• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພາຍຫຼັງປະຕິບັດບັ້ນເຄື່ອນໄຫວ 500 ວັນ ແລະ ຄືນ 4 ເດືອນ ໄດ້ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 1.384 ອັດຖິ

ບັ້ນເຄື່ອນໄຫວໄດ້ຮັບການຜັນຂະຫຍາຍເພື່ອປະຕິບັດສຳເລັດການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງຂາດຂໍ້ມູນໂດຍພື້ນຖານ. ໃນຈຳນວນອັດຖິດັ່ງກ່າວ, ມີ 360 ອັດຖິໄດ້ທ້ອນໂຮມຢູ່ພາຍໃນປະເທດ, 147 ອັດຖິຢູ່ ລາວ ແລະ 850 ອັດຖິຢູ່ ກຳປູເຈຍ.
  ໄລ່ຮອດວັນທີ 14 ກໍລະກົດ, ຫວຽດນາມ ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 1.384 ອັດຖິ. (ພາບ: VNA)  

ພາຍ​ຫຼັງ 4 ເດືອນທີ່​ປະ​ຕິ​ບັດ​ “ບັ້ນ​ເຄື່ອນ​ໄຫວ​ 500 ວັນ ແລະ ຄືນ ຍູ້​ແຮງ​ການ​ຊອກ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ແລະ​ນາມ​ສະ​ກຸນ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ” (ບັນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນ), ກຳ​ລັງ​ທີ່​ມີ​ໜ້າ​ທີ່​ສາມາດ​ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼ​ະ​ຊີ​ວິດ​ເພື່ອ​ຊາດໄດ້ 1.384 ​ອັດ​ຖິ, ພ້ອມ​ກັນ​ນັ້ນ​ ກໍ່ເກັບ​ເອົາ​ຕົວ​ຢາງ ADN ແລະ ຄົ້ນຫາ​ຂໍ້​ມູນໂດຍໄວ​ເພື່ອຢັ້ງ​ຢືນ​ຊື່​ແລະ​ນາມ​ສະ​ກຸນ​ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫຼ​ະ​ຊີ​ວິດ​ເພື່ອ​ຊາດທີ່​ຍັງ​ຂາດ​ຂໍ້​ມູນ.

ຕາມ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ 515 (ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຊອກ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ແລະ​ນາມ​ສະ​ກຸນອັດຖິ​ນັກ​ຮົບ​ເສຍ​ສະ​ຫຼ​ະ​ຊີ​ວິດ​ເພື່ອ​ຊາດ) ແລ້ວ ໄລ່​ຮອດ​ວັນ​ທີ 14 ກໍ​ລະ​ກົດ, ພາຍ​ຫຼັງ​ຜັນ​ຂະ​ຫຍາຍບັ້ນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນ​ເປັນ​ເວ​ລາ 4 ເດືອນ, ຫວຽດ​ນາມ ຊອກ​ຫາ, ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດໄດ້ 1.384 ​ອັດ​ຖິ. ບັ້ນ​ເຄື່ອນ​ໄຫວ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ການຊອກ​ຫາ, ທ້ອນ​ໂຮມອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ທີ່​ຍັງ​ຂາດ​ຂໍ້​ມູນ​ໂດຍ​ພື້ນ​ຖານ. ໃນ​ຈຳ​ນວນ​ອັດ​ຖິ​ດັ່ງ​ກ່າວ, ມີ​ 360 ອັດ​ຖິໄດ້​ທ້ອນ​ໂຮມ​ຢູ່​ພາຍ​ໃນ​ປະ​ເທດ, 147 ອັດ​ຖິ​ຢູ່ ລາວ ແລະ 850 ອັດ​ຖິ​ຢູ່ ກຳ​ປູ​ເຈຍ.

ໄປ​ພ້ອມ​ກັບ​ວຽກ​ງານຊອກ​ຫາ, ເກັບ​ເອົາ​ຕົວ​ຢາງ ADN ເພື່ອ​ຮັບ​ໃຊ້​ການຢັ້ງ​ຢືນ​ຊື່​ແລະ​ນາມ​ສະ​ກຸນບັນ​ດາ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດສື​ບ​ຕໍ່​ໄດ້​ຮັບ​ການ​ຍູ້​ແຮງ, ບັນ​ດາ​ກົມ​ກອງ​ໄດ້​ເກັບ​ເອົາ​ຕົວ​ຢ່າງອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ 52.000 ກວ່າຂຸມ​ຝັງ​ສົບ, ໃນ​ນັ້ນ​ມີ​ຂຸມ​ຝັງ​ສົບ​ກວ່າ 37.000 ຂຸມ​ມີ​ເງື່ອນ​ໄຂ​ຢ່າງ​ພຽງ​ພໍ​ເພື່ອ​ເກັບ​ເອົາ​ຕົວ​ຢ່າງ, ບັນ​ລຸກວ່າ 71%.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ຫັນ​ທ່າ​ໄດ້​ປຽບ​ຂອງ​ດ່ານ​ຊາຍ​ແດນ​ກາຍ​ເປັນ​ກຳ​ລັງ​ໜູ​ນ​ການ​ເຕີບ​ໂຕ​ຂອງ​ແຂວງ ລ້າງ​ເຊີນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ຫັນ​ທ່າ​ໄດ້​ປຽບ​ຂອງ​ດ່ານ​ຊາຍ​ແດນ​ກາຍ​ເປັນ​ກຳ​ລັງ​ໜູ​ນ​ການ​ເຕີບ​ໂຕ​ຂອງ​ແຂວງ ລ້າງ​ເຊີນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ​ໃຫ້​ແຂວງ ລ້າງ​ເຊີນ ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ທີ່​ເໝາະ​ສົມ​ກັບ​ທ່າ​ໄດ້​ປຽບ​ພິເສດສະເພາະ​ຂອງ​ແຂວງ​ເຂດຊາຍ​ແດນຢ່າງ​ຈະ​ແຈ້ງ.

Top