ຢູ່ບັນດາເຂດໂດຍອຳນາດການປົກຄອງດ້ານການທະຫານຄວບຄຸມ, ຮອບປ່ອນບັດເລືອກຕັ້ງຄັ້ງທີ 1 ໃນຈຳນວນ 3 ຮອບໄດ້ເລີ່ມແຕ່ເວລາ 6 ໂມງ (ຕາມເວລາທ້ອງຖິ່ນ).
ການປ່ອນບັດເລືອກຕັ້ງໄດ້ເລີ່ມແຕ່ເວລາ 6 ໂມງ (ຕາມເວລາທ້ອງຖິ່ນ) (ພາບ: REUTERS/Stringer)
ວັນທີ 28 ທັນວາ, ມຽນມາ ເລີ່ມດຳເນີນການເລືອກຕັ້ງທົ່ວປະເທດຄັ້ງທຳອິດ ນັບແຕ່ເມື່ອອຳນາດການປົກຄອງດ້ານການທະຫານຂຶ້ນກຳອຳນາດກ່ອນນີ້ 5 ປີ. ການປ່ອນບັດເລືອກຕັ້ງດຳເນີນໄປໃນສະພາບທີ່ປະເທດນີ້ຍັງພວມປະເຊີນໜ້າກັບການແບ່ງແຍກ ແລະ ປະທະກັນທີ່ແກ່ຍາວ.
ຢູ່ບັນດາເຂດໂດຍອຳນາດການປົກຄອງດ້ານການທະຫານຄວບຄຸມ, ຮອບປ່ອນບັດເລືອກຕັ້ງຄັ້ງທີ 1 ໃນຈຳນວນ 3 ຮອບໄດ້ເລີ່ມແຕ່ເວລາ 6 ໂມງ (ຕາມເວລາທ້ອງຖິ່ນ). ພັກພັນທະມິດສາມັກຄີ ແລະ ພັດທະນາ ໄດ້ຮັບການຄາດຄະເນວ່າຈະໄດ້ຮັບບັດສະໜັບສະໜູນເປັນສ່ວນຫຼາຍ. ໃນຂະນະນັ້ນ, ຢູ່ບັນດາເຂດໂດຍກຳລັງປະກອບອາວຸດຝ່າຍຄ້ານຄວບຄຸ້ມ, ການປ່ອນບັດເລືອກຕັ້ງບໍ່ໄດ້ຈັດຂຶ້ນ.
ທ່ານ Volker Turk, ຂ້າຫຼວງໃຫຍ່ສິດທິມະນຸດສະຫະປະຊາຊາດ ໃຫ້ຂໍ້ສັງເກດວ່າ, ການເລືອກຕັ້ງໄດ້ດຳເນີນໄປໃນສະພາບຍັງມີສິ່ງທ້າທາຍຫຼາຍຢ່າງ.
(ແຫຼ່ງຄັດຈາກ VOV)