ລັດຖະບານໄດ້ສະເໜີຮ່າງກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງດ້ວຍ 7 ໝວດນະໂຍບາຍ, ໃນນັ້ນ, ໜ້າສົນໃຈແມ່ນກົນໄກການເງິນທີ່ດິນ ແລະ ລາຄາທີດິນ.
ທີ່ວາລະປະຊຸມ (ພາບ: VNA)
ວັນທີ 21 ສິງຫາ, ເມື່ອປຶກສາຫາລືກ່ຽວກັບການກຳນົດທິດນະໂຍບາຍປັບປຸງກົດໝາຍວ່າດ້ວຍທີ່ດິນປີ 2024, ບັນດາສະມາຊິກສະພາແຫ່ງຊາດສະເໜີຕ້ອງເຮັດແຈ້ງກົນໄກເກັບຄືນທີ່ດິນ, ຮັບປະກັນໃຫ້ການຕັ້ງຖິ່ນຖານຄົງທີ່ຄືນໃໝ່ ແລະ ການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນ; ພ້ອມກັນນັ້ນ, ຊີ້ແຈ້ງວ່າ ການປັບປຸງນະໂຍບາຍກ່ຽວກັບທີ່ດິນຕ້ອງເລີມມາຈາກບັນດາຂໍ້ຕິດຄັດໃນຕົງຈິງ.
ເນື້ອໃນທີ່ສະມາຊິກສະພາແຫ່ງຊາດຫຼາຍທ່ານປະກອບຄຳເຫັນນັ້ນແມ່ນນະໂຍບາຍເກັບຄືນທີ່ດິນ, ການຊົດເຊີຍ ແລະ ການຕັ້ງຖິ່ນຖານຄົງທີ່ຄືນໃໝ່. ທ່ານ ຫງວຽນວັນແມ້ງ, ສະມາຊິກສະພາແຫ່ງຊາດ, ຄະນະສະມາຊິກສະພາແຫ່ງຊາດ ຝູທໍ້ ສະເໜີຄົ້ນຄວ້າກົນໄກສະເພາະສຳລັບທີ່ດິນຕັ້ງຖິ່ນຖານຄົງທີ່ຄືນໃໝ່ດ້ວຍງົບປະມານຂອງລັດ ເພື່ອຮັບໃຊ້ບັນດາໂຄງການລົງທຶນສາທາລະນະໂດຍກົງ.
“ອະນຸຍາດໃຫ້ກຳນົດລາຄາການເກັບເງິນນຳໃຊ້ທີ່ດິນຢູ່ເຂດຕັ້ງຖິ່ນຖານຄົງທີ່ ຄືນໃໝ່ ຕາມການລົງທຶນຕົວຈິງຂອງໂຄງການສ້າງເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່າ. ຜ່ານນັ້ນ, ຫຼຸດຜ່ອນຄວາມກົດດັນດ້ານການເງິນໃຫ້ແກ່ປະຊາຊົນ, ຮັບປະກັນລັກສະນະກະຈາງແຈ້ງ; ຈຳກັດສະພາບການປະຊາຊົນຕ້ອງແບກຫາບມຸນຄ່າເພີ່ມທັງໝົດກ່ຽວກັບທີ່ຕັ້ງ ແລະ ພື້ນຖານໂຄງລ່າງຂອງເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ ແລະ ປະກອບສ່ວນຍູ້ໄວຄວາມຄືບໜ້າປະຕິບັດໂຄງການລົງທຶນສາທາລະນະ”.
ລັດຖະບານໄດ້ສະເໜີຮ່າງກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງດ້ວຍ 7 ໝວດນະໂຍບາຍ, ໃນນັ້ນ, ໜ້າສົນໃຈແມ່ນກົນໄກການເງິນທີ່ດິນ ແລະ ລາຄາທີດິນ. ກົດໝາຍສະບັບນີ້ໄດ້ຮັບຄວາມຫວັງວ່າ ຈະປະກອບສ່ວນຄວບຄຸ້ມຕະຫຼາດ, ຈຳກັດສະພາບຄອບງຳລາຄາທີ່ດິນ, ເຮັດໃຫ້ລາຄາທີ່ດິນບໍ່ຖືກຕ້ອງກັບຕົວຈິງ.