ບັ້ນເຄື່ອນໄຫວໄດ້ຮັບການຜັນຂະຫຍາຍເພື່ອປະຕິບັດສຳເລັດການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງຂາດຂໍ້ມູນໂດຍພື້ນຖານ. ໃນຈຳນວນອັດຖິດັ່ງກ່າວ, ມີ 360 ອັດຖິໄດ້ທ້ອນໂຮມຢູ່ພາຍໃນປະເທດ, 147 ອັດຖິຢູ່ ລາວ ແລະ 850 ອັດຖິຢູ່ ກຳປູເຈຍ.
ໄລ່ຮອດວັນທີ 14 ກໍລະກົດ, ຫວຽດນາມ ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 1.384 ອັດຖິ. (ພາບ: VNA)
ພາຍຫຼັງ 4 ເດືອນທີ່ປະຕິບັດ “ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນ ຍູ້ແຮງການຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ” (ບັນເຄື່ອນໄຫວ 500 ວັນ ແລະ ຄືນ), ກຳລັງທີ່ມີໜ້າທີ່ສາມາດທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 1.384 ອັດຖິ, ພ້ອມກັນນັ້ນ ກໍ່ເກັບເອົາຕົວຢາງ ADN ແລະ ຄົ້ນຫາຂໍ້ມູນໂດຍໄວເພື່ອຢັ້ງຢືນຊື່ແລະນາມສະກຸນບັນດານັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງຂາດຂໍ້ມູນ.
ຕາມຄະນະຊີ້ນຳແຫ່ງຊາດ 515 (ຄະນະຊີ້ນຳແຫ່ງຊາດກ່ຽວກັບການຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ) ແລ້ວ ໄລ່ຮອດວັນທີ 14 ກໍລະກົດ, ພາຍຫຼັງຜັນຂະຫຍາຍບັ້ນເຄື່ອນໄຫວ 500 ວັນ ແລະ ຄືນເປັນເວລາ 4 ເດືອນ, ຫວຽດນາມ ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 1.384 ອັດຖິ. ບັ້ນເຄື່ອນໄຫວໄດ້ຮັບການຜັນຂະຫຍາຍເພື່ອປະຕິບັດສຳເລັດການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງຂາດຂໍ້ມູນໂດຍພື້ນຖານ. ໃນຈຳນວນອັດຖິດັ່ງກ່າວ, ມີ 360 ອັດຖິໄດ້ທ້ອນໂຮມຢູ່ພາຍໃນປະເທດ, 147 ອັດຖິຢູ່ ລາວ ແລະ 850 ອັດຖິຢູ່ ກຳປູເຈຍ.
ໄປພ້ອມກັບວຽກງານຊອກຫາ, ເກັບເອົາຕົວຢາງ ADN ເພື່ອຮັບໃຊ້ການຢັ້ງຢືນຊື່ແລະນາມສະກຸນບັນດານັກຮົບເສຍສະຫຼະຊີວິດເພື່ອຊາດສືບຕໍ່ໄດ້ຮັບການຍູ້ແຮງ, ບັນດາກົມກອງໄດ້ເກັບເອົາຕົວຢ່າງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ 52.000 ກວ່າຂຸມຝັງສົບ, ໃນນັ້ນມີຂຸມຝັງສົບກວ່າ 37.000 ຂຸມມີເງື່ອນໄຂຢ່າງພຽງພໍເພື່ອເກັບເອົາຕົວຢ່າງ, ບັນລຸກວ່າ 71%.