90 ປີຜ່ານມາ, ພັກກອມມູນິດ ຫວຽດນາມ ໄດ້ຮັບການກຳເນີດ ແມ່ນບາດລ້ຽວທີ່ຍິ່ງໃຫຍ່, ແມ່ນຈຸດເປີດສາກຕັດສິນ ໃຫ້ໄຊຊະນະ ຂອງການປະຕິວັດ ຫວຽດນາມ ແລະ ການພັດທະນາຂອງຊາດ, ເຮັດໃຫ້ ຫວຽດນາມ ແຕ່ປະເທດໜຶ່ງ ທີ່ບໍ່ມີຊື່ໃນແຜນທີ່ໂລກ ໄດ້ກາຍເປັນປະເທດໜຶ່ງທີ່ມີອິດທິຜົນ, ບົດບາດ ແລະ ຖານະບົດບາດບົນເວທີສາກົນ.
ກ່ອນທີ່ພັກກອມມູນິດ ຫວຽດນາມ ໄດ້ກຳເນີດເກີດຂຶ້ນ, ປະເທດ ຫວຽດນາມ ຕົກໃນສະພາບເປັນທາດຂອງປະເທດເມືອງຂຶ້ນ. ໃນສະພາບການດັ່ງກ່າວ, ຜູ້ນຳ ຫງວຽນອ໊າຍກ໊ວກ (ລຸງ ໂຮ່) ຈາກລັດທິຮັກຊາດໄປເຖິງລັດທິ ເລນິນ ແລະ ເຂົ້າຮ່ວມການສ້າງຕັ້ງພັກກອມມູນິດ ຝຣັ່ງ, ກາຍເປັນຄົນ ກອມມູນິດ ຜູ້ທຳອິດ ຂອງ ຫວຽດນາມ. ນັບແຕ່ໂຄງການການເມືອງຂອງ ເລນິນ, ຫງວຽນອ໊າຍກ໊ວກ ໄດ້ຊອກເຫັນເສັ້ນທາງປົດປ່ອຍຊາດຕາມທິດສະດີປະຕິວັດ.
ວັນທີ 3 ກຸມພາ 1930, ພາຍໃຕ້ການເປັນປະທານຂອງເພີ່ນ, ອົງການຈັດຕັ້ງກອມມູນິດແມ່ນພັກກອມມູນິດ ອິນດູຈີນ, ພັກກອມມູນິດ ອານນາມ ແລະ ສະຫະພັນກອມມູນິດ ອິນດູຈີນ ໄດ້ໂຮມເຂົ້າເປັນໜຶ່ງດຽວ ແລະ ເອົາຊື່ວ່າ ພັກກອມມູນິດ ຫວຽດນາມ. ຕັ້ງແຕ່ນັ້ນໄປ, ການປະຕິວັດ ຫວຽດນາມ ໄດ້ນຳພາໂດຍພັກກອມມູນິດ ຫວຽດນາມ.

ຕອນເຊົ້າວັນທີ ກຸມພາ 2020, ທີ່ຫໍປະຊຸມແຫ່ງຊາດ (ໝີ໋ດິ່ງ, ຮ່າໂນ້ຍ), ຄະນະປະຕິບັດງານສູນກາງພັກ, ສະພາ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ແລະ ນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກ ກອມມູນິດ ຫວຽດນາມ (3/2/1930-3/2/2020). ພາບ: VNA

ບັນດາສະຫານກາຍນຳ, ອະດີດການນຳພັກ, ລັດ ແລະ ບັນດາຜູ້ແທນ ປະຕິບັດພິທີເຄົາລົບທຸງ ໃນພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກ ກອມມູນິດ ຫວຽດນາມ. ພາບ: ຖົ໋ງເຍີດ/VNA

ບັນດາຜູ້ແທນປະຕິບັດພິທີເຄົາລົບທຸງ. ພາບ: ເລີມແຄ໋ງ/VNA

ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ອ່ານສູນທອນພົດສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກ ກອມມູນິດ ຫວຽດນາມ. ພາບ: ເລີມແຄ໋ງ/VNA

ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ອ່ານສູນທອນພົດສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກ ກອມມູນິດ ຫວຽດນາມ. ພາບ: ເລີມແຄ໋ງ/VNA

ສະຫາຍ ຮ່າກີ໋ ກ່າວຄຳປາໄສທີ່ພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກ ກອມມູນິດ ຫວຽດນາມ. ພາບ: ເລີມແຄ໋ງ/VNA

ສະຫາຍ ຫງວຽນຖຸ່ຍລິງ, ນັກສຶກສາ ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ, ຕາງໜ້າໃຫ້ແກ່ໄວໜຸ່ມທົ່ວປະເທດ ກ່າວຄຳປາໄສທີ່ພິທີ ສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກ ກອມມູນິດ ຫວຽດນາມ. ພາບ: ເລີມແຄ໋ງ/VNA

ບັນດາຜູ້ແທນເຂົ້າຮ່ວມພິທີ ສະເຫຼີມສະຫຼອງ 90 ປີແຫ່ງວັນ ສ້າງຕັ້ງພັກ ກອມມູນິດ ຫວຽດນາມ. ພາບ: ຖົ໋ງເຍີດ/VNA

ບັນດາຜູ້ແທນມາຈາກຕ່າງປະເທດ ເຂົ້າຮ່ວມພິທີ ສະເຫຼີມສະຫຼອງ 90 ປີແຫ່ງວັນ ສ້າງຕັ້ງພັກ ກອມມູນິດ ຫວຽດນາມ. ພາບ: ຖົ໋ງເຍີດ/VNA |
90 ປີຜ່ານມາ, ດ້ວຍແນວທາງການເມືອງອັນຖືກຕ້ອງ, ສະຫຼາດສ່ອງໃສ; ຢຶດໝັ້ນ, ຍາມໃດກໍ່ຖືລັດທິມາກ-ເລນິນ, ແນວຄິດ ໂຮ່ຈີມິນ ເປັນພື້ນຖານດ້ານແນວຄິດ, ເປັນເຂັມທິດໃຫ້ແກ່ການກະທຳ; ປັບປຸງຄວາມສາມັກຄີ, ເອກະພາບ, ຕິດແທດກັບປະຊາຊົນຢ່າງບໍ່ຢຸດຢັ້ງ. ສະພາບຕົວຈິງໃນ 90 ປີຜ່ານມາໄດ້ຢັ້ງຢືນວ່າ, ການນຳພາຂອງພັກແມ່ນປັດໄຈສຳຄັນແຖວໜ້າໃນການຕັດສິນ ທຸກໄຊຊະນະຂອງການປະຕິວັດຫວຽດນາມ; ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາສະແດງໃຫ້ເຫັນວ່າ, ດ້ວຍທາດແທ້ຂອງການປະຕິວັດ, ແນວທາງທີ່ຖືກຕ້ອງ, ກຳລັງຄວາມສາມາດໃນການນຳພາ.
ໃນສະພາບການຢູ່ພາກພື້ນ ແລະ ໃນໂລກພວມມີການຜັນແປໄປຢ່າງສັບສົນ, ຍາກທ່ີຄາດເດົາລ່ວງໜ້າໄດ້. ສິ່ງເຫຼົ່ານ້ັນ, ໄດ້ຮຽກຮ້ອງໃຫ້ພັກເຮົາຕ້ອງເພີ່ມທະວີຄວາມສາມັກຄີພາຍໃນພັກ, ສາມັກຄີທົ່ວປວງຊົນທັງຊາດ, ສາມັກຄີກັບສາກົນ; ຍາດໃດກໍ່ຢຶດໝັ້ນຕໍ່ເປົ້າໝາຍ, ອຸດົມຄະຕິ, ປົກປັກຮັກສາພື້ນຖານດ້ານແນວຄິດຂອງພັກໃຫ້ມີຄວາມໝັ້ນຄົງເຂັ້ມແຂງ. ພັກຕ້ອງປ່ຽນແປງໃໝ່, ປັບປຸງຕົນເອງ; ຍົກສູງຄວາມສາມາດໃນການນຳພາ, ຍົກສູງກຳລັງສູ້ຮົບຢ່າງບໍ່ຢຸດຢັ້ງ; ເບິ່ງແຍງດູແລຝຶກຝົນຫຼໍ່ຫຼອມຄຸນທາດ, ຄຸນສົມບັດປະຕິວັດ, ເສີມຂະຫຍາຍບົດບາດນຳໜ້າ, ເປັນແບບຢ່າງຂອງຖັນແຖວພະນັກງານ, ສະມາຊິກພັກ; ຍູ້ແຮງການສະກັດກັ້ນ ແລະ ຕ້ານການສໍ້ຫຼາດບັງຫຼວງ, ຟຸມເຟືອຍ.

ເສດຖະກິດ ຫວຽດນາມ ຈະເລີນເຕີບໂຕໄວ, ພື້ນຖານ ເສດຖະກິດການຕະຫຼາດ ຕາມທິດສັງຄົມນິຍົມ ພັດທະນາ ຢ່າງເທື່ອລະກ້າວ. ໃນພາບ: ເຂດປູກຊາທີ່ແຂວງ ເລີມດົ່ງ. ພາບ: ກວາງກວຽດ/VNA

ຂົງເຂດເຮັດກະສິກຳຂອງ ຫວຽດນາມ ພັດທະນາຢ່າງໝັ້ນຄົງ; ການຫັນອຸດສາຫະກຳ ແລະ ກະສິກຳເປັນທັນສະໄໝ ມີການ ປ່ຽນແປງຢ່າງສຳຄັນ. ການສົ່ງອອກ ກາເຟ, ຢາງພາລາ, ໝາກມ່ວງຫິມະພານ, ສິນໃນນຳ້ ດ້ວຍຈຳນວນຫຼາຍ ເປັນອັນດັບສູງຂອງໂລກ . ໃນພາບ: ສິນໃນນ້ຳ ເປັນໜຶ່ງໃນບັນດາປະເພດ ຜະລິດຕະພັນສົ່ງອອກ ມີການຈະເລີນເຕີບໂຕໄວທີ່ສຸດຂອງ ຫວຽດນາມ ໃນຊຸມປີແຫ່ງການປ່ຽນແປງໃໝ່. ພາບ: ຮຸຍຮຸ່ງ/VNA

ເສດຖະກິດມີທຶນຈາກຕ່າງປະເທດ ໄດ້ຮັບການສົ່ງເສີມ ພັດທະນາ, ບັນດາວິສາຫະກິດ ມີທຶນຈາກຕ່າງປະເທດ (FDI) ໄດ້ມີການປະກອບສ່ວນຢ່າງສຳຄັນ ເຂົ້າໃນການປະຕິບັດ ເປົ້າໝາຍພັດທະນາເສດຖະກິດ-ສັງຄົມ, ແກ້ໄຂບັນຫາວຽກເຮັດ ແລະ ສົ່ງອອກ. ໃນພາບ: ຕ່ອງໂສ້ຈອດຮ່າງລົດ ໂອໂຕ ຢູ່ບໍລິສັດປະກອບລົດ ໂອໂຕ ໂຕໂຢຕາ ຫວຽດນາມ, ມີທຶນຈາກ ຍີ່ປຸ່ນ ທີ່ແຂວງ ຫວິງຟຸກ. ພາບ: ແຢງລາມ/VNA

ເສດຖະກິດເອກະຊົນ ພັດທະນາໂດຍໄວ, ຍົກສູງປະສິດທິຜົນ, ແກ້ໄຂບັນຫາວຽກເຮັດ, ປະກອບສ່ວນຢ່າງຍິ່ງໃຫຍ່ເຂົ້າໃນ GDP.
ໃນພາບ: ທ່າເຮືອທ່ອງທ່ຽວສາກົນ ຮ້າລອງ ທີ່ ບາຍໄຈ, ນະຄອນ ຮ້າລອງ, ແຂວງ ກວາງນິງ -ໜຶ່ງໃນ 3 ກິດຈະກຳກໍ່ສ້າງພື້ນຖານໂຄງລ່າງ ຄົມມະນາຄົມທີ່ສຳຄັນ ໂດຍກຸ່ມບໍລິສັດ Sun Group ລົງທຶນເຂົ້າໃນ 3 ຂົງເຂດແມ່ນທາງອາກາດ, ທາງນຳ້ ແລະ ທາງບົກ. ພາບ: VNA

ເກືອບ 35 ປີແຫ່ງການປ່ຽນແປງໃໝ່, ເສດຖະກິດ ຫວຽດນາມ ບັນລຸໄດ້ຄວາມຈະເລີນເຕີບໂຕ ສູງກວ່າ ເມື່ອທຽບກັບໄລຍະ
ກ່ອນທີ່ມີການປ່ຽນແປງໃໝ່. ພາບ: ແຕ່ລະປີ, ກຸ່ມອຸດສາຫະກຳ ທາດອາຍ-ໄຟຟ້າ-ນີເຕີ ກ່າເມົາ ປະກອບສ່ວນກວ່າ 40% ລາຍຮັບໃຫ້ແກ່ງົບປະມານ ແລະ ສ້າງວຽກເຮັດງາມທຳໃຫ້ແກ່ຊາວທ້ອງຖິ່ນກວ່າ 30%. ພາບ: ຮວິ່ງເຖແອງ/VNA

ເສດຖະກິດ ຫວຽດນາມ ຈະເລີນເຕີບໂຕໄວ, ພື້ນຖານ ເສດຖະກິດການຕະຫຼາດ ຕາມທິດສັງຄົມນິຍົມ ພັດທະນາ ຢ່າງເທື່ອລະກ້າວ. ໃນພາບ: ນຳ້ມັນ ອາຍແກັດ ແມ່ນຂະແໜງ ເສຖະກິດປາຍແຫຼມ, ປະກອບສ່ວນຫຼາຍ ເຂົ້າໃນພາລະກິດ ຫັນອຸດສາຫະກຳເປັນທັນສະໄໝ ຂອງປະເທດຊາດ. ພາບ: ຮຸຍຮຸ່ງ/VNA

ພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມ ບັນລຸໄດ້ຫຼາຍຜົນງານທີ່ສຳຄັນ, ພື້ນຖານວັດຖຸ-ເຕັກນິກ, ໂຄງລ່າງ ເສດຖະກິດ-ສັງຄົມ ຕອບສະໜອງໄດ້ຄວາມຕ້ອງການຂອງພາລະກິດຫັນອຸດສາຫະກຳເປັນທັນສະໄໝ, ສ້າງສະພາບແວດລ້ອມ ດຶງດູດການລົງທຶນ ໃຫ້ແກ່ການພັດທະນາ. ໃນພາບ: ເສັ້ນທາງດ່ວນ ຮ້າລອງ-ຫາຍຝ່ອງ ຍາວ 24,6 ກິໂລແມັດ ສຳເລັດການກໍ່ສ້າງ ແລະ ໄດ້ເປີດນຳໃຊ້ຢ່່າງເປັນທາງການ ເຮັດໃຫ້ເສັ້ນທາງແຕ່ ຮ້າລອງ ໄປ ຮ່າໂນ້ຍ ໄດ້ຫຍໍ້ໃຫ້ສັ້ນເຂົ້າຍັງມີ 130 ກິໂລແມັດ; ແຕ່ ຮ້າລອງ ໄປ ຫາຍຝ່ອງ ຍັງມີ 25 ກິໂລແມັດ. ພາບ: ຈຸງຫງວຽນ/VNA
|
ໃນບັນຍາກາດທີ່ເບີກບານສຳລານໃຈ ຕໍ່ບັນດາຜົນງານທີ່ບັນລຸ ໄດ້ໃນຊຸມປີຜ່ານມາ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ ມີຄວາມມານະພະຍາຍາມ, ຜ່ານຜ່າຄວາມ ທຸກຍາກ, ສິ່ງທ້າທາຍ, ສືບຕໍ່ເສີມຂະຫຍາຍທ່າແຮງບົ່ມຊ້ອນ, ທ່າແຮງ ແລະ ກຳລັງຄວາມສາມາດ ເພື່ອບັນລຸໄດ້ຫຼາຍຜົນງານອັນຍິ່ງໃຫຍ່ກວ່າອີກໃນປີ 2020. ປີ 2020 ແມ່ນປີສຸດທ້າຍເພື່ອປະຕິບັດສໍາເລັດບັນດາໂຄງການ, ເປົ້າໝາຍຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ; ເຊິ່ງແມ່ນປີທີ່ເຕັມໄປດ້ວຍເຫດການການເມືອງສໍາຄັນຂອງປະເທດຊາດ, ເປັນຕົ້ນແມ່ນເຫດການສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ, 75 ປີແຫ່ງວັນສ້າງຊາດ ແລະ 45 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ. ນີ້ກໍ່ແມ່ນປີທີ່ອົງການຈັດຕັ້ງພັກທຸກຂັ້ນ ດໍາເນີນກອງປະຊຸມໃຫຍ່ຂອງອາຍຸການໃໝ່, ເພື່ອມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ-ເຊິ່ງເປັນຂີດໝາຍບູລະນະບຸກຄະລາກອນ, ກໍານົດແນວທາງ, ເຕົ້າໂຮມບັນດາປັດໄຈຮັບປະກັນໃຫ້ແກ່ຜົນສໍາເລັດຂອງພາລະກິດການປະຕິວັດໃນຊຸມປີຕໍ່ໜ້າ. ພ້ອມກັນນັ້ນ, ຫວຽດນາມ ກໍ່ມີກາລະໂອກາດປະຕິບັດຄວາມຮັບຜິດຊອບສາກົນອັນສູງສົ່ງດ້ວຍຖານະຕໍາແໜ່ງເປັນປະທານອາຊຽນ 2020, ເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ໃຫ້ເປັນຢ່າງດີກວ່າອີກ... ສະພາບການຕົວຈິງນັ້ນໄດ້ຮຽກຮ້ອງໃຫ້ມີຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ຂອງທຸກໆອົງການ, ກົມກອງ, ທ້ອງຖິ່ນຕ່າງໆ ແລະຂອງຊາວ ຫວຽດນາມ ແຕ່ລະຄົນ.
ປະເທດພວມມີໂອກາດດີ, ຄາວເຄາະ ຫຼື ໂຊກໃໝ່, ຝາກຄວາມໄວ້ວາງໃຈເຂົ້າໃນເສັ້ນທາງທີ່ ລຸງ ໂຮ່ ແລະ ພັກກອມມູນິດ ຫວຽດນາມ ໄດ້ເລືອກເອົາ, ຊາວ ຫວຽດນາມ ໝົດທຸກຄົນຕ້ອງມີຄວາມຕັດສິນໃຈ ເໝືອນດັ່ງຄຳເວົ້າຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ເຊິ່ງຢືນຢັນ ໃນໄລຍະບຸນປີໃໝ່: “ຊອກຫາໄດ້ທ່າແຮງບົ່ມຊ້ອນ ແລະ ເຮັດໃຫ້ມັນກາຍເປັນກຳລັງຄວາມສາມາດອັນຍ່ິງໃຫຍ່ ເພື່ອກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ ຫຼື ບໍ, ສິ່ງດັ່ງກ່າວ ຂຶ້ນກັບແນວຄິດຈິດໃຈ, ຄວາມຕັດສິນໃຈຂອງທົ່ວພັກ, ທົ່ວປວງຊົນ, ຂອງຊາວ ຫວຽດນາມ ແຕ່ລະຄົນ”.
ບົດ VNP ສັງລວມ - ພາບ: VNA