• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ພິທີຂໍຄວາມຢູ່ເຢັນເປັນສຸກ ຂອງຊາວເຜົ່າ ໄຕ

ພິທີ ຂໍຄວາມຢູ່ເຢັນເປັນສຸກ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ​ເຜົ່າ​ ໄຕ ​​ເຕົ້າ​ໂຮມ​ກັນ ​ສະ​ແດງ​ຄວາມໃສສັດທາ ຕໍ່ເທວະດາ​ພະແຖນ ແລະ ​ພ້ອມ ກັນຂໍພອນ, ໄຝ່ຝັນ ກ່ຽວກັບຊີວິດທີ່ມີຄວາມ​ຮັ່ງມີ ແລະ ​ຜາ​ສຸກ.
 

ໃນ​ການດຳເນີນຊີວິດ ດ້ານຄວາມເຊື່ອຖື ຂອງຊາວ​ເຜົ່າ ​ໄຕ, ພິທີ ໄຫວ້ ບູຊາ​ຂໍຄວາມຢູ່ເຢັນເປັນສຸກ ​ແມ່ນ​ພິທີ​ສຳຄັນ​ທີ່​ສຸດ. ​ໃນ​ເມື່ອ​ກ່ອນ, ຊາວ​ເຜົ່າ ​ໄຕ ໄດ້​ດຳ​ເນີນ​ພິທີ​ບູຊາ​ຕະຫຼອດ​ຄືນ. ປັດຈຸ​ບັນ, ​ສາ ມາດ​ ທຳ​ພິທີ ​ໃນ​ຕອນ​ກາງ​ເວັນ​ໄດ້ ແລ້ວແຕ່​ເງື່ອນ​ໄຂ​ຂອງ​ເຈົ້າ​ເຮືອນ.

ຫຸ່ນຈຳລອງ ຊາວ​ເຜົ່າ ​ໄຕ​ ໃນພິທີບູຊາ ຂໍຄວາມຢູ່ເຢັນເປັນສຸກ.
ນາງເຮືອງ ຊ່ວຍໝໍເຢົາ ປ່ຽນ​ເຄື່ອງ​ນຸ່ງ​​ ເພື່ອທຳພິ​ທີ
ໝໍເຢົາ ທຳພິທີຕ່າງໆ ໃນພິທີໄຫວ້ບູຊາ ຂໍຄວາມຢູ່ເຢັນເປັນສຸກ.
ຊັ້ນ​ເທິງ​ສຸດຂອງ​ແທ່ນ​ບູຊາ 3 ຊັ້ນ ໃນ​ພິທີ​ໄຫວ້ບູຊາ ລະດູບານໃໝ່ ​ຂອງ ​ຊາວເຜົ່າ ​ໄຕ.
ຊາວ​ເຜົ່າ ໄຕ ປະຕິບັດບົດສູດ ປູດລວງ (ພະ​ພຸດ​ທະ​ເຈົ້ອົງ​ໃຫຍ່) ດ້ວຍ​ເຄື່ອງ​ກະຈັບປີ່

ຄວາມສໍາຄັນ ຂອງ ພິທີດັ່ງກ່າວແມ່ນເຫັນໄດ້ຊັດເຈນ ນັບຕັ້ງແຕ່ ຂັ້ນຕອນ ການກະກຽມ. ການ​ກະກຽມໃຫ້​ພິທີ​ ດຳ​ເນີນ​ໄປ​ຕະຫຼອດ​ປີ ​ເພາະ​ຕ້ອງ​ເລືອກ​ເຟັ້ນ ​ແລະ ກະກຽມ ​ບັນດາຊັບສິ່ງຂອງ​ ທີ່​ແຊບ​ທີ່​ສຸດ. ເຄື່ອງຖວາຍ ປະກອບມີ 3 ປະເພດຄື: ອາຫານດີທີສຸດໂດຍ ເຈົ້າ ຂອງ ລ້ຽງດ້ວຍຕົນເອງເຊັ່ນ: ໄກ່, ປາ, ໝູປິ່ນ, ເປັດ; ອາຫານເຈ ແມ່ນເຂົ້າຕົ້ມ “ເຢີ້ມ”, ເຂົ້າໜົມ “ແຈ່ລາມ”... ເຮັດ​ຈາກ​ເຂົ້າ ທ່ີເຈົ້າເຮືອນປູກ ແລະ ດອກໄມ້, ໝາກໄມ້. ເພື່ອກະກຽມໃຫ້ພິທີໄດ້ດີ, ປົກກະຕິແລ້ວ ຈະມີຜູ້ຊ່ວຍໝໍເຢົາ ຜູ້ໜຶ່ງມາແນະນໍາໃຫ້ ເຈົ້າຂອງເຮືອນ. 

ເມື່ອ​ການ​ກະກຽມ​ສຳ​ເລັດ​ແລ້ວ, ​ເຖິງ​ເວລາ​ຈັດ​ພິທີ, ​ເຈົ້າ​ຂອງເຮືອນ​ ​ຈະ​ເຊີນ​ໝໍເຢົາ ເຂົ້າ​ເຮືອນ ​ເພື່ອ​ທຳ​ພິທີ​ບູຊາ. ບໍ່​ຄືກັບ​ງານ​ບຸນ​ສຳຄັນ​ອື່ນໆ​ ຂອງ​ຊາວ​ເຜົ່າ ​ໄຕ, ບັນດາພິທີສຳຄັນ ​ແມ່ນ​ຈັດ​ຂຶ້ນ ​ຢູ່​ພາຍໃນ​ເຮືອນ. ຜູ້​ເຂົ້າ​ຮ່ວມ​ພິທີ​ ຕ້ອງ​ນັ່ງ ຖືກຕາມຈຸດ ທີ່ໄດ້ກຳນົດໄວ້ ເພື່ອ​ໃຫ້​ໝໍເຢົາ​ ເຮັດ​ພິທີ. ບັນດາຈຸດທີ່ຕັ້ງ​ນັ້ນ ໄດ້​ແບ່ງ​ອອກ​ເປັນ​ລະບຽບ​ຢ່າງ​ຈະ​ແຈ້ງ, ພຽງ​ແຕ່​ເບິ່ງແລ້ວ​ກໍ​ສາມາດ​ຮັບ​ຮູ້​ໄດ້ບົດບາດ ​ແລະ ຕຳ​ແໜ່​ງ ຂອງ​ແຕ່ລະຄົນ. ​ໃນ​ພິທີ​ໄຫວ້​ບູຊາ, ​ໝໍເຢົາ, ຜູ້ຊ່ວຍ ແລະ ເຈົ້າຂອງເຮືອນ ໄດ້​ນັ່ງ​ຢູ່​ຕໍ່ໜ້າ​ແທ່ນ​ບູຊາ, ​ຂ້າງເທິງ​ບ່ອນວາງເຕົາ​ໄຟ​ ເພື່ອ​ທຳພິທີ​ບູຊາ. ນັ່ງ​ອ້ອມ​ຂ້າງ​ເຮືອນ​ຄົວ ​ແມ່ນ​ສໍາ​ລັບ ​ພີ່​ນ້ອງ​ ແລະ​ ຜູ້ຊາຍ​ໃນບ້ານ​ມາເຂົ້າ​ຮ່ວມ​.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ພື້ນທີ່​ສຳ​ລັບ​ ຜູ້​ມີ​ບົດບາດ​ສູງ​ສຸດ​ໃນ​ພິທີ​ ກໍ່​ມີ​ຜູ້​ຍິງ​ຄົນໜຶ່ງ, ນັ້ນ​ແມ່ນ​ນາງ ເ​ຮືອງ (ຊາວ​ເຜົ່າ​ ໄຕ ​ເອີ້ນ​ວ່າ​ ເຈົ້າ ເຊີໄລ). ນີ້ແມ່ນຕົວຊ່ວຍທີ່ຂາດບໍ່ໄດ້ໃນພິທີໄຫວ້ບູຊາ. ນາງ ເຮືອງ ຕ້ອງເປັນ ຄົນມີນິດໄສອ່ອນໂຍນ, ມີກິລິຍາມາລະຍາດທີ່ດີ, ບໍລິສຸດ ແລະ ໂດຍ ສະເພາະແມ່ນຍັງບໍ່ທັນແຕ່ງງານ. ນາງ ​ຈະ​ເປັນ​ຜູ້​ຊ່ວຍ​ໝໍເຢົາ ປະຕິ ບັດ ບັນດາ​ພິທີ​ກຳ ​ທີ່​ສຳຄັນ.

ແລ້ວແຕ່ເນື້ອ​ໃນ​ຂອງແຕ່ລະສ່ວນໃນບົດສູດ, ໝໍເຢົາຈະ​ໃຊ້​ເຄື່ອງ​ດົນ​ຕີ​ທີ່​ແຕກ​ຕ່າງ​ກັນ.
ນາງ ເຮືອງ ​ແລະ ຜູ້​ຊ່ວຍ​ໝໍເຢົາ ​ໃນພິທີຕ່າງໆ.
ປະ​ເພນີ​ບາສີສູ່ຂວັນ ເຂັ້ມຄົ້ນໄປດ້ວຍ​ລັກສະນະ​ວັດທະນະ ທຳ​ ຂອງ​ ຊາວ​ເຜົ່າ​ ໄຕ.
ໝໍເຢົາ ແລະ ເຈົ້າຂອງເຮືອນ ຖວາຍເຄື່ອງບູຊາ ແກ່ສິ່ງທີ່ມີຊີວິດ ກ່ອນທີ່ຈະເຂົ້າພິທີໄຫວ້ບູຊາ.

ໃນ​ພິທີຂໍຄວາມຢູ່ເຢັນເປັນສຸກ ຂອງຊາວເຜົ່າ ໄຕ, ​ໂດຍ​ອີງ​ຕາມ​ໝໍ ເຢົາ ແມ່ນຢູ່ສາຍ​ໃດ ໝໍເຢົາ ຈະທຳການໄຫວ້ບູຊາ ຕາມຈັງຫວະບົດ ເພງ ແລະ ໃຊ້ເຄື່ອງດົນຕີ ຂອງສາຍນັ້ນ. ໝໍເຢົາ ຈະປະຕິບັດ ບົດສູດ ກັບເນື້ອໃນທີ່ແຕກຕ່າງກັນ. ຜູ້​ເຂົ້າ​ຮ່ວມ​ຈະຫຼົງໄຫຼໄປກັບບັນຍາກາດ​ແຫ່ງຄວາມເຊື່ອຖືທາງໃຈ ​ດ້ວຍ​ສຽງ​ອະ​ທິ​ຖານ​ຂອງ​ໝໍເຢົາ ເໝືອນດັ່ງ​ການ​ຮ້ອງ​ເພງ ດ້ວຍນໍ້າສຽງ ທີ່ຂຶ້ນໆ ລົງໆ ບຶດລະເຄັ່ງຂືມ, ບຶດລະຄຶກຄະນອງ ພ້ອມກັບສຽງຂອງ ພິນຕິ໋ງ, ສຽງຂອງ ກະດິ່ງ ທີ່ສ້າງຄວາມ ຫຼົງໄຫຼທາງຈິດໃຈ. 

ຈຸດເດັ່ນ​ຂອງ​ພິ​ທີ​ແມ່ນພິທີບາສີສູ່ຂວັນ. ໝໍເຢົາ ຈະ​ຜູກ​ເສັ້ນດ້າຍ ສີ ແດງ ໃສ່ຂໍ້ມື ຂອງບັນດາ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​. ຕາມ​ແນວ​ຄວາມ​ຄິດ​ຂອງ​ຊາວ​ເຜົ່າ ​ໄຕ, ​ເສັ້ນ​ດ້າຍ ນັ້ນ​ປຽບ​ເໝືອນ​ດັ່ງເຄື່ອງລາງ ​ເພື່ອ​ປົກ​ປ້ອງ​ແຕ່ລະຄົນ, ນຳ​ມາ​ເຊິ່ງຄວາມ​ໂຊກ​ລາບ​ ແລະ ​ສິ່ງ​ທີ່​ດີ​ໆ ໃນ​ຊີວິດ.

 

ຊາວ​ເຜົ່າ ໄຕ ມີ​ປະຊາກອນ​ ໃຫຍ່ເປັນອັນ​ດັບ​ທີສອງ​ຢູ່​ ຫວຽດນາມ, ດຳລົງ​ຊີວິດ ​ຕົ້ນຕໍ​ຢູ່​ເຂດ​ພູດອຍ​ ທາງ​ພາກ​ເໜືອ​ ຂອງ ​ຫວຽດນາມ. ຊາວເຜົ່າ​ ໄຕ​ ເວົ້າ​ພາສາ ​ໄຕ, ໃນມວດພາສາ​ Kra-Dai. ຕາມ​ການ​ສຳ​ຫຼວດພົນລະ​ເມືອງ ​ແລະ ທີ່ຢູ່​ອາ​ໄສ​ປີ 2009, ຊາວ​ເຜົ່າ​ ໄຕ ​ຢູ່​ຫວຽດນາມ ມີ​ພົນລະ​ເມືອງ 1.626.392 ຄົນ, ​ຢູ່​ທັງ 63 ​ແຂວງ, ນະ ຄອນ ສ່ວນຫຼາຍຢູ່​ບັນດາແຂວງເຊັ່ນ: ລ້າງເຊີນ, ກາວບັ່ງ, ຕວຽນກວາງ, ຮ່າຢາງ, ບັກກ້ານ, ອຽນບ໋າຍ, ຖ໋າຍງວຽນ, ລາວກາຍ, ດັກລັກ ແລະ ກວ໊າງນິງ.

ປະຕິບັດ: ຫວຽດເກື່ອງ - ແປໂດຍ: ບິກລຽນ

ຄວາມງາມ ໃນພິທີ Sen Dolta ຂອງ ຊາວເຜົ່າ ຂະແມ

ຄວາມງາມ ໃນພິທີ Sen Dolta ຂອງ ຊາວເຜົ່າ ຂະແມ

ງານບຸນ Sen Dolta ຂອງຊາວເຜົ່າ ຂະແມ ຖືກຈັດຂຶ້ນ ແຕ່ວັນທີ 29 ສິງຫາ ຫາ ວັນທີ 1 ກັນຍາ ຕາມຈັນທະປະຕິທິນ ຂອງທຸກໆ ປີ. ນີ້ແມ່ນງານບຸນປະເພນີ ທີ່ສຳຄັນ ຂອງ ຊາວຂະແມ ເພື່ອລະນຶກເຖິງບຸນຄຸນພໍ່ ແມ່ ແລະ ຍາດຕິພີ່ນ້ອງ ໃນການລ້ຽງດູ ທີ່ໄດ້ ລ່ວງລັບໄປແລ້ວ, ພ້ອມດຽວກັນ ກໍເພື່ອສະແດງຄວາມຮູ້ບຸນຄຸນ ຕໍ່ບັນພະບຸລຸດ ຜູ້ທ່ີໄດ້ບຸກເບີກ ຖາກຖາງດິນແດນ, ປົກປັກຮັກສາ ໝູ່ ບ້ານ. ນອກຈາກນັ້ນ, ງານບຸນ Sen Dolta ບໍ່ພຽງແຕ່ ແມ່ນໂອ ກາດ ເພື່ອສະແດງເຖິງ ຄວາມຮູ້ບຸນຄຸນ, ແຕ່ຍັງເປັນ ສັນຍາລັກ ແຫ່ງນໍ້າໃຈ ສາມັກຄີ, ຄວາມຜູກພັນ, ຄວາມຮັກແພງ ອັນແໜ້ນ ແຟ້ນ ທີ່ຊາວເຜົ່າ ຂະແມ ໄດ້ຮັກສາໄວ້ ຜ່ານຫຼາຍຮຸ່ນຄົນ.

Top