ຄົ້ນພົບ

ພິທີຂໍຄວາມຢູ່ເຢັນເປັນສຸກ ຂອງຊາວເຜົ່າ ໄຕ

ພິທີ ຂໍຄວາມຢູ່ເຢັນເປັນສຸກ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ​ເຜົ່າ​ ໄຕ ​​ເຕົ້າ​ໂຮມ​ກັນ ​ສະ​ແດງ​ຄວາມໃສສັດທາ ຕໍ່ເທວະດາ​ພະແຖນ ແລະ ​ພ້ອມ ກັນຂໍພອນ, ໄຝ່ຝັນ ກ່ຽວກັບຊີວິດທີ່ມີຄວາມ​ຮັ່ງມີ ແລະ ​ຜາ​ສຸກ.
 

ໃນ​ການດຳເນີນຊີວິດ ດ້ານຄວາມເຊື່ອຖື ຂອງຊາວ​ເຜົ່າ ​ໄຕ, ພິທີ ໄຫວ້ ບູຊາ​ຂໍຄວາມຢູ່ເຢັນເປັນສຸກ ​ແມ່ນ​ພິທີ​ສຳຄັນ​ທີ່​ສຸດ. ​ໃນ​ເມື່ອ​ກ່ອນ, ຊາວ​ເຜົ່າ ​ໄຕ ໄດ້​ດຳ​ເນີນ​ພິທີ​ບູຊາ​ຕະຫຼອດ​ຄືນ. ປັດຈຸ​ບັນ, ​ສາ ມາດ​ ທຳ​ພິທີ ​ໃນ​ຕອນ​ກາງ​ເວັນ​ໄດ້ ແລ້ວແຕ່​ເງື່ອນ​ໄຂ​ຂອງ​ເຈົ້າ​ເຮືອນ.

ຫຸ່ນຈຳລອງ ຊາວ​ເຜົ່າ ​ໄຕ​ ໃນພິທີບູຊາ ຂໍຄວາມຢູ່ເຢັນເປັນສຸກ.
ນາງເຮືອງ ຊ່ວຍໝໍເຢົາ ປ່ຽນ​ເຄື່ອງ​ນຸ່ງ​​ ເພື່ອທຳພິ​ທີ
ໝໍເຢົາ ທຳພິທີຕ່າງໆ ໃນພິທີໄຫວ້ບູຊາ ຂໍຄວາມຢູ່ເຢັນເປັນສຸກ.
ຊັ້ນ​ເທິງ​ສຸດຂອງ​ແທ່ນ​ບູຊາ 3 ຊັ້ນ ໃນ​ພິທີ​ໄຫວ້ບູຊາ ລະດູບານໃໝ່ ​ຂອງ ​ຊາວເຜົ່າ ​ໄຕ.
ຊາວ​ເຜົ່າ ໄຕ ປະຕິບັດບົດສູດ ປູດລວງ (ພະ​ພຸດ​ທະ​ເຈົ້ອົງ​ໃຫຍ່) ດ້ວຍ​ເຄື່ອງ​ກະຈັບປີ່

ຄວາມສໍາຄັນ ຂອງ ພິທີດັ່ງກ່າວແມ່ນເຫັນໄດ້ຊັດເຈນ ນັບຕັ້ງແຕ່ ຂັ້ນຕອນ ການກະກຽມ. ການ​ກະກຽມໃຫ້​ພິທີ​ ດຳ​ເນີນ​ໄປ​ຕະຫຼອດ​ປີ ​ເພາະ​ຕ້ອງ​ເລືອກ​ເຟັ້ນ ​ແລະ ກະກຽມ ​ບັນດາຊັບສິ່ງຂອງ​ ທີ່​ແຊບ​ທີ່​ສຸດ. ເຄື່ອງຖວາຍ ປະກອບມີ 3 ປະເພດຄື: ອາຫານດີທີສຸດໂດຍ ເຈົ້າ ຂອງ ລ້ຽງດ້ວຍຕົນເອງເຊັ່ນ: ໄກ່, ປາ, ໝູປິ່ນ, ເປັດ; ອາຫານເຈ ແມ່ນເຂົ້າຕົ້ມ “ເຢີ້ມ”, ເຂົ້າໜົມ “ແຈ່ລາມ”... ເຮັດ​ຈາກ​ເຂົ້າ ທ່ີເຈົ້າເຮືອນປູກ ແລະ ດອກໄມ້, ໝາກໄມ້. ເພື່ອກະກຽມໃຫ້ພິທີໄດ້ດີ, ປົກກະຕິແລ້ວ ຈະມີຜູ້ຊ່ວຍໝໍເຢົາ ຜູ້ໜຶ່ງມາແນະນໍາໃຫ້ ເຈົ້າຂອງເຮືອນ. 

ເມື່ອ​ການ​ກະກຽມ​ສຳ​ເລັດ​ແລ້ວ, ​ເຖິງ​ເວລາ​ຈັດ​ພິທີ, ​ເຈົ້າ​ຂອງເຮືອນ​ ​ຈະ​ເຊີນ​ໝໍເຢົາ ເຂົ້າ​ເຮືອນ ​ເພື່ອ​ທຳ​ພິທີ​ບູຊາ. ບໍ່​ຄືກັບ​ງານ​ບຸນ​ສຳຄັນ​ອື່ນໆ​ ຂອງ​ຊາວ​ເຜົ່າ ​ໄຕ, ບັນດາພິທີສຳຄັນ ​ແມ່ນ​ຈັດ​ຂຶ້ນ ​ຢູ່​ພາຍໃນ​ເຮືອນ. ຜູ້​ເຂົ້າ​ຮ່ວມ​ພິທີ​ ຕ້ອງ​ນັ່ງ ຖືກຕາມຈຸດ ທີ່ໄດ້ກຳນົດໄວ້ ເພື່ອ​ໃຫ້​ໝໍເຢົາ​ ເຮັດ​ພິທີ. ບັນດາຈຸດທີ່ຕັ້ງ​ນັ້ນ ໄດ້​ແບ່ງ​ອອກ​ເປັນ​ລະບຽບ​ຢ່າງ​ຈະ​ແຈ້ງ, ພຽງ​ແຕ່​ເບິ່ງແລ້ວ​ກໍ​ສາມາດ​ຮັບ​ຮູ້​ໄດ້ບົດບາດ ​ແລະ ຕຳ​ແໜ່​ງ ຂອງ​ແຕ່ລະຄົນ. ​ໃນ​ພິທີ​ໄຫວ້​ບູຊາ, ​ໝໍເຢົາ, ຜູ້ຊ່ວຍ ແລະ ເຈົ້າຂອງເຮືອນ ໄດ້​ນັ່ງ​ຢູ່​ຕໍ່ໜ້າ​ແທ່ນ​ບູຊາ, ​ຂ້າງເທິງ​ບ່ອນວາງເຕົາ​ໄຟ​ ເພື່ອ​ທຳພິທີ​ບູຊາ. ນັ່ງ​ອ້ອມ​ຂ້າງ​ເຮືອນ​ຄົວ ​ແມ່ນ​ສໍາ​ລັບ ​ພີ່​ນ້ອງ​ ແລະ​ ຜູ້ຊາຍ​ໃນບ້ານ​ມາເຂົ້າ​ຮ່ວມ​.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ພື້ນທີ່​ສຳ​ລັບ​ ຜູ້​ມີ​ບົດບາດ​ສູງ​ສຸດ​ໃນ​ພິທີ​ ກໍ່​ມີ​ຜູ້​ຍິງ​ຄົນໜຶ່ງ, ນັ້ນ​ແມ່ນ​ນາງ ເ​ຮືອງ (ຊາວ​ເຜົ່າ​ ໄຕ ​ເອີ້ນ​ວ່າ​ ເຈົ້າ ເຊີໄລ). ນີ້ແມ່ນຕົວຊ່ວຍທີ່ຂາດບໍ່ໄດ້ໃນພິທີໄຫວ້ບູຊາ. ນາງ ເຮືອງ ຕ້ອງເປັນ ຄົນມີນິດໄສອ່ອນໂຍນ, ມີກິລິຍາມາລະຍາດທີ່ດີ, ບໍລິສຸດ ແລະ ໂດຍ ສະເພາະແມ່ນຍັງບໍ່ທັນແຕ່ງງານ. ນາງ ​ຈະ​ເປັນ​ຜູ້​ຊ່ວຍ​ໝໍເຢົາ ປະຕິ ບັດ ບັນດາ​ພິທີ​ກຳ ​ທີ່​ສຳຄັນ.

ແລ້ວແຕ່ເນື້ອ​ໃນ​ຂອງແຕ່ລະສ່ວນໃນບົດສູດ, ໝໍເຢົາຈະ​ໃຊ້​ເຄື່ອງ​ດົນ​ຕີ​ທີ່​ແຕກ​ຕ່າງ​ກັນ.
ນາງ ເຮືອງ ​ແລະ ຜູ້​ຊ່ວຍ​ໝໍເຢົາ ​ໃນພິທີຕ່າງໆ.
ປະ​ເພນີ​ບາສີສູ່ຂວັນ ເຂັ້ມຄົ້ນໄປດ້ວຍ​ລັກສະນະ​ວັດທະນະ ທຳ​ ຂອງ​ ຊາວ​ເຜົ່າ​ ໄຕ.
ໝໍເຢົາ ແລະ ເຈົ້າຂອງເຮືອນ ຖວາຍເຄື່ອງບູຊາ ແກ່ສິ່ງທີ່ມີຊີວິດ ກ່ອນທີ່ຈະເຂົ້າພິທີໄຫວ້ບູຊາ.

ໃນ​ພິທີຂໍຄວາມຢູ່ເຢັນເປັນສຸກ ຂອງຊາວເຜົ່າ ໄຕ, ​ໂດຍ​ອີງ​ຕາມ​ໝໍ ເຢົາ ແມ່ນຢູ່ສາຍ​ໃດ ໝໍເຢົາ ຈະທຳການໄຫວ້ບູຊາ ຕາມຈັງຫວະບົດ ເພງ ແລະ ໃຊ້ເຄື່ອງດົນຕີ ຂອງສາຍນັ້ນ. ໝໍເຢົາ ຈະປະຕິບັດ ບົດສູດ ກັບເນື້ອໃນທີ່ແຕກຕ່າງກັນ. ຜູ້​ເຂົ້າ​ຮ່ວມ​ຈະຫຼົງໄຫຼໄປກັບບັນຍາກາດ​ແຫ່ງຄວາມເຊື່ອຖືທາງໃຈ ​ດ້ວຍ​ສຽງ​ອະ​ທິ​ຖານ​ຂອງ​ໝໍເຢົາ ເໝືອນດັ່ງ​ການ​ຮ້ອງ​ເພງ ດ້ວຍນໍ້າສຽງ ທີ່ຂຶ້ນໆ ລົງໆ ບຶດລະເຄັ່ງຂືມ, ບຶດລະຄຶກຄະນອງ ພ້ອມກັບສຽງຂອງ ພິນຕິ໋ງ, ສຽງຂອງ ກະດິ່ງ ທີ່ສ້າງຄວາມ ຫຼົງໄຫຼທາງຈິດໃຈ. 

ຈຸດເດັ່ນ​ຂອງ​ພິ​ທີ​ແມ່ນພິທີບາສີສູ່ຂວັນ. ໝໍເຢົາ ຈະ​ຜູກ​ເສັ້ນດ້າຍ ສີ ແດງ ໃສ່ຂໍ້ມື ຂອງບັນດາ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​. ຕາມ​ແນວ​ຄວາມ​ຄິດ​ຂອງ​ຊາວ​ເຜົ່າ ​ໄຕ, ​ເສັ້ນ​ດ້າຍ ນັ້ນ​ປຽບ​ເໝືອນ​ດັ່ງເຄື່ອງລາງ ​ເພື່ອ​ປົກ​ປ້ອງ​ແຕ່ລະຄົນ, ນຳ​ມາ​ເຊິ່ງຄວາມ​ໂຊກ​ລາບ​ ແລະ ​ສິ່ງ​ທີ່​ດີ​ໆ ໃນ​ຊີວິດ.

 

ຊາວ​ເຜົ່າ ໄຕ ມີ​ປະຊາກອນ​ ໃຫຍ່ເປັນອັນ​ດັບ​ທີສອງ​ຢູ່​ ຫວຽດນາມ, ດຳລົງ​ຊີວິດ ​ຕົ້ນຕໍ​ຢູ່​ເຂດ​ພູດອຍ​ ທາງ​ພາກ​ເໜືອ​ ຂອງ ​ຫວຽດນາມ. ຊາວເຜົ່າ​ ໄຕ​ ເວົ້າ​ພາສາ ​ໄຕ, ໃນມວດພາສາ​ Kra-Dai. ຕາມ​ການ​ສຳ​ຫຼວດພົນລະ​ເມືອງ ​ແລະ ທີ່ຢູ່​ອາ​ໄສ​ປີ 2009, ຊາວ​ເຜົ່າ​ ໄຕ ​ຢູ່​ຫວຽດນາມ ມີ​ພົນລະ​ເມືອງ 1.626.392 ຄົນ, ​ຢູ່​ທັງ 63 ​ແຂວງ, ນະ ຄອນ ສ່ວນຫຼາຍຢູ່​ບັນດາແຂວງເຊັ່ນ: ລ້າງເຊີນ, ກາວບັ່ງ, ຕວຽນກວາງ, ຮ່າຢາງ, ບັກກ້ານ, ອຽນບ໋າຍ, ຖ໋າຍງວຽນ, ລາວກາຍ, ດັກລັກ ແລະ ກວ໊າງນິງ.


top