ຕອນເຊົ້າວັນທີ 16 ພະຈິກ, ຢູ່ ມານີລາ, ຟີລິບປິນ, ໃນຂອບກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ, ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບການນຳບັນດາປະເທດ ອາຊຽນ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ຈີນ ຄັ້ງທີ 29.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. (ພາບ: VOV)
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ຕີລາຄາສູງຕໍ່ບັນດາຂໍ້ສະເໜີແນໃສ່ເພີ່ມທະວີການການຮ່ວມມື ອາຊຽນ-ຈີນ ແລະ ສະໜັບສະໜູນການຮັບຮອງເອົາເອກະສານສຳຄັນຫຼາຍສະບັບຂອງກອງປະຊຸມສຸດຍອດຄັ້ງນີ້. ກ່ຽວກັບບັນດາບຸລິມະສິດການຮ່ວມມື ອາຊຽນ-ຈີນ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ສອງຝ່າຍສືບຕໍ່ເປີດກວ້າງການແລກປ່ຽນ ແລະ ການຮ່ວມມືຜ່ານທຸກຊ່ອງທາງ; ພ້ອມກັນນັ້ນ, ກໍ່ໃຫ້ບຸລິມະສິດການຮ່ວມມືໃນການແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່. ທ່ານນາຍົກລັດຖະມົນຕີຊົມເຊີຍບັນດາຄວາມຄືບໜ້າທີ່ສຳຄັນໃນການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC); ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງຍູ້ໄວຄວາມມານະພະຍາຍາມເພື່ອບັນລຸ COC ທີ່ແທ້ຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.
ສິ້ນສຸດກອງປະຊຸມ, ບັນດາການນຳໄດ້ອອກຖະແຫຼງການຮ່ວມ ສະເຫຼີມສະຫຼອງ 5 ປີ ແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ-ຈີນ, ພ້ອມກັບບັນດາຖະແຫຼງການກ່ຽວກັບການເພີ່ມທະວີການຮ່ວມມືໃນດ້ານພະລັງງານ ແລະ ປ່າໄມ້ລະຫວ່າງສອງຝ່າຍ.
(ແຫຼ່ງຄັດຈາກ VOV)