• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປັບປຸງນະໂຍບາຍທີ່ດິນໃຫ້ສົມບູນແບບຕ້ອງເລີ່ມມາຈາກບັນດາຂໍ້ຕິດຄັດໃນຕົວຈິງ

ລັດຖະບານໄດ້ສະເໜີຮ່າງກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງດ້ວຍ 7 ໝວດນະໂຍບາຍ, ໃນນັ້ນ, ໜ້າສົນໃຈແມ່ນກົນໄກການເງິນທີ່ດິນ ແລະ ລາຄາທີດິນ.
ທີ່​ວາ​ລະ​ປະ​ຊຸມ (ພາບ: VNA)

ວັນ​ທີ 21 ສິງ​ຫາ, ເມື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ກຳ​ນົດ​ທິດ​ນະ​ໂຍ​ບາຍ​ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ​ປີ 2024, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາ​ດ​ສະ​ເໜີ​ຕ້ອງ​ເຮັດ​ແຈ້ງ​ກົນ​ໄກ​ເກັບ​ຄືນ​ທີ່​ດິນ, ຮັບ​ປະ​ກັນໃຫ້​ການຕັ້ງຖິ່ນຖານຄົງທີ່ຄືນ​ໃໝ່ ແລະ ການ​ຫາ​ເງິນ​ລ້ຽງ​ຊີບ​ໃຫ້​ແກ່​ປະ​ຊາ​ຊົນ; ພ້ອມ​ກັນ​ນັ້ນ, ຊີ້​ແຈ້ງ​ວ່າ ​ການປັບ​ປຸງ​ນະ​ໂຍ​ບາຍ​ກ່ຽວ​ກັບ​ທີ່​ດິນ​ຕ້ອງ​ເລີມ​ມາ​ຈາກ​ບັນ​ດາ​ຂໍ້​ຕິດ​ຄັດ​ໃນ​ຕົງ​ຈິງ.

ເນື້ອ​ໃນ​ທີ່​ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ​ຫຼາຍ​ທ່ານ​ປະ​ກອບ​ຄຳ​ເຫັນນັ້ນ​ແມ່ນ​ນະ​ໂຍ​ບາຍ​ເກັບ​ຄືນ​ທີ່​ດິນ, ​ການຊົດ​ເຊີຍ ແລະ ​ການຕັ້ງຖິ່ນຖານຄົງທີ່​ຄືນ​ໃໝ່. ທ່ານ ຫງວຽນ​ວັນ​ແມ້ງ, ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຝູ​ທໍ້ ສະ​ເໜີ​ຄົ້ນ​ຄວ້າ​ກົນ​ໄກ​ສະ​ເພາະ​ສຳ​ລັບທີ່ດ​ິນຕັ້ງຖິ່ນຖານຄົງທີ່ຄືນ​ໃໝ່ດ້ວຍ​ງົບ​ປະ​ມາ​ນ​ຂອ​ງ​ລັດ ເພື່ອ​ຮັບ​ໃຊ້​ບັນ​ດາ​ໂຄງ​ການ​ລົງ​ທຶນ​ສາ​ທາ​ລະ​ນະ​ໂດຍ​ກົງ.

“ອະ​ນ​ຸ​ຍາດ​ໃຫ້​ກຳ​ນົດ​ລາ​ຄາ​ການ​ເກັບ​ເງິນ​ນຳ​ໃຊ້​ທີ່​ດິນ​ຢູ່ເຂດຕັ້ງຖິ່ນຖານຄົງທີ່ ຄືນ​ໃໝ່ ຕາມ​ການ​ລົງ​ທຶນ​ຕົວ​ຈິງ​ຂອງ​ໂຄງ​ການສ້າງເຂດຕັ້ງຖິ່ນຖານຄົງທີ່​ຄືນ​ໃໝ່​າ. ຜ່ານນັ້ນ, ຫຼ​ຸ​ດ​ຜ່ອນ​ຄວາມ​ກົດ​ດັນ​ດ້ານ​ການ​ເງິນ​ໃຫ້​ແກ່​ປະ​ຊາ​ຊົນ, ຮັບ​ປະ​ກັນ​ລັກ​ສະ​ນະ​ກະ​ຈາງ​ແຈ້ງ; ຈຳ​ກັດ​ສະ​ພາບ​ການ​ປະ​ຊາ​ຊົນ​ຕ້ອງ​ແບກ​ຫາບ​ມຸນ​ຄ່າ​ເພີ່ມ​​ທັ​ງ​ໝົດກ່ຽວ​ກັບ​ທີ່​ຕັ້ງ ແລະ ພື້ນ​ຖານ​ໂຄງ​ລ່າງ​ຂອງ​ເຂດຕັ້ງຖິ່ນຖານຄົງທີ່ຄືນ​ໃໝ່​ ແລະ ປະ​ກອ​ບ​ສ່ວນ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ປະ​ຕິ​ບັດ​ໂຄງ​ການ​ລົງ​ທຶນ​ສາ​ທາ​ລະ​ນະ”.

ລັດ​ຖະ​ບານ​ໄດ້​ສະ​ເໜີ​ຮ່າ​ງ​ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະ​ບັບ​ປັບ​ປຸງດ້ວຍ 7 ໝວດ​ນະ​ໂຍ​ບາຍ, ໃນ​ນັ້ນ, ໜ້າ​ສົນ​ໃຈ​ແມ່ນ​ກົນ​ໄກ​ການ​ເງິນ​ທີ່​ດິນ ແລະ ລາ​ຄາ​ທີ​ດິນ. ກົດ​ໝາຍ​ສະ​ບັບ​ນີ້​ໄດ້​ຮັບ​ຄວາມ​ຫວັງ​ວ່າ ຈະ​ປະ​ກອບ​ສ່ວນ​ຄວບ​ຄຸ້ມ​ຕະ​ຫຼາດ, ຈຳ​ກັດ​ສະ​ພາບ​ຄອບ​ງຳ​ລາ​ຄາ​ທີ່​ດິນ, ເຮັດ​ໃຫ້​ລາ​ຄາ​ທີ່​ດິນ​ບໍ່​ຖືກ​ຕ້ອງ​ກັ​ບ​ຕົວ​ຈິງ.

(ແຫຼ່ງຄັດຈາກ VOV)

ລາຍ​ການ​ສະ​ແດງ​ສິ​ລະ​ປະການ​ເມືອງ ແສງ​ແດດ​ບາ​ດິ່ງ

ລາຍ​ການ​ສະ​ແດງ​ສິ​ລະ​ປະການ​ເມືອງ “ແສງ​ແດດ​ບາ​ດິ່ງ”

“ແສງ​ແດດ​ບາ​ດິ່ງ” ສ້າງ​ຂຶ້ນ​ຜ່ານ​​ສິ​ລະ​ປະໄດ້​ວາດ​ພາບ​ຂະ​ບວນ​ການ​ນັບ​ແຕ່​ວັນ​ທີ່ປະ​ທານ​ໂຮ່​ຈີ​ມິນ​ກັບ​ເມືອ​ປະ​ເທດ​ຊີ້​ນຳ​ການ​ປະ​ຕິ​ວັດ ຫວຽດ​ນາມ​ໂດຍ​ກົງ​ເມື່ອ​ປີ 1941 ຕະຫຼອດ​ຮອດ​ລະ​ດູ​ໄບ​ໄ​ມ້ຫຼົ່ນ​ປະ​ຫວັດ​ສາດ​ເມື່ອ​ປີ 1945, ສາ​ຖະ​ປະ​ນາ​ປະ​ເທດ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ຫວຽດ​ນາມ

Top