• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປັບປຸງ ແລະ ເພີ່ມທະວີສາຍພົວພັນແບບພິເສດ ຫວຽດນາມ - ກຸຍບາ ຫຼາຍກວ່າອີກ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ປາດຖະໜາວ່າ 2 ຝ່າຍຈະສືບຕໍ່ປັບປຸງ ແລະ ເພີ່ມທະວີສາຍພົວພັນແບບພິເສດ ຫວຽດນາມ - ກຸຍບາ ໃຫ້ຫຼາຍກວ່າອີກ.

  (ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ Rogelio Polanco Fuentes, ເອກອັກຄະລັດຖະທູດ ກຸຍບາ ປະຈຳ ຫວຽດນາມ)  

ຕອນ​ບ່າຍ​ວັນ​ທີ 20 ພຶ​ດ​ສະ​ພາ, ຢູ່ ຮ່າ​ໂນ້ຍ, ທີ່​ການ​ຕ້ອນ​ຮັບ ​ທ່ານ Rogelio Polanco Fuentes, ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັ​ນ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ກຸຍ​ບາ ປະ​ຈຳ ຫວຽດ​ນາມ, ທ່ານ ເລ​ມິນ​ຮຶງ, ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ຫວຽດ​ນາມ ຢືນ​ຢັນ​ວ່າ ຈະ​ສືບ​ຕໍ່​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ພົວ​ພັນ​ຮ່ວມ​ມືມ​ິດ​ຕະ​ພາບ​ແບບ​ພິ​ເສດ, ໃຫ້ສົມ​ກັບ​ກຳລັງຄວາມ​ສາ​ມາດ​ບົ່ມ​ຊ້ອນ, ລະ​ດັບ​ການ​ພົວ​ພັນ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະ​ຫວ່າງ 2 ປະ​ເທດ.

ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິ​ນ​ຮຶງ ປ​າດ​ຖະ​ໜາ​ວ່າ 2 ຝ່າຍຈະ​ສືບ​ຕໍ່​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ແບ​ບ​ພິ​ເສດ ຫວຽດ​ນາມ - ກຸຍ​ບາ ໃຫ້​ຫຼາຍກວ່າ​ອີກ. ທ່ານ​ສະ​ເໜີ​ໃຫ້ 2 ຝ່າຍ​ຈົ່ງ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ​້​ຕົກ​ລົງ​ເຊິ່ງ​ການ​ນຳ​ຂັ້ນ​ສູ​ງ 2 ປະ​ເທດ​ໄດ້​ເປັນ​ເອ​ກະ​ພາບ; ຊຸກ​ຍູ້​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ ແລະ ການ​ຮ່ວມ​ມື​ແບບ​ຍືນ​ຍົງ; ສົມ​ທົບ​ກັນ​ຢ່າງ​ແໜ​້ນ​ແຟ້ນ​ເພື່ອຈັດບັນດາ​ການ​ເຄື່ອນ​ໄຫວ​ໃຫຍ່​ຈຳ​ນວນ​ໜຶ່ງ​ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 100 ປີ​ແຫ່ງວັນ​ເກີດ​ການ​ນຳ Fidel Castro, ຜູ້ເປັນ​ເພື່ອນ​ມິດ​ຜູ້​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ (13 ສິງ​ຫາ 1926 – 13 ສິງ​ຫາ 2026); ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ​້ນ​ແຟ້ນ​ ແລະ ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ ແລະ ກັນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ຫຼາຍ​ຝ່າຍ…

ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ Rogelio Polanco Fuentes ປາດ​ຖະ​ໜາ​ວ່າ 2 ຝ່າຍຈະ​ສືບ​ຕໍ່​ສົມ​ທົບ​ກັນ​ແບ່ງ​ປັນ​ບົດ​ຮຽນ, ພິ​ເສດ​ແມ່ນ​ບັນ​ດາ​ບົດ​ຮຽນ​ໃນ​ວິ​ວັດ​ການ 40 ປີ​ແຫ່ງ​ການ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ປ່ຽນ​ແປງ​ໃໝ່​ຂອງ ຫວຽດ​ນາມ; ພ້​ອມ​ແລ້ວ​ທີ່​ຈະ​ພ​້ອມ​ກັບ ຫວຽດ​ນາມ ເຮັດ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື​ອັນແທ້ຈິງໃນ​ທຸກ​ຂົງ​ເຂດ​ເຊິ່ງ 2 ຝ່າຍ​ມີ​ທ່າ​ແຮງ ແລະ ມີ​ຄວາມ​ຕ້ອງ​ການ ເລິກເຊິ່ງຂຶ້ນອີກ, ໂດຍ​ສະ​ເພາະ​ແມ່ນ​ດ້ານ​ກະ​ສິ​ກຳ ແລະ ເຕັກ​ໂນ​ໂລ​ຊີ​ຊີ​ວະ​ພາບ.

(ແຫຼ່ງຄັດຈາກ VOV)

ເປັນ​ຄັ້ງ​ທຳ​ອິດ ອາ​ເມ​ລິ​ກາ ແລະ ອາ​ຊຽນ ຈັດ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ AI

ເປັນ​ຄັ້ງ​ທຳ​ອິດ ອາ​ເມ​ລິ​ກາ ແລະ ອາ​ຊຽນ ຈັດ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ AI

ບັນ​ດາ​ລັດ​ຖະ​ມົນ​ຕີ ແລະ ການ​ນຳ​ວິ​ສາ​ຫະ​ກິດ​ໄດ້​ກຳ​ນົດ​ວ່າ​ກາ​ລະ​ໂອ​ກາດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ພັດ​ທະ​ນາ ແລະ ຄຸ້ມ​ຄອງ AI, ໃນ​ນັ້ນ​ມີ​ວິ​ທີ​ການ​ໂຄງ​ການ​ສົ່ງ​ອອກ AI ຂອງ​ອາ​ເມ​ລິ​ກາ ອາດ​ສາ​ມາດ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ໃນ​ການ​ສ້າງ​ນະ​ໂຍ​ບາຍ AI.

Top