ຕາມການລາຍງານຂອງນັກຂ່າວພິເສດ ສຳນັກຂ່າວສານ ຫວຽດນາມ (VNA), ໃນຕອນເຊົ້າວັນທີ 5 ກຸມພາ, ພິທີຕ້ອນຮັບຢ່າງເປັນທາງການ ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິ ດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໃນໂອກາດຢ້ຽມຢາມລັດຖະກິດ ຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ທຳນຽບປະທານປະເທດ, ນະຄອນຫຼວງ ວຽງຈັນ.
ໃນຂອບເຂດການຢ້ຽມຢາມຄັ້ງນີ້, ສະຫາຍ ເລຂາທິການໃຫຍ່ ໂຕເລິມ ຈະມີການພົບປະເຈລະຈາ ແລະ ເຂົ້າຢ້ຽມຂ່ຳນັບບັນດາຜູ້ນຳຂັ້ນສູງ ຂອງພັກ ແລະ ລັດ ລາວ ເພື່ອແລກປ່ຽນຄຳເຫັນຢ່າງຮອບດ້ານ ກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ; ຕີລາຄາໝາກຜົນຂອງການຮ່ວມມື ໃນໄລຍະຜ່ານມາ ແລະ ເປັນເອກະພາບກັນ ກ່ຽວກັບທິດທາງໃຫຍ່ ໃນການພົວພັນຮ່ວມມື ລະຫວ່າງສອງປະເທດ ໃນໄລຍະການພັດທະນາໃໝ່; ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມບັນດາເອກະສານຮ່ວມມືທີ່ສຳຄັນ ລະຫວ່າງ ບັນດາຄະນະ, ກະຊວງ, ຂະແໜງການ ແລະ ທ້ອງຖິ່ນ, ເພື່ອສ້າງພື້ນຖານນິຕິກຳ ແລະ ແຮງຊຸກຍູ້ໃໝ່ ໃຫ້ແກ່ການພົວພັນຮ່ວມມືສອງຝ່າຍ ເຂົ້າສູ່ລວງເລິກ, ແທດຕົວຈິງ ແລະ ມີປະສິດທິຜົນກວ່າເກົ່າ.
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ຕ້ອນຮັບ ສະຫາຍ ເລຂາທິການໃຫຍ່ ໂຕເລິມ. ພາບ: ຖົ໋ງເຍິດ - VNA
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ແລະ ສະຫາຍ ເລຂາທິການໃຫຍ່ ໂຕເລິມ ກວດກອງກຽດຕິຍົດກອງທັບປະຊາຊົນ ລາວ. ພາບ: ຖົ໋ງເຍິດ - VNA
ຈຸດເດັ່ນທີ່ສຳຄັນຂອງການຢ້ຽມຢາມຄັ້ງນີ້ ແມ່ນສອງຝ່າຍຈະສຸມໃສ່ຊຸກຍູ້ການຫັນເນື້ອໃນ “ການຕິດພັນຍຸດທະສາດ” ໃຫ້ເປັນຮູບປະທຳຢ່າງເລິກເຊິ່ງ - ເຊິ່ງແມ່ນເນື້ອໃນທີ່ ສະຫາຍ ເລຂາທິການໃຫຍ່ ໂຕເລິມ ແລະ ສະຫາຍ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ທອງລຸນ ສີສຸລິດ ໄດ້ເຫັນດີເປັນເອກະພາບເພີ່ມເຕີມ ເພື່ອຍົກລະດັບຂອບການພົວພັນຂອງສອງປະເທດ ຂຶ້ນສູ່ລະດັບສູງໃໝ່ ໃນເດືອນທັນວາ 2025 ຜ່ານມາ.
ໂດຍ: VNA/VNP