ກິລາ

ປ້ອງກັນຕົວດ້ວຍມວຍພື້ນເມືອງ ຫວຽດນາມ

ໃນຕະຫຼອດເວລາ 22 ປີຜ່ານມາ, ອາຈານມວຍ ໂຮ່ເຕື່ອງ (ຫົວໜ້າ ຄູເຝິກ ຂອງ ຄ້າຍມວຍ ເຕິນແຄງ-ບ່າຈ່າ) ໄດ້ສ້າງຕັ້ງ ແລະ ພັດທະນາຫ້ອງຮຽນມວຍປ້ອງກັນຕົວ ຟຣີ ທີ່ເຮືອນວັດທະນະທຳ ຊາວໜຸ່ມ (ເມືອງ 1) ເພື່ອໃຫ້ບັນດາຊາວໜຸ່ມຢູ່ນະຄອນ ໂຮ່ຈີມິນ ມີໂອກາດໄດ້ຮຽນມວຍພື້ນເມືອງ ຫວຽດນາມ ໂດຍບໍ່ເສຍເງິນ. ມາເຖິງປະຈຸບັນ, ບັນດາຄູມວຍຂອງຄ້າຍມວຍແຫ່ງນີ້ ຍັງໄປຫາໂຮງຮຽນຫຼາຍແຫ່ງ ເພື່ອຈັດຕັ້ງບັນດາການເຄື່ອນໄຫວ, ແນະນຳນັກຮຽນ, ນັກສຶກສາ ກ່ຽວກັບມວຍພື້ນເມືອງເພື່ອໃຫ້ເຂົາເຈົ້າສາມາດປ້ອງກັນຕົວໄດ້.
ຄູມວຍ ໂຮ່ເຕືອງ ໃຫ້ຮູ້ວ່າ: “ແຕ່ກ່ອນ, ບັນດານັກຮຽນ, ນັກສຶກສາຈະມາຮຽນມວຍພື້ນເມືອງຢູ່ເຮືອນວັດທະນະທຳ ຊາວໜຸ່ມ, ແຕ່ປະຈຸບັນ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດານັກຮຽນ, ພວກຂ້າພະເຈົ້າຈະໄປຫາບັນດາໂຮງຮຽນໃນຂົງເຂດ ເພື່ອຈັດຕັ້ງການເຄື່ອນໄຫວ, ແນະນຳກ່ຽວກັບມວຍພື້ນເມືອງເພື່ອ ໃຫ້ເຂົາເຈົ້າ ສາມາດປ້ອງກັນຕົວ ແລະ ຊ່ວຍເຫຼືອຜູ້ອື່ນໄດ້”.
  
ມາຫ້ອງຮຽນສອນມວຍພື້ນເມືອງ, ບັນດານັກຮຽນ, ນັກສຶກສາຈະໄດ້ຮຽນທ່າຮັບ, ທ່າບຸກ ແລະ ທ່າມວຍພື້ນຖານຂອງຄ້າຍມວຍ ແຫ່ງນີ້. ພິເສດ, ໃນເວລາຮຽນ, ນັກຮຽນຈະໄດ້ຄົ້ນພົບກັບບັນດາກໍລະນີທີ່ອາດຈະເກີດຂຶ້ນໃນຊີວິດປະຈຳວັນຄື: ຖືກຈັບຄໍເສື້ອ, ຖືກບີບຄໍ, ຖືກບຸກໂຈມຕີດ້ວຍມີດ, ຖືກດຶງຖົງ, ຖືກກອດຈາກທາງຫຼັງ... ຄູມວຍຈະມີການໄຈ້ແຍກຢ່າງລະອຽດ ແລະ ສະເໜີອອກບັນດາວິທີແກ້ໄຂເພື່ອໃຫ້ນັກຮຽນສາມາດປ້ອງກັນຕົວ. 

    

ຫ້ອງຮຽນສອນມວຍພື້ນເມືອງຂອງຄ້າຍມວຍ ເຕິນແຄງ-ບ່າຈ່າ ທີ່ໂຮງຮຽນມັດທະຍົມຕອນຕົ້ນ
ຕັງບາດໂຫ
A, ເມືອງ 4, ນະຄອນ ໂຮ່ຈີມິນ.



ບັນດານັກຮຽນຈະໄດ້ຮຽນບັນດາທ່າຮັບ, ທ່າບຸກ ແລະ ທ່າມວຍພື້ນຖານຂອງຄ້າຍມວຍແຫ່ງນີ້.


ຫ້ອງຮຽນສອນມວຍພື້ນເມືອງຂອງຄ້າຍມວຍ ເຕິນແຄງ-ບ່າຈ່າ
ທີ່ໂຮງຮຽນມະຫາວິທະຍາໄລວິຊາຊີບການທ່ອງທ່ຽວ ໄຊງ່ອນ
.

 

ຫ້ອງຮຽນສອນມວຍພື້ນເມືອງຂອງອາຈານມວຍ ໂຮ່ເຕື່ອງ ໄດ້ດຶງດູດ
ການເຂົ້າຮ່ວມຂອງນັກຮຽນ, ນັກສຶກສານັບເປັນຈຳນວນຫຼາຍ ພໍສົມຄວນ.



ໃນເວລາຮຽນ, ນັກຮຽນຈະໄດ້ຄົ້ນພົບກັບບັນດາກໍລະນີທີ່ອາດຈະເກີດຂຶ້ນໃນຊີວິດ
ປະຈຳວັນ, ບັນດາຄູມວຍ
ຈະມີການໄຈ້ແຍກຢ່າງລະອຽດ ແລະ ສະເໜີອອກບັນດາວິທີແກ້ໄຂ
ເພື່ອໃຫ້ນັກຮຽນສາມາດປ້ອງກັນຕົວ.



ອາຈານມວຍ ໂຮ່ເຕື່ອງ ຈະມີການໄຈ້ແຍກບັນດາທ່າມວຍຢ່າງລະອຽດ
ເພື່ອໃຫ້ຜູ້ຮຽນຮັບຮູ້ໄດ້ຢ່າງຈະແຈ້ງ.



ນັກຮຽນຍິງຫຼາຍຄົນກໍ່ມາຮຽນ.


ຄູມວຍສະເໜີອອກທ່າມວຍປ້ອງກັນຕົວຈຳນວນໜຶ່ງ. 


ຄູມວຍສະເໜີອອກທ່າມວຍປ້ອງກັນຕົວໃນເວລາ
ຖືກກອດຈາກທາງຫຼັງ.



ນັກຮຽນຄົນໜຶ່ງປະຕິບັດຈັງຫວະຂັດມືຄູ່ຕໍ່ສູ້.


ໃນເວລາຮຽນ, ນັກຮຽນຈະໄດ້ຄົ້ນພົບກັບບັນດາກໍລະນີ
ທີ່ອາດຈະເກີດຂຶ້ນໃນຊີວິດປະຈຳວັນຄື: ຖືກຈັບຄໍເສື້ອ, ຖືກບີບຄໍ,
ຖືກບຸກໂຈມຕີດ້ວຍມີດ, ຖືກດຶງຖົງ, ຖືກກອດຈາກທາງຫຼັງ...



ນັກຮຽນຕິດຕາມການແນະນຳຂອງບັນດາຄູມາວຍດ້ວຍຄວາມຕັ້ງໃຈ.


ນັກຮຽນປະຕິບັດບັນດາຈັງຫວະໜີ້ພົ້ນອອກຈາກການຄອບງຳກຳຈັດ
ດ້ວຍມີດຈາກທາງຫຼັງ. 



ນັກຮຽນປະຕິບັດບັນດາທ່າມວຍປ້ອງກັນຕົວ ພາຍຫຼັງການແນະນຳຂອງຄູມວຍ.


ການຮຽນມວຍພື້ນເມືອງເພື່ອປ້ອງກັນຕົວຍັງດຶງດູດຜູ້ເຖົ້າຫຼາຍຄົນມາເຂົ້າຮ່ວມອີກດ້ວຍ.

ນາງ ເລທິແທງເທືອງ, ນັກສຶກສາຂອງໂຮງຮຽນມະຫາວິທະຍາໄລ ວິຊາຊີບການທ່ອງທ່ຽວ ໄຊງ່ອນ ໃຫ້ຮູ້ວ່າ: “ການຮຽນມວຍພື້ນເມືອງເພື່ອປ້ອງກັນຕົວ ທັງຊ່ວຍເຮັດໃຫ້ຂ້າພະເຈົ້າ ຮູ້ບັນດາວິທີການ ປ້ອງກັນຕົວ, ທັງຊ່ວຍຝຶກຝົນຫຼໍ່ຫຼອມສຸຂ້າພາບ ແລະ ຄວາມໝັ້ນໃຈ ໃນຊີວິດ”.
 
ສຳລັບບັນດາກໍລະນີທີ່ວາງອອກ, ບັນດາຄູມວຍຈະມີການໄຈ້ແຍກ ແລະ ສະເໜີອອກບັນດາວິທີແກ້ໄຂຢ່າງລະອຽດ ແລ້ວຈຶ່ງໃຫ້ນັກຮຽນຝຶກໄປຝຶກມາຫຼາຍເທື່ອໃຫ້ມີຄວາມຊິນເຄີຍ. ຫຼັງຈາກການຝຶກແອບ ຢູ່ໂຮງຮຽນແລ້ວ, ເມືອເຮືອນ ນັກຮຽນກໍ່ສາມາດຝຶກແອບໂດຍຕົນເອງຕາມການແນະນຳຂອງບັນດາຄູມວຍ.
  
ແຜນການຮຽນມວຍພື້ນເມືອງເພື່ອປ້ອງກັນຕົວໄດ້ນຳເຂົ້າໃນໂຮງຮຽນ ຫຼາຍແຫ່ງຢູ່ນະຄອນ ໂຮ່ຈີມິນ, ໃນນັ້ນ ໂຮງຮຽນມັດທະຍົມຕອນຕົ້ນ ຕັງບາດໂຫ A, ເມືອງ 4 ໄດ້ຮັກສາການເຄື່ອນໄຫວໃນ 2 ປີຜ່ານມາ. ທ່ານ ເລງອກຫາຍ, ຜູ້ອຳນວຍການໂຮງຮຽນມັດທະຍົມຕອນຕົ້ນ ຕັງບາດໂຫ A ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າຮັກສາການເຄື່ອນໄຫວຂອງ ຫ້ອງຮຽນມວຍດ່ັງກ່າວ ດ້ວຍຈຸດປະສົງຢາກຊ່ວຍເຮັດໃຫ້ບັນດານັກຮຽນຈະມີຄວາມຮູ້ພື້ນຖານກ່ຽວກັບມວຍພື້ນເມືອງເພື່ອປ້ອງກັນຕົວ, ນີ້ກໍ່ແມ່ນວິທີໜຶ່ງເພື່ອເຮັດໃຫ້ຫຼາຍຄົນຮູ້ເຖິງມວຍພື້ນເມືອງ ຫວຽດນາມ”. 
 
ນອກຈາກນັ້ນ, ທາງໂຮງຮຽນຍັງຢາກສົມທົບກັບສະມາຄົມພໍ່ແມ່ ນັກຮຽນ ຈັດຕັ້ງບັນດາການເຄື່ອນໄຫວກ່ຽວກັບຫົວຂໍ້: ກໍ່ສ້າງຄວາມສາມາດດ້ານດຳລົງຊີວິດ, ບັນຫາສະເພາະກ່ຽວກັບ ວາມປອດໄພດ້ານການຄົມມະນາຄົມ, ຄວາມຮູ້ຈຳເປັນກ່ຽວກັບ ການເປັນແມ່ຂອງເພດຍິງ... ເພື່ອໃຫ້ນັກຮຽນມີຄວາມຮູ້ເພີ່ມເຕີມ ແລະ ກໍ່ສ້າງຄວາມສາມາດໃນການດຳລົງຊີວິດ. 
ບົດ ແລະ ພາບ: ເຊີນເງ້ຍ

top