ນີ້ແມ່ນການເລືອກຕັ້ງຄັ້ງທີ 14 ຂອງ ສິງກະໂປ ນັບແຕ່ເມື່ອຍາດໄດ້ເອກະລາດ ແລະ ຮັບຖືວ່າ ນີ້ແມ່ນການທົດສອບທີ່ສຳຄັນສຳລັບທ່ານນາຍົກລັດຖະມົນຕີ Lawrence Wong, ຜູ້ສືບທອດຕຳແໜ່ງຈາກທ່ານ ຫຼີຊຽນຫຼົງ ແຕ່ປີ 2024.
ຜູ້ມີສິດເລືອກຕັ້ງປະມານ 2,75 ລ້ານຄົນ ໄປສະແດງວິໄສທັດຂອງຕົນ ເມື່ອໄປປ່ອນບັດເລືອກຕັ້ງ (ພາບ: TTXVN)
ວັນທີ 3 ພຶດສະພາ, ຜູ້ມີສິດເລືອກຕັ້ງປະມານ 2,75 ລ້ານຄົນ ໄດ້ສະແດງວິໄສທັດຂອງຕົນເມື່ອປ່ອນບັດສະໜັບສະໜູນໃຫ້ບັນດາການນຳໃນອະນາຄົດຂອງປະເທດຊາດ. ນີ້ແມ່ນການເລືອກຕັ້ງຄັ້ງທີ 14 ຂອງ ສິງກະໂປ ນັບແຕ່ເມື່ອຍາດໄດ້ເອກະລາດ ແລະ ຮັບຖືວ່າ ນີ້ແມ່ນການທົດສອບທີ່ສຳຄັນສຳລັບທ່ານນາຍົກລັດຖະມົນຕີ Lawrence Wong, ຜູ້ສືບທອດຕຳແໜ່ງຈາກທ່ານ ຫຼີຊຽນຫຼົງ ແຕ່ປີ 2024. ໃນການເລືອກຕັ້ງຄັ້ງນີ້, ບັນດາພັກ ຈະແຂ່ງຂັນກັນເພື່ອຍາດໄດ້ 97 ບ່ອນນັ່ງຢູ່ສະພາແຫ່ງຊາດ, ແບ່ງເປັນ 33 ເຂດເລືອກຕັ້ງ, ລວມມີ 15 ເຂດເລືອກຕັ້ງຍ່ອຍ ແລະ 18 ເຂດເລືອກຕັ້ງເປັນກຸ່ມ.
ໃນ 9 ວັນຂົນຂວາຍຫາສຽງເລືອກຕັ້ງຜ່ານມາ, ປະຊາຊົນ ສິງກະໂປ ໄດ້ຮັບຟັງຫຼາຍນະໂຍບາຍຂອງແຕ່ລະພັກຜ່ານບັນດາໂຄງການຫາສຽງເລືອກຕັ້ງ, ການໂຮມຊຸມນຸມມິດຕິງ, ບັນດາການພົບປະຜູ້ມີສິດເລືອກຕັ້ງ, ດ້ວຍຈິດໃຈແກ້ງແຍ້ງຢ່າງເຄັ່ງຕຶງລະຫວ່າງບັນດາພັກການເມືອງ. ການເລືອກຕັ້ງທົ່ວປະເທດໃນປີນີ້ຂອງ ສິງກະໂປ ໄດ້ຮັບຖືວ່າ ແມ່ນການເລືອກຕັ້ງແຫ່ງວິໄສທັດ.
(ແຫຼ່ງຄັດຈາກ VOV)