ເລື່ອງ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ເຂົ້າຮ່ວມສັບປະດາຂັ້ນສູງ ສະມັດຊາໃຫຍ່ ສປຊ ກ່ອນອື່ນໝົດແມ່ນຢັ້ງຢືນການຖືເປັນສຳຄັນຂອງພັກ ແລະ ລັດ ຫວຽດນາມ ຕໍ່ລັດທິຫຼາຍຝ່າຍ ແລະ ບົດບາດເປັນໃຈກາງຂອງ ສປຊ.
ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ຢູ່ສຳນັກງານ ສປຊ (ພາບ: VNA)
ເນື່ອງໃນໂອກາດ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມປຶກສາຫາລືຂັ້ນສູງ ສະມັດຊາໃຫຍ່ ສປຊ ຄັ້ງທີ 81 ແລະ ມີບັນດາການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ ແຕ່ວັນທີ 20 ກັນຍາ, ວັນທີ 17 ກັນຍາ ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ຕອບສຳພາດຕໍ່ສື່ມວນຊົນ ຫວຽດນາມ ປະຈຳ ນິວຢອກ, ອາເມລິກາ ກ່ຽວກັບຄວາມໝາຍຂອງການເດີນທາງໄປປະຕິບັດງານຕໍ່ກັບການພົວພັນ ຫວຽດນາມ - ສປຊ.
ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ ເນັ້ນໜັກວ່າ ເລື່ອງ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ເຂົ້າຮ່ວມສັບປະດາຂັ້ນສູງ ສະມັດຊາໃຫຍ່ ສປຊ ກ່ອນອື່ນໝົດແມ່ນຢັ້ງຢືນການຖືເປັນສຳຄັນຂອງພັກ ແລະ ລັດ ຫວຽດນາມ ຕໍ່ລັດທິຫຼາຍຝ່າຍ ແລະ ບົດບາດເປັນໃຈກາງຂອງ ສປຊ. ນີ້ກໍ່ສະແດງໃຫ້ເຫັນຄວາມສະເໝີຕົ້ນສະເໝີປາຍຕໍ່ແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ, ຫັນການພົວພັນທາງການທູດຂອງ ຫວຽດນາມ , ເປັນຫຼາຍຮູບຫຼາຍແບບແລະ ຫຼາຍຝ່າຍ. ການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢູ່ເວທີປາໄສຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກຍິ່ງມີຄວາມໝາຍເມື່ອປີນີ້ ເປັນປີທຳອິດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIV, ເປີດສັງກາດພັດທະນາໃໝ່ຂອງປະເທດຊາດ. ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ ໃຫ້ຮູ້ວ່າ ຢູ່ສະມັດຊາໃຫຍ່ ສປຊ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະມີບົດກ່າວປາໄສສຳຄັນ, ຄາດວ່າຈະເນັ້ນໜັກເຖິງສານກ່ຽວກັບການປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະ ພ້ອມກັນກະທຳເພື່ອບັນດາການຫັນປ່ຽນໃຫຍ່ຂອງໂລກ ຈະເປັນການເປີດກາລະໂອກາດໃຫ້ແກ່ສັນຕິພາບ, ການຮ່ວມມື ແລະ ການພັດທະນາຕື່ມອີກ, ມຸ່ງໄປເຖິງຄວາມເປັນລະບຽບຮຽບຮ້ອຍທີ່ມີຄວາມຍຸຕິທຳ ແລະ ມະນຸດສະທຳກວ່າ.
(ແຫຼ່ງຄັດຈາກ VOV)