ສຳລັບຊາວ ມໂນງ, ເອເດ ທີ່ດຳລົງຊີວິດຢູ່ແຂວງ ດັກລັກ, ຊ້າງ ບໍ່ພຽງແຕ່ແມ່ນຊັບສົມບັດ ທີ່ລຳ້ຄ່າຂອງຄອບຄົວເທົ່ານັ້ນ, ແຕ່ ຍັງຖືເປັນເພື່ອນ, ເປັນສະມາຊິກ ໃນຄອບຄົວ ອີກດ້ວຍ. ເພາະ ສະນັ້ນ, ທຸກໆ ປີ ຄອບຄົວ ໃດທີ່ີມີຊ້າງ ກໍ່ຈະຈັດພິທີໄຫວ້ບູຊາ ຂໍໃຫ້ຊ້າງມີສຸຂະພາບແຂງແຮງ. ພິທີກໍາ ທ່ີເປັນເອກະລັກນີ້ ບໍ່ ພຽງ ແຕ່ນໍາເອົາ ອົງປະກອບທາງຈິດວິນຍານ ເທົ່ານັ້ນ, ແຕ່ຍັງ ຕັກເຕືອນ ເຊິ່ງກັນ ແລະ ກັນ ໃນການເຄົາລົບ, ດູແລ, ປົກປັກ ຮັກສາ ຊ້າງ ອີກດ້ວຍ.
ທ່ານ ດ່າມນັງລອງ ຢູ່ເມືອງ ລັກ ໃຫ້ຮູ້ວ່າ: “ຊາວ ມໂນງ ຖືຊ້າງ ຄືເພື່ອນຂອງຕົນ, ສະນັ້ນ ປີໃດກໍ່ຈັດພິທີໄຫວ້ບູຊາ ຂໍໃຫ້ຊ້າງມີ ສຸຂະພາບແຂງແຮງ. ໃນປີຜ່ານມາ, ຝູງຊ້າງຢູ່ ໄຕຫງວຽນ ຫຼຸດ ລົງຢ່າງເຫັນໄດ້ຊັດ, ສະນັ້ນການດູແລ ສຸຂະພາບຊ້າງ ນັບມື້ ຖື ເປັນສິ່ງສຳຄັນຍິ່ງ”. ຂຶ້ນແຕ່ລະຊົນເຜົ່າ, ເງື່ອນໄຂດ້ານເສດຖະ ກິດ ຂອງຄອບຄົວ, ເຈົ້າຂອງ ຊ້າງ ຈະມີວິທີການບູຊາ ທີ່ແຕກ ຕ່າງກັນ, ເຄື່ອງເສັ້ນໄຫວ້ ກໍ່ແຕກຕ່າງກັນ. ແຕ່ທຸກສິ່ງທຸກຢ່າງ ມີ ຄວາມໝາຍລວມ ຄືຂໍໃຫ້ຊ້າງມີສຸຂະພາບແຂງແຮງ ເພື່ອຊ່ວຍ ເຫຼືອວຽກໜັກໜາ ໃຫ້ແກ່ມະນຸດ. ພ້ອມນັ້ນ ກໍ່ກ່າວເຕືອນມະນຸດ ໃຫ້ການເຄົາລົບ, ຮັກແພງ, ດູແລ ຊ້າງ.
ໃນພິທີໄຫວ້ບູຊາ ຂໍໃຫ້ຊ້າງມີສຸຂະພາບແຂງແຮງ ຈະມີເຄື່ອງ ເສັ້ນໄຫວ້ ຄື: ເຫຼົ້າໄຫ, ຫົວໝູ, ດອກໄມ້, ເຄື່ອງໃນໝູ, ໝາກ ກ້ວຍ, ເຂົ້າ, ເລືອດ, ປາແຫ້ງ ພ້ອມກັບຕົ້ນກ້ວຍ ແລະ ອ້ອຍ ເພື່ອມອບໃຫ້ຊ້າງກິນ.
ປະຕິບັດ: ເຕິດເຊີນ-ຈິ້ງໂປ້-ກົງດາດ