ທີ່ກອງປະຊຸມ, ທ່ານພົນໂທ ຫງວຽນເຈື່ອງທັງ ຮຽກຮ້ອງຕ້ອງສືບຕໍ່ກຳນົດແຈ້ງບັນດາວຽກງານປະຕິບັດການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມິນ, ທາດພິດເຄມີ/ດີໂອຊິນ ພາຍຫຼັງສົງຄາມຢູ່ ຫວຽດນາມ ແມ່ນໜ້າທີ່ຮີບດ່ວນ
ທ່ານພົນໂທ ຫງວຽນເຈື່ອງທັງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: qdnd.vn)
ວັນທີ 15 ເມສາ, ຢູ່ ຮ່າໂນ້ຍ, ທ່ານພົນໂທ ຫງວຽນເຈື່ອງທັງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຫົວໜ້າອົງການປະຈຳການຄະນະຊີ້ນຳແຫ່ງຊາດການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມິນ ແລະ ທາດເຄມີພາຍຫຼັງສົງຄາມຢູ່ ຫວຽດນາມ ໄດ້ເປັນປະທານກອງປະຊຸມເຮັດວຽກກັບຫ້ອງການອົງການປະຈຳການຄະນະຊີ້ນຳ 701 ແລະ ບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງ ກ່ຽວກັບການຜັນຂະຫຍາຍບັນດາໜ້າທີ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມິນ, ທາດພິດເຄມີ/ດີໂອຊິນ ພາຍຫຼັງສົງຄາມ.
ທີ່ກອງປະຊຸມ, ທ່ານພົນໂທ ຫງວຽນເຈື່ອງທັງ ຮຽກຮ້ອງຕ້ອງສືບຕໍ່ກຳນົດແຈ້ງບັນດາວຽກງານປະຕິບັດການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມິນ, ທາດພິດເຄມີ/ດີໂອຊິນ ພາຍຫຼັງສົງຄາມຢູ່ ຫວຽດນາມ ແມ່ນໜ້າທີ່ຮີບດ່ວນ, ມີລັກສະນະມະນຸດສະທຳຢ່າງເລິກເຊິ່ງ. ບັນດາອົງການ, ຫົວໜ່ວຍຕ້ອງຕັ້ງໜ້າ, ເປັນເຈົ້າການຜັນຂະຫຍາຍ, ປະຕິບັດໜ້າທີ່ຈຸດສຸມ, ຄື: ສືບຕໍ່ກວດກາຄືນ, ສ້າງບັນດາລະບອບລະບຽບການ, ນະໂຍບາຍ, ຂໍ້ກຳນົດໃຫ້ສົມບູນແບບ ເພື່ອຊຸກຍູ້ວຽກງານ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມິນ, ທາດພິດເຄມີ/ດີໂອຊິນ ພາຍຫຼັງສົງຄາມ; ສ້າງ, ສະເໝີຕໍ່ລັດຖະບານປະກາດໃຊ້ໂຄງການກະທຳແຫ່ງຊາດການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມິນໄລຍະ 2026 – 2045 ໃນປີນີ້. ພ້ອມກັນນັ້ນ, ກໍ່ປະຕິບັດບັນດາເອກະສານຂໍ້ຕົກລົງຮ່ວມມືສາກົນໃຫ້ເປັນຢ່າງດີ, ດຶງດູດແຫຼ່ງກຳລັງ, ເຕັກໂນໂລຊີໃໝ່, ເພື່ອເພີ່ມຄວາມໄວໃນການທຳລາຍລະເບີດທີ່ບໍ່ທັນແຕກ, ປະຕິບັດການແກ້ໄຂທາດພິດເຄມີໃຫ້ສຳເລັດໂດຍໄວ ແລະ ເພີ່ມຈຳນວນຜູ້ຖືກເຄາະຮ້າຍທີ່ໄດ້ຮັບການໜູນຊ່ວຍຂຶ້ນ.
(ແຫຼ່ງຄັດຈາກ VOV)