ກ່ອນທີ່ພັກກອມມູນິດ ຫວຽດນາມ ໄດ້ກຳເນີດເກີດຂຶ້ນ, ປະເທດ ຫວຽດນາມ ຕົກໃນສະພາບເປັນທາດຂອງປະເທດເມືອງຂຶ້ນ. ໃນສະພາບການດັ່ງກ່າວ, ຜູ້ນຳ ຫງວຽນອ໊າຍກ໊ວກ (ລຸງ ໂຮ່) ຈາກລັດທິຮັກຊາດໄປເຖິງລັດທິ ເລນິນ ແລະ ເຂົ້າຮ່ວມການສ້າງຕັ້ງພັກກອມມູນິດ ຝຣັ່ງ, ກາຍເປັນຄົນ ກອມມູນິດ ຜູ້ທຳອິດ ຂອງ ຫວຽດນາມ. ນັບແຕ່ໂຄງການການເມືອງຂອງ ເລນິນ, ຫງວຽນອ໊າຍກ໊ວກ ໄດ້ຊອກເຫັນເສັ້ນທາງປົດປ່ອຍຊາດຕາມທິດສະດີປະຕິວັດ.
ວັນທີ 3 ກຸມພາ 1930, ພາຍໃຕ້ການເປັນປະທານຂອງເພີ່ນ, ອົງການຈັດຕັ້ງກອມມູນິດແມ່ນພັກກອມມູນິດ ອິນດູຈີນ, ພັກກອມມູນິດ ອານນາມ ແລະ ສະຫະພັນກອມມູນິດ ອິນດູຈີນ ໄດ້ໂຮມເຂົ້າເປັນໜຶ່ງດຽວ ແລະ ເອົາຊື່ວ່າ ພັກກອມມູນິດ ຫວຽດນາມ. ຕັ້ງແຕ່ນັ້ນໄປ, ການປະຕິວັດ ຫວຽດນາມ ໄດ້ນຳພາໂດຍພັກກອມມູນິດ ຫວຽດນາມ.
![]() ຕອນເຊົ້າວັນທີ ກຸມພາ 2020, ທີ່ຫໍປະຊຸມແຫ່ງຊາດ (ໝີ໋ດິ່ງ, ຮ່າໂນ້ຍ), ຄະນະປະຕິບັດງານສູນກາງພັກ, ສະພາ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ແລະ ນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກ ກອມມູນິດ ຫວຽດນາມ (3/2/1930-3/2/2020). ພາບ: VNA ![]() ບັນດາສະຫານກາຍນຳ, ອະດີດການນຳພັກ, ລັດ ແລະ ບັນດາຜູ້ແທນ ປະຕິບັດພິທີເຄົາລົບທຸງ ໃນພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກ ກອມມູນິດ ຫວຽດນາມ. ພາບ: ຖົ໋ງເຍີດ/VNA ![]() ບັນດາຜູ້ແທນປະຕິບັດພິທີເຄົາລົບທຸງ. ພາບ: ເລີມແຄ໋ງ/VNA ![]() ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ອ່ານສູນທອນພົດສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກ ກອມມູນິດ ຫວຽດນາມ. ພາບ: ເລີມແຄ໋ງ/VNA ![]() ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ອ່ານສູນທອນພົດສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກ ກອມມູນິດ ຫວຽດນາມ. ພາບ: ເລີມແຄ໋ງ/VNA ![]() ສະຫາຍ ຮ່າກີ໋ ກ່າວຄຳປາໄສທີ່ພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກ ກອມມູນິດ ຫວຽດນາມ. ພາບ: ເລີມແຄ໋ງ/VNA ![]() ສະຫາຍ ຫງວຽນຖຸ່ຍລິງ, ນັກສຶກສາ ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ, ຕາງໜ້າໃຫ້ແກ່ໄວໜຸ່ມທົ່ວປະເທດ ກ່າວຄຳປາໄສທີ່ພິທີ ສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກ ກອມມູນິດ ຫວຽດນາມ. ພາບ: ເລີມແຄ໋ງ/VNA ![]() ບັນດາຜູ້ແທນເຂົ້າຮ່ວມພິທີ ສະເຫຼີມສະຫຼອງ 90 ປີແຫ່ງວັນ ສ້າງຕັ້ງພັກ ກອມມູນິດ ຫວຽດນາມ. ພາບ: ຖົ໋ງເຍີດ/VNA ![]() ບັນດາຜູ້ແທນມາຈາກຕ່າງປະເທດ ເຂົ້າຮ່ວມພິທີ ສະເຫຼີມສະຫຼອງ 90 ປີແຫ່ງວັນ ສ້າງຕັ້ງພັກ ກອມມູນິດ ຫວຽດນາມ. ພາບ: ຖົ໋ງເຍີດ/VNA |
90 ປີຜ່ານມາ, ດ້ວຍແນວທາງການເມືອງອັນຖືກຕ້ອງ, ສະຫຼາດສ່ອງໃສ; ຢຶດໝັ້ນ, ຍາມໃດກໍ່ຖືລັດທິມາກ-ເລນິນ, ແນວຄິດ ໂຮ່ຈີມິນ ເປັນພື້ນຖານດ້ານແນວຄິດ, ເປັນເຂັມທິດໃຫ້ແກ່ການກະທຳ; ປັບປຸງຄວາມສາມັກຄີ, ເອກະພາບ, ຕິດແທດກັບປະຊາຊົນຢ່າງບໍ່ຢຸດຢັ້ງ. ສະພາບຕົວຈິງໃນ 90 ປີຜ່ານມາໄດ້ຢັ້ງຢືນວ່າ, ການນຳພາຂອງພັກແມ່ນປັດໄຈສຳຄັນແຖວໜ້າໃນການຕັດສິນ ທຸກໄຊຊະນະຂອງການປະຕິວັດຫວຽດນາມ; ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາສະແດງໃຫ້ເຫັນວ່າ, ດ້ວຍທາດແທ້ຂອງການປະຕິວັດ, ແນວທາງທີ່ຖືກຕ້ອງ, ກຳລັງຄວາມສາມາດໃນການນຳພາ.
ໃນສະພາບການຢູ່ພາກພື້ນ ແລະ ໃນໂລກພວມມີການຜັນແປໄປຢ່າງສັບສົນ, ຍາກທ່ີຄາດເດົາລ່ວງໜ້າໄດ້. ສິ່ງເຫຼົ່ານ້ັນ, ໄດ້ຮຽກຮ້ອງໃຫ້ພັກເຮົາຕ້ອງເພີ່ມທະວີຄວາມສາມັກຄີພາຍໃນພັກ, ສາມັກຄີທົ່ວປວງຊົນທັງຊາດ, ສາມັກຄີກັບສາກົນ; ຍາດໃດກໍ່ຢຶດໝັ້ນຕໍ່ເປົ້າໝາຍ, ອຸດົມຄະຕິ, ປົກປັກຮັກສາພື້ນຖານດ້ານແນວຄິດຂອງພັກໃຫ້ມີຄວາມໝັ້ນຄົງເຂັ້ມແຂງ. ພັກຕ້ອງປ່ຽນແປງໃໝ່, ປັບປຸງຕົນເອງ; ຍົກສູງຄວາມສາມາດໃນການນຳພາ, ຍົກສູງກຳລັງສູ້ຮົບຢ່າງບໍ່ຢຸດຢັ້ງ; ເບິ່ງແຍງດູແລຝຶກຝົນຫຼໍ່ຫຼອມຄຸນທາດ, ຄຸນສົມບັດປະຕິວັດ, ເສີມຂະຫຍາຍບົດບາດນຳໜ້າ, ເປັນແບບຢ່າງຂອງຖັນແຖວພະນັກງານ, ສະມາຊິກພັກ; ຍູ້ແຮງການສະກັດກັ້ນ ແລະ ຕ້ານການສໍ້ຫຼາດບັງຫຼວງ, ຟຸມເຟືອຍ.
|
ໃນບັນຍາກາດທີ່ເບີກບານສຳລານໃຈ ຕໍ່ບັນດາຜົນງານທີ່ບັນລຸ ໄດ້ໃນຊຸມປີຜ່ານມາ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ ມີຄວາມມານະພະຍາຍາມ, ຜ່ານຜ່າຄວາມ ທຸກຍາກ, ສິ່ງທ້າທາຍ, ສືບຕໍ່ເສີມຂະຫຍາຍທ່າແຮງບົ່ມຊ້ອນ, ທ່າແຮງ ແລະ ກຳລັງຄວາມສາມາດ ເພື່ອບັນລຸໄດ້ຫຼາຍຜົນງານອັນຍິ່ງໃຫຍ່ກວ່າອີກໃນປີ 2020. ປີ 2020 ແມ່ນປີສຸດທ້າຍເພື່ອປະຕິບັດສໍາເລັດບັນດາໂຄງການ, ເປົ້າໝາຍຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ; ເຊິ່ງແມ່ນປີທີ່ເຕັມໄປດ້ວຍເຫດການການເມືອງສໍາຄັນຂອງປະເທດຊາດ, ເປັນຕົ້ນແມ່ນເຫດການສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ, 75 ປີແຫ່ງວັນສ້າງຊາດ ແລະ 45 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ. ນີ້ກໍ່ແມ່ນປີທີ່ອົງການຈັດຕັ້ງພັກທຸກຂັ້ນ ດໍາເນີນກອງປະຊຸມໃຫຍ່ຂອງອາຍຸການໃໝ່, ເພື່ອມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ-ເຊິ່ງເປັນຂີດໝາຍບູລະນະບຸກຄະລາກອນ, ກໍານົດແນວທາງ, ເຕົ້າໂຮມບັນດາປັດໄຈຮັບປະກັນໃຫ້ແກ່ຜົນສໍາເລັດຂອງພາລະກິດການປະຕິວັດໃນຊຸມປີຕໍ່ໜ້າ. ພ້ອມກັນນັ້ນ, ຫວຽດນາມ ກໍ່ມີກາລະໂອກາດປະຕິບັດຄວາມຮັບຜິດຊອບສາກົນອັນສູງສົ່ງດ້ວຍຖານະຕໍາແໜ່ງເປັນປະທານອາຊຽນ 2020, ເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ໃຫ້ເປັນຢ່າງດີກວ່າອີກ... ສະພາບການຕົວຈິງນັ້ນໄດ້ຮຽກຮ້ອງໃຫ້ມີຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ຂອງທຸກໆອົງການ, ກົມກອງ, ທ້ອງຖິ່ນຕ່າງໆ ແລະຂອງຊາວ ຫວຽດນາມ ແຕ່ລະຄົນ.
ປະເທດພວມມີໂອກາດດີ, ຄາວເຄາະ ຫຼື ໂຊກໃໝ່, ຝາກຄວາມໄວ້ວາງໃຈເຂົ້າໃນເສັ້ນທາງທີ່ ລຸງ ໂຮ່ ແລະ ພັກກອມມູນິດ ຫວຽດນາມ ໄດ້ເລືອກເອົາ, ຊາວ ຫວຽດນາມ ໝົດທຸກຄົນຕ້ອງມີຄວາມຕັດສິນໃຈ ເໝືອນດັ່ງຄຳເວົ້າຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ເຊິ່ງຢືນຢັນ ໃນໄລຍະບຸນປີໃໝ່: “ຊອກຫາໄດ້ທ່າແຮງບົ່ມຊ້ອນ ແລະ ເຮັດໃຫ້ມັນກາຍເປັນກຳລັງຄວາມສາມາດອັນຍ່ິງໃຫຍ່ ເພື່ອກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ ຫຼື ບໍ, ສິ່ງດັ່ງກ່າວ ຂຶ້ນກັບແນວຄິດຈິດໃຈ, ຄວາມຕັດສິນໃຈຂອງທົ່ວພັກ, ທົ່ວປວງຊົນ, ຂອງຊາວ ຫວຽດນາມ ແຕ່ລະຄົນ”.