່າງ ປະຊາຊົນ ສອງ ປະເທດ.

Top