ຕອນເຊົ້າວັນທີ 13 ມິຖຸນາ, ຢູ່ ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດພິທີສະຫຼຸບ, ມອບລາງວັນແຮງງານປະດິດຄິດສ້າງໃນກຳມະບານກອງທັບຄັ້ງທີ 1.
ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)
ການມອບລາງວັນຄັ້ງທີ 1 ມີ 208 ກິດຈະກຳ (ລວມມີ 56 ຫົວເລື່ອງ, 152 ຂໍ້ລິເລີ່ມ) ຂອງ 775 ຜູ້ຂຽນ ສັງກັດຢູ່ 11/39 ກົມກອງຂຶ້ນກັບຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມ, ດ້ວຍ 10 ຂະແໜງສະເພາະ: ເຕັກໂນໂລຊີຂໍ້ມູນຂ່າວສານ; ເຄມີ, ສິ່ງແວດລ້ອມ; ການສຶກສາບຳລຸງສ້າງ; ຝຶກຊ້ອມດ້ານການທະຫານ; ເອດລັກໂຕນິກ, ໂທລະຄົມມະນາຄົມ… ບັນດາກິດຈະກຳທີ່ເຂົ້າຮ່ວມການແຂ່ງຂັນຄັ້ງທີ 1 ໄດ້ສຸມໃສ່ເຂົ້າໃນບັນດາບັນຫາໃໝ່, ໂດຍສະເພາະແມ່ນການພັດທະນາຂອງວິທະຍາສາດເຕັກໂນໂລຊີ.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຢືນຢັນວ່າ ລາງວັນດັ່ງກ່າວໄດ້ກາຍເປັນແຫ່ງເຕົ້າໂຮມພູມປັນຍາ, ຄວາມຄາດຫວັງ ແລະ ຈິດໃຈອຸທິດສ່ວນຂອງພະນັກງານ, ສະມາຊິກກຳມະບານ, ຜູ້ອອກແຮງງານໃນທົ່ວກອງທັບຢ່າງແທ້ຈິງ. ບັນດາຜູ້ຂຽນທີ່ໄດ້ເຊີດຊູໃນຄັ້ງນີ້ແມ່ນ “ແກ່ນສານ” ສຳຄັນ, ປະກອບສ່ວນຊຸກຍູ້ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນໃນບັນດາຂົງເຂດຝຶກຊ້ອມ, ພ້ອມແລ້ວທີ່ຈະຕໍ່ສູ້, ຄົ້ນຄວ້າ ແລະ ຮັບປະກັນດ້ານເຕັກນິກ.