• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີ​ນັກ​ສິ​ລະ​ປະ​ການ, ນັກ​ສິ​ລະ​ປິນ​ກ່​ວາ 3000 ຄົນ​ເຕົ້າ​ໂຮມ​ກັນ​ຢູ່​ຄ່ຳ​ຄືນ​ວັນ​ບຸນ​ຕີ​ຄ້ອງ

ກ່າວ​ຄຳ​ເຫັນ​ທີ່​ວັນ​ບຸນ, ທ່ານ ໂຮ່​ວັນ​ນຽມ, ເລ​ຂາ​ຄະ​ນະ​ພັກ​ແຂວງ​ກ໋​ວາງ​ຫງາຍ ໃຫ້​ຮູ້​ວ່າ ຫົວ​ຂໍ້ “ເຕົ້າ​ໂຮມ​ສີ​ສັນ - ແຜ່​ກະ​ຈາຍ​ຄຸນ​ຄ່າ” ໄດ້​ສົ່ງ​ສານ​ກ່ຽວ​ກັບ​ກຳ​ລັງ​ແຮງ​ສາ​ມັກ​ຄີ​ໃນ​ຄວາມຫຼາກຫຼາຍ​ດ້ານ​ວັດ​ທະ​ນະ​ທຳ.
ຄ່ຳ​ຄືນ​ວັນ​ບຸນ​ຕີ​ຄ້ອງ ດ້ວຍ​ຫົວ​ຂໍ້ “ເຕົ້າ​ໂຮມ​ສີ​ສັນ - ແຜ່​ກະ​ຈາຍ​ຄຸນ​ຄ່າ” (ພາບ: VNA)

ຕອນ​ຄ່ຳ​ວັນ​ທີ 23 ພະ​ຈິກ, ຢູ່​ສະ​ໜາມ​ກິ​ລາ ກອນ​ຕຸມ, ຕາ​ແສງກອນ​ຕຸມ, ແຂວງ​ກ໋​ວາງ​ຫງາຍ ໄດ້​ຈັດ​ຄ່ຳ​ຄືນ​ວັນ​ບຸນ​ຕີ​ຄ້ອງ ດ້ວຍ​ຫົວ​ຂໍ້ “ເຕົ້າ​ໂຮມ​ສີ​ສັນ - ແຜ່​ກະ​ຈາຍ​ຄຸນ​ຄ່າ”. ເຂົ້າ​ຮ່ວມ​ລາຍ​ການ​ມີ​ການ​ນຳ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ​ພ້ອມ​ກັບ​ການ​ນຳ​ແຂວງ​ກ໋​ວາງ​ຫງາຍ. ເຫດ​ການ​ດຶງ​ດູດ​ການ​ເຂົ້າ​ຮ​ວ່ມ​ຂອງ​ນັກ​ສິ​ລະ​ປະ​ການ, ນັກ​ສິ​ລະ​ປິນ ແລະ ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຫຼາຍກວ່າ 3000 ຄົນ.

ກ່າວ​ຄຳ​ເຫັນ​ທີ່​ວັນ​ບຸນ, ທ່ານ ໂຮ່​ວັນ​ນຽມ, ເລ​ຂາ​ຄະ​ນະ​ພັກ​ແຂວງ​ກ໋​ວາງ​ຫງາຍ ໃຫ້​ຮູ້​ວ່າ ຫົວ​ຂໍ້ “ເຕົ້າ​ໂຮມ​ສີ​ສັນ - ແຜ່​ກະ​ຈາຍ​ຄຸນ​ຄ່າ” ໄດ້​ສົ່ງ​ສານ​ກ່ຽວ​ກັບ​ກຳ​ລັງ​ແຮງ​ສາ​ມັກ​ຄີ​ໃນ​ຄວາມຫຼາກຫຼາຍສີ​ສັນ​ດ້ານ​ວັດ​ທະ​ນະ​ທຳ. ແຕ່​ລະ​ຊົນ​ເຜົ່າ​ມີ​ສີ​ສັນ​ສະ​ເພາະ, ເມື່ອ​ໄດ້​ເຊື່ອມ​ຕໍ່, ເຄົາ​ລົບ ແລະ ເສີມ​ຂະ​ຫຍາຍ​ຈະ​ສ້າງ​ກຳ​ລັງ​ແຮງ​​ສັງລວມ​ຂອງ​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ. ແຂວງ​ກ໋​ວາງ​ຫງາຍ​ຈະ​ສືບ​ຕໍ່​ຮັກ​ສາ, ສືບ​ທອດ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ; ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ນັກ​ສິ​ລະ​ປະ​ການ, ເຈົ້າ​ກົກ​ເຈົ້າ​ເຫຼົ່າ, ຜູ້​ມີ​ອິດ​ທິ​ພົນ​ຊື່​ສຽງ; ພ້ອມ​ທັງ ຕິດ​ພັນ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ດ້ວ​ຍການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ເສດ​ຖະ​ກິດ​ມໍ​ລະ​ດົກ ແລະ ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ. ການ​ພັດ​ທະ​ນາ​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ, ເຄົາ​ລົບ​ຄຸນ​ຄ່າ​ດັ້ງ​ເດີມ, ບໍ່​ເອົາ​ສີ​ສັນ​ວັດ​ທະ​ນະ​ທຳ​ເພື່ອ​ແລກ​ເອົາ​ຜົນ​ປະ​ໂຫຍດ​ດ້ານ​ເສດ​ຖະ​ກິດ​ໃນ​ສະ​ເພາະ​ໜ້າ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ສົ່ງ​ສານ​ເນື່ອງ​ໃນ​ໂອ​ກາດ​ວັນ​ສາ​ກົນ​ສາ​ມັກ​ຄີ​ກັບ​ປະ​ຊາ​ຊົນ ປາ​ແລັດ​ສະ​ຕິນ

ຫວຽດ​ນາມ​ສົ່ງ​ສານ​ເນື່ອງ​ໃນ​ໂອ​ກາດ​ວັນ​ສາ​ກົນ​ສາ​ມັກ​ຄີ​ກັບ​ປະ​ຊາ​ຊົນ ປາ​ແລັດ​ສະ​ຕິນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ຢັ້ງ​ຢືນ​ການ​ສະ​ໜັບ​ສະ​ໜູນ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ຕໍ່​ການ​ຕໍ່​ສູ້​ອັນ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ ປາ​ແລັດ​ສະ​ຕິນ ແລະ ມາດ​ຕະ​ການ​ສອງ​ລັດ.

Top