ກ່າວຄຳເຫັນທີ່ວັນບຸນ, ທ່ານ ໂຮ່ວັນນຽມ, ເລຂາຄະນະພັກແຂວງກ໋ວາງຫງາຍ ໃຫ້ຮູ້ວ່າ ຫົວຂໍ້ “ເຕົ້າໂຮມສີສັນ - ແຜ່ກະຈາຍຄຸນຄ່າ” ໄດ້ສົ່ງສານກ່ຽວກັບກຳລັງແຮງສາມັກຄີໃນຄວາມຫຼາກຫຼາຍດ້ານວັດທະນະທຳ.
ຄ່ຳຄືນວັນບຸນຕີຄ້ອງ ດ້ວຍຫົວຂໍ້ “ເຕົ້າໂຮມສີສັນ - ແຜ່ກະຈາຍຄຸນຄ່າ” (ພາບ: VNA)
ຕອນຄ່ຳວັນທີ 23 ພະຈິກ, ຢູ່ສະໜາມກິລາ ກອນຕຸມ, ຕາແສງກອນຕຸມ, ແຂວງກ໋ວາງຫງາຍ ໄດ້ຈັດຄ່ຳຄືນວັນບຸນຕີຄ້ອງ ດ້ວຍຫົວຂໍ້ “ເຕົ້າໂຮມສີສັນ - ແຜ່ກະຈາຍຄຸນຄ່າ”. ເຂົ້າຮ່ວມລາຍການມີການນຳກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວພ້ອມກັບການນຳແຂວງກ໋ວາງຫງາຍ. ເຫດການດຶງດູດການເຂົ້າຮວ່ມຂອງນັກສິລະປະການ, ນັກສິລະປິນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າຫຼາຍກວ່າ 3000 ຄົນ.
ກ່າວຄຳເຫັນທີ່ວັນບຸນ, ທ່ານ ໂຮ່ວັນນຽມ, ເລຂາຄະນະພັກແຂວງກ໋ວາງຫງາຍ ໃຫ້ຮູ້ວ່າ ຫົວຂໍ້ “ເຕົ້າໂຮມສີສັນ - ແຜ່ກະຈາຍຄຸນຄ່າ” ໄດ້ສົ່ງສານກ່ຽວກັບກຳລັງແຮງສາມັກຄີໃນຄວາມຫຼາກຫຼາຍສີສັນດ້ານວັດທະນະທຳ. ແຕ່ລະຊົນເຜົ່າມີສີສັນສະເພາະ, ເມື່ອໄດ້ເຊື່ອມຕໍ່, ເຄົາລົບ ແລະ ເສີມຂະຫຍາຍຈະສ້າງກຳລັງແຮງສັງລວມຂອງບ້ານເກີດເມືອງນອນ, ປະເທດຊາດ. ແຂວງກ໋ວາງຫງາຍຈະສືບຕໍ່ຮັກສາ, ສືບທອດບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ; ເສີມຂະຫຍາຍບົດບາດຂອງນັກສິລະປະການ, ເຈົ້າກົກເຈົ້າເຫຼົ່າ, ຜູ້ມີອິດທິພົນຊື່ສຽງ; ພ້ອມທັງ ຕິດພັນກັບການອະນຸລັກຮັກສາມໍລະດົກດ້ວຍການພັດທະນາການທ່ອງທ່ຽວ, ເສດຖະກິດມໍລະດົກ ແລະ ອຸດສາຫະກຳວັດທະນະທຳ. ການພັດທະນາຕ້ອງໄປຄຽງຄູ່ກັບການອະນຸລັກຮັກສາ, ເຄົາລົບຄຸນຄ່າດັ້ງເດີມ, ບໍ່ເອົາສີສັນວັດທະນະທຳເພື່ອແລກເອົາຜົນປະໂຫຍດດ້ານເສດຖະກິດໃນສະເພາະໜ້າ.