
ຫ້ອງຮຽນສອນມວຍພື້ນເມືອງຂອງຄ້າຍມວຍ ເຕິນແຄງ-ບ່າຈ່າ ທີ່ໂຮງຮຽນມັດທະຍົມຕອນຕົ້ນ
ຕັງບາດໂຫ A, ເມືອງ 4, ນະຄອນ ໂຮ່ຈີມິນ.

ບັນດານັກຮຽນຈະໄດ້ຮຽນບັນດາທ່າຮັບ, ທ່າບຸກ ແລະ ທ່າມວຍພື້ນຖານຂອງຄ້າຍມວຍແຫ່ງນີ້.

ຫ້ອງຮຽນສອນມວຍພື້ນເມືອງຂອງຄ້າຍມວຍ ເຕິນແຄງ-ບ່າຈ່າ
ທີ່ໂຮງຮຽນມະຫາວິທະຍາໄລວິຊາຊີບການທ່ອງທ່ຽວ ໄຊງ່ອນ.

ຫ້ອງຮຽນສອນມວຍພື້ນເມືອງຂອງອາຈານມວຍ ໂຮ່ເຕື່ອງ ໄດ້ດຶງດູດ
ການເຂົ້າຮ່ວມຂອງນັກຮຽນ, ນັກສຶກສານັບເປັນຈຳນວນຫຼາຍ ພໍສົມຄວນ.

ໃນເວລາຮຽນ, ນັກຮຽນຈະໄດ້ຄົ້ນພົບກັບບັນດາກໍລະນີທີ່ອາດຈະເກີດຂຶ້ນໃນຊີວິດ
ປະຈຳວັນ, ບັນດາຄູມວຍຈະມີການໄຈ້ແຍກຢ່າງລະອຽດ ແລະ ສະເໜີອອກບັນດາວິທີແກ້ໄຂ
ເພື່ອໃຫ້ນັກຮຽນສາມາດປ້ອງກັນຕົວ.

ອາຈານມວຍ ໂຮ່ເຕື່ອງ ຈະມີການໄຈ້ແຍກບັນດາທ່າມວຍຢ່າງລະອຽດ
ເພື່ອໃຫ້ຜູ້ຮຽນຮັບຮູ້ໄດ້ຢ່າງຈະແຈ້ງ.

ນັກຮຽນຍິງຫຼາຍຄົນກໍ່ມາຮຽນ.

ຄູມວຍສະເໜີອອກທ່າມວຍປ້ອງກັນຕົວຈຳນວນໜຶ່ງ.

ຄູມວຍສະເໜີອອກທ່າມວຍປ້ອງກັນຕົວໃນເວລາ
ຖືກກອດຈາກທາງຫຼັງ.

ນັກຮຽນຄົນໜຶ່ງປະຕິບັດຈັງຫວະຂັດມືຄູ່ຕໍ່ສູ້.

ໃນເວລາຮຽນ, ນັກຮຽນຈະໄດ້ຄົ້ນພົບກັບບັນດາກໍລະນີ
ທີ່ອາດຈະເກີດຂຶ້ນໃນຊີວິດປະຈຳວັນຄື: ຖືກຈັບຄໍເສື້ອ, ຖືກບີບຄໍ,
ຖືກບຸກໂຈມຕີດ້ວຍມີດ, ຖືກດຶງຖົງ, ຖືກກອດຈາກທາງຫຼັງ...

ນັກຮຽນຕິດຕາມການແນະນຳຂອງບັນດາຄູມາວຍດ້ວຍຄວາມຕັ້ງໃຈ.

ນັກຮຽນປະຕິບັດບັນດາຈັງຫວະໜີ້ພົ້ນອອກຈາກການຄອບງຳກຳຈັດ
ດ້ວຍມີດຈາກທາງຫຼັງ.

ນັກຮຽນປະຕິບັດບັນດາທ່າມວຍປ້ອງກັນຕົວ ພາຍຫຼັງການແນະນຳຂອງຄູມວຍ.

ການຮຽນມວຍພື້ນເມືອງເພື່ອປ້ອງກັນຕົວຍັງດຶງດູດຜູ້ເຖົ້າຫຼາຍຄົນມາເຂົ້າຮ່ວມອີກດ້ວຍ. |