• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພະລັງຊີວິດໃໝ່ຢູ່ເມືອງເກາະ ເຈື່ອງຊາ

ພາຍຫຼັງເວລາ 50 ປີທີ່ໄດ້ຮັບການປົດປ່ອຍ (29/4/1975-29/4/2025), ເມືອງ ເຈື່ອງຊາ (ແຂວງ ແຄັງຮວ່າ) ພວມນັບມື້ນັບໄດ້ຮັບການພັດທະນາ. ເມືອງເກາະຢູ່ເຂດທີ່ຫ່າງໄກຂອງປະເທດຊາດເຕັມໄປດ້ວຍສີຂຽວຂອງຕົ້ນໄມ້, ມີໂຮງໝໍ, ໂຮງຮຽນ, ທ່າກຳປັ່ນ… ພະນັກງານ, ນັກຮົບ ແລະ ປຊຊ ເມືອງເກາະບໍ່ພຽງແຕ່ໄດ້ສ້າງຊີວິດໃນແຕ່ລະວັນ, ຫາກຍັງຮ່ວມເດີນທາງ, ແບ່ງປັນກັບຊາວປະມົງຜູ້ທີ່ພວມອອກໄປໄກຝັ່ງ, ຕິດພັນກັບເຂດທະເລ, ໝູ່ເກາະຂອງປະເທດຊາດ.
ຄວາມສະຫງົບຢູ່ ເຈື່ອງຊາ

ເດືອນເມສາ ແມ່ນເດືອນແຫ້ງແລ້ງທີ່ສຸດຢູ່ ເຈື່ອງຊາ ແຕ່ຕົ້ນໄມ້ໃບຫຍ້າຢູ່ທີ່ນີ້ຍັງຂຽວສົດງົດງາມ, ແຕກດອກອອກຜົນຢູ່. ເອື້ອຍ ດິງທິມີຫາວ ປຊຊ ດຳລົງຊີວິດຢູ່ຕາແສງ ຊອງຕືໄຕ ໃຫ້ຮູ້ວ່າ: ເມື່ອກ່ອນ, ນ້ຳຈືດແມ່ນຫາຍາກ ແຕ່ໃນຊຸມປີມໍ່ໆມານີ້, ລັດໄດ້ລົງທຶນເຈາະນ້ຳສ້າງ, ຊື້ເຄື່ອງກັ່ນຕອງນ້ຳທະເລເປັນນ້ຳຈືດ, ກໍ່ສ້າງອ່າງເກັບນ້ຳຝົນ, ດັ່ງນັ້ນຈຶ່ງບໍ່ມີສະພາບການຂາດນ້ຳຈືດອີກແລ້ວ:

     ຄອບຄົວຂ້າພະເຈົ້າປູກຕົ້ນໜາກມາລະ, ຕົ້ນໝາກນ້ຳ, ຕົ້ນບວບໄດ້. ຢູ່ນີ້ກໍ່ມີອ່າງເກັບນ້ຳຝົນເພື່ອໃຊ້ ແລະ ຫົດຜັກ

ປະຈຸບັນ, ເມືອງເກາະ ເຈື່ອງຊາ, ແຂວງ ແຄັງຮ່ວາ ມີໂຮງຮຽນປະຖົມ 3 ແຫ່ງ, ແຕ່ລະແຫ່ງມີອາຈານ 2 ຄົນຮັບຜິດຊອບ. ໂດຍໄດ້ຜ່ານຜ່າຄວາມຫຍຸ້ງຍາກທຸກຢ່າງ, ດ້ວຍນ້ຳໃຈຮັກມັກອາຊີບ, ຮັກເດັກນ້ອຍ ແລະ ມີຄວາມຮັບຜິດຊອບ, ບັນດາຄູອາຈານໃນເກາະແຫ່ງຕ່າງໆ ໄດ້ອຸດທິສ່ວນກຳລັງແຮງໜຸ່ມແບບມິດງຽບໃຫ້ແກ່ພາລະກິດ “ສ້າງຄົນ” ໃນເຂດໝູ່ເກາະທີ່ຫ່າງໄກຂອງປະເທດຊາດ. ທ່ານ ກາວວັນຢາບ ຮອງປະທານຄະນະກຳມະການ ປຊຊ ຕາແສງ ຊອງຕືໄຕ ໃຫ້ຮູ້ວ່າ: ເມື່ອພວກນ້ອງຮຽນຈົບຊັ້ນປະຖົມ, ພວກນ້ອງຈະກັບເຂົ້າມາເຂດດິນຕໍ່ແຜ່ນເພື່ອຮຽນຕໍ່:

   ຄວາມມປາດຖະໜາຂອງ ປຊຊ ແມ່ນຂໍໃຫ້ມີໂຮງຮຽນມັດທະຍົມຕອນຕົ້ນໃຫ້ລູກຫຼານ ເພື່ອ ປຊຊ ອຸ່ນອຽນໃຈເຮັດວຽກໃນໄລຍະຍາວ. ຖ້າເປີດໂຮງຮຽນມັດທະຍົມຕອນຕົ້ນໄດ້, ຄວາມຜູກພັນລະຫວ່າງພໍ່ແມ່ ແລະ ພວກນ້ອງດີກ່ວາ ກໍ່ຈະເຮັດໃຫ້ການສ້າງສາປົກປັກຮັກສາອະທິປະໄຕມີຄວາມໜັກແໜ້ນໝັ້ນຄົງກວ່າ.

 ປະຈຸບັນ, ເມືອງເກາະ ເຈື່ອງຊາ ມີສຸກສາລາເສນາຮັກເກືອບ 10 ແຫ່ງ ແລະ ສູນການແພດແຫ່ງໜຶ່ງ ເຊິ່ງໄດ້ປະກອບເຄື່ອງຈັກ, ອຸປະກອນທີ່ທັນສະໄໝ. ຢູ່ສູນການແພດເທດສະບານເມືອງ ເຈື່ອງຊາ, ເຖິງວ່າເງື່ອນໄຂພື້ນຖານດ້ານວັດຖຸໃນເກາະຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ໃນປີ 2024, ຖັນແຖວແພດໝໍໃນເກາະ ໄດ້ກວດພະຍາດ, ສະໜອງຢາໃຫ້ຄົນເຈັບເກືອບ 2.000 ເທື່ອຄົນ, ປິ່ນປົວສຸກເສີນໃຫ້ເກືອບ 100 ຄົນ, ຜ່າຕັດໃຫ້ 168 ຄົນ. ທ່ານໝໍ ເຢືອງມິນຈຽນ ຫົວໜ້າສຸກສາລາເກາະ ເຈື່ອງຊາ ໃຫ້ຮູ້ວ່າ:

    ພວກຂ້າພະເຈົ້າຮູ້ວ່າ ເມື່ອຊາວປະມົງໄປຫາປາຢູ່ໄກຝັ່ງ, ຊາວປະມົງຈະປະສົບກັບຄວາມຫຍຸ້ງຍາກຫຼາຍ. ດັ່ງນັ້ນ ເມື່ອຊາວປະມົງເຂົ້າມານີ້ ພວກຂ້າພະເຈົ້າໄດ້ສ້າງທຸກເງື່ອນໄຂດີທີ່ສຸດເພື່ອໃຫ້ຊາວປະມົງອຸ່ນອຽນໃຈອອກໄປໄກຝັ່ງ, ຕິດພັນກັບທະເລ. ຖ້າປະສົບເຄາະຮ້າຍ, ຊາວປະມົງຈົ່ງຕິດຕໍ່ຫາພວກຂ້າພະເຈົ້າ ເພື່ອຈະສາມາດໄດ້ຮັບການປິ່ນປົວຢ່າງໄວວາ.

  ປະຈຸບັນ, ບັນດາເກາະໃຫ່ຍຂອງເມືອງເກາະ ເຈື່ອງຊາ ລ້ວນແຕ່ມີອູ່ເຮືອ, ກຳປັ່ນ, ອັນໄດ້ຕອບສະໜອງຄວາມຕ້ອງການຫລີກລ້ຽງພະຍຸໃຫ້ແກ່ກຳປັ່ນ, ເຮືອຂອງຊາວປະມົງ. ທ່ານພັນເອກ 3 ດາວ ຫງວຽນເທືອງຕິນ ຫົວໜ້າຜູ້ບັນຊາການເກາະ ດາໄຕ ໃຫ້ຮູ້ວ່າ:

     ພວກຂ້າພະເຈົ້າສົມທົບກັບປ້ອມປ້ອງກັນຊາຍແດນ ດາໄຕ, ສູນບໍລິການພະລາທິການອາຊີບຫາປາ… ພ້ອມດ້ວຍບັນດາຫົວໜ່ວຍອື່ນໆ ຊ່ວຍເຫຼືອຊາວປະມົງໃຫ້ສາມາດຫລີກລ້ຽງພະຍຸຢູ່ອູ່ເຮືອ, ກຳປັ່ນ. ພ້ອມກັນນັ້ນກໍ່ໄດ້ສົມທົບກັນກວດ, ປິ່ນປົວະຍາດໃຫ້ແກ່ຊາວປະມົງ. ໃນ 3 ເດືອນຕົ້ນປີ, ພວກຂ້າພະເຈົ້າໄດ້ກວດພະຍາດໃຫ້ຊາວປະມົງ 400 ເທື່ອຄົນ, ກໍລະນີສຸກເສີນໃຫ້ 4 ຄົນ ແລະ ສະໜອງສະບຽງອາຫານຈຳນວນຫຼາຍໃຫ້ແກ່ຊາວປະມົງຕື່ມອີກ.

   ເມື່ອເຮືອ, ກຳປັ່ນຂອງຊາວປະມົງຖືກເປ່ເພ, ສູນບໍລິການພະລາທິການອາຊີບຫາປາ, ສັງກັດກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທະຫານ, ປຊຊ ໃນບັນດາເຂດເກາະກໍ່ຈະກອບກູ້, ນຳສົ່ງກຳປັ່ນ, ເຮືອມາສ້ອມແປງໂດຍບໍ່ເກັບຄ່າ; ພ້ອມທັງໄດ້ສະໜອງອາຫານ, ນ້ຳດື່ມ, ນ້ຳມັນ… ຕາມລາຄາຄືໃນເຂດດິນຕໍ່ແຜ່ນ. ບໍ່ພຽງແຕ່ເທົ່ານັ້ນ, ກຳລັງໃນເກາະ ຍັງເຜີຍແຜ່ກ່ຽວກັບການຕ້ານການຂຸດຄົ້ນສິນທະເລຜິດກົດໝາຍ, ບໍ່ແຈ້ງ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ໃຫ້ຊາວປະມົງ. ທ່ານ ເຈິ່ນກວາງຝູ ປະທານຄະນະກຳມະການ ປຊຊ ເທດສະບານເມືອງ ເຈື່ອງຊາ ໃຫ້ຮູ້ວ່າ:

     ໂດຍໄດ້ປະຕິບັດໂຄງການກອງທັບເຮືອ ປຊຊ ຫວຽດນາມ ເປັນບ່ອນອີງເພື່ອໃຫ້ຊາວປະມົງອອກໄປໄກຝັ່ງ, ຕິດພັນກັບທະເລນັ້ນ… ໃນຊຸມປີຜ່ານມາ, ເກາະ ເຈື່ອງຊາ ໄດ້ເຮັດວຽກງານໂຄສະນາກ່ຽວກັຍກົດໝາຍວ່າດ້ວຍສິນໃນນ້ຳເປັນຢ່າງດີ, ປະຕິບັດບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານການຂຸດຄົ້ນ IUU ໃຫ້ແກ່ຊາວປະມົງ. ປະຈຸບັນ, ເກາະເຈື່ອງຊາ ແມ່ນ “ສະຖານທີ່ແດງ” ເພື່ອໃຫ້ ປຊຊ ອຸ່ນອຽນໃຈອອກຫາປາຢູ່ໄກຝັ່ງ.

     50 ປີພາຍຫຼັງໄດ້ຮັບການປົດປ່ອຍ, ເມືອງເກາະ ເຈື່ອງຊາ ພວມນັບມື້ນັບໄດ້ຮັບການພັດທະນາ, ແມ່ນບ່ອນອີງອັນໜັກແໜ້ນໃຫ້ແກ່ບັນດາຊາວປະມົງທີ່ອອກຫາປາຢູ່ໄກຝັ່ງ, ຕິດພັນກັບທະເລ:

    ເວລາເຈັບເປັນ, ປຊຊ ໃນເກາະ ລ້ວນແຕ່ໄດ້ລົງສຸກສາລາເສນາຮັກ ແລະ ໄດ້ຮັບການເອົາໃຈໃສ່ເບິ່ງແຍງຢ່າງສຸດຈິດສຸດໃຈ, ລອບຄອບຖີ່ຖ້ວນ.

  ເມື່ອປະສົບເຄາະຮ້າຍ, ພວກຂ້າພະເຈົ້າໂທຫາພະນັກງານ, ນັກຮົບ ແລ້ວເຂົາເຈົ້າກໍ່ລ້ວນແຕ່ມີໜ້າ, ພາກຳປັ່ນ, ເຮືອ ແລະ ຄົນເຂົ້າເກາະເພື່ອປິ່ນປົວ, ສ້ອມແປງເຮືອ, ກຳປັ່ນ.

ພວກຂ້າພະເຈົ້າຈະສືບຕໍ່ຫາປາໃນເຂດທະເລອະທິປະໄຕຂອງປະເທດຊາດ. ທັງຫາປາ, ທັງຕິດພັນກັບເຂດເກາະ, ພ້ອມກັບ ເຈື່ອງຊາ ປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະ.

   ເຈື່ອງຊາ ໃນທຸກວັນນີ້ໄດ້ປ່ຽນແປງໄປຕາມແຕ່ລະວັນ… ເຂດໝູ່ເກາະ ເຈື່ອງຊາ ຈາກເກາະຊາຍທະເລສີຂາວ ໄດ້ກາຍເປັນເຂດເກາະທີ່ຂຽວສົດງົດງາມ, ເຕັມໄປດ້ວຍຮົ່ມໄມ້, ແມ່ນບ່ອນອີງທີ່ໜັກແໜ້ນໃຫ້ແກ່ຊາວປະມົງ, ອອກຫາປາຢູ່ໄກຝັ່ງ, ຕິດພັນກັບທະເລ ./.

(ແຫຼ່ງຄັດຈາກ VOV)

ເວ​ເນ​ຊູ​ເອ​ລາ ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 50 ປີ ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ

ເວ​ເນ​ຊູ​ເອ​ລາ ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 50 ປີ ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ

ພິທີໂຮມຊຸມນຸມມິດຕິງ ສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (ວັນທີ 30 ເມສາ 1975 – 30 ເມສາ 2025) ໄດ້ຈັດຂຶ້ນໃນວັນທີ 2 ພຶດສະພາ ຢູ່ໂຮງຮຽນບຳລຸງສ້າງພະນັກງານການນຳຊາວໜຸ່ມສາກົນ Antonio Jose de Sucre, ນະຄອນຫຼວງ Caracas ຂອງເວເນຊູເອລາ.

Top