• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດທະນາວິທະຍາສາດ, ເຕັກໂນໂລຊີແມ່ນກຳລັງໜູນຍົກສູງກຳລັງແຮງການຕໍ່ສູ້ຂອງກອງທັບ

ຕອນເຊົ້າວັນທີ 13 ມິຖຸນາ, ຢູ່ ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດພິທີສະຫຼຸບ, ມອບລາງວັນແຮງງານປະດິດຄິດສ້າງໃນກຳມະບານກອງທັບຄັ້ງທີ 1.
  ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ກ່າວຄຳເຫັນທີ່​ພິ​ທີ (ພາບ: TTXVN)  

ການມອບລາງວັນ​ຄັ້ງ​ທີ 1 ມີ 208 ກິດ​ຈະ​ກຳ (ລວມ​ມີ 56 ຫົວ​ເລື່ອງ, 152 ຂໍ້​ລິ​ເລ​ີ່ມ) ຂອງ 775 ຜູ້​ຂຽນ ​ສັງ​ກັດ​ຢູ່ 11/39 ກົມ​ກອງ​ຂຶ້ນ​ກັບຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ​ເຂົ້າ​ຮ່ວມ, ດ້ວຍ 10 ຂະ​ແໜງ​ສະ​ເພາະ: ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ​່າ​ວ​ສານ; ເຄ​ມີ, ສິ່ງ​ແວດ​ລ້ອມ; ການ​ສຶກ​ສາບຳ​ລຸງ​ສ້າງ; ຝຶກ​ຊ້ອມ​ດ້ານ​ການ​ທະ​ຫານ; ເອ​ດລັກ​ໂຕ​ນິກ, ໂທ​ລະ​ຄົມ​ມະ​ນາ​ຄົມ… ບັນ​ດາ​ກິດ​ຈະ​ກຳ​ທີ່​ເຂົ້າ​ຮ່ວມ​​ການ​ແຂ່ງ​ຂັນ​ຄັ້ງ​ທີ 1 ໄດ້​ສຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ບັນ​ຫາ​ໃໝ່, ໂດຍ​ສະ​ເພາະ​ແມ່ນ​ການ​ພັດ​ທະ​ນາ​ຂອງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ.

ກ່າວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ພົນ​ເອກ ຟານ​ວັນ​ຢາງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ຢືນ​ຢັນ​ວ່າ ລາງວັນ​ດັ່ງ​ກ່າວ​ໄດ້​ກາຍ​ເປັນ​ແຫ່ງ​ເຕົ້າ​ໂຮມ​ພູມ​ປັນ​ຍາ, ຄວາມ​ຄາດ​ຫວັງ ແລະ ຈິດ​ໃຈ​ອຸ​ທິດ​ສ່ວນ​ຂອງ​ພະ​ນັກ​ງານ, ສະ​ມາ​ຊິກ​ກຳ​ມະ​ບານ, ຜູ້​ອອກ​ແຮງ​ງານ​ໃນ​ທົ່ວ​ກອງ​ທັບຢ່າງ​ແທ້​ຈິງ. ບັນ​ດາ​ຜູ້​ຂຽນ​ທີ່​ໄດ້​ເຊີດ​ຊູ​ໃນ​ຄັ້ງ​ນີ້​ແມ່ນ “ແກ່ນ​ສານ” ສຳ​ຄັນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕ​ອ​ນ​ໃນ​ບັນ​ດາ​ຂົງ​ເຂດ​ຝຶ​ກ​ຊ້ອມ, ພ້ອມ​ແລ້ວ​ທີ່​ຈະ​ຕໍ່​ສູ້, ຄົ້​ນ​ຄວ້າ ແລະ ຮັບ​ປະ​ກັນ​ດ້ານ​ເຕັກ​ນິກ.

(ແຫຼ່ງຄັດຈາກ VOV)

ກຸຍບາ ປະກາດຫຼາຍການປະຕິຮູບດ້ານເສດຖະກິດ

ກຸຍບາ ປະກາດຫຼາຍການປະຕິຮູບດ້ານເສດຖະກິດ

ບັນດາບ້ວງມາດຕະການດັ່ງກ່າວແມ່ນແນໃສ່ສ້າງລະບົບຄຸ້ມຄອງພື້ນຖານເສດຖະກິດ ທີ່ມີຄວາມສາມາດແກ້ໄຂຄວາມຂັດແຍ້ງລະຫວ່າງແຜນການ ແລະ ກຳລັງໜູນ

Top