• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຍ້ອງ​ຍໍ​ສາຍ​ພົວ​ພັນ​ອັນ​ດີ​ງາມ​ກັບ ຈີນ ກ່ອນ​ເວ​ລາ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ປັກ​ກິ່ງ

ວັນ​ທີ 05 ພຶ​ດ​ສະ​ພາ, ທ່ານ​ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໄດ້​ເນັ້ນ​ໜັກເຖິງສາຍ​ພົວ​ພັນອັນ “ດີ​ງາມ​ທີ່​ສຸດ” ກັບ​ທ່ານ ສີ​ຈີ້ນ​ຜິງ ​ປະ​ທານ​ປະ​ເທດ ຈີນ, ໃນ​ສະ​ພາບ​ການ​ສະ​ພາບ​ການ​ການ​ນຳ​ສອງ​ທ່ານ​ກະ​ກຽມ​ມີ​ການ​ພົບ​ປະ​ແບບ​ເຊິ່ງ​ໜ້າ​ຢູ່ ປັກ​ກິ່ງ ໃນ​ກາງ​ເດືອນ​ນີ້.

ເມື່ອ​ກ່າວ​ຄຳ​ເຫັນ​ໃນ​​ຫ້ອງຮູບ​ໄຂ່, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ໃຫ້​ຮູ້​ວ່າ ສອງ​ຝ່າຍ​ມີ​ສາຍ​ພົວ​ພັນ​ສ່ວນ​ຕົວ​ທີ່​ຕັ້ງ​ໜ້າ ແລະ ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ. ພ້ອມ​ດຽວ​ກັນ​ນັ້ນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ກໍຖື​ວ່າ ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ ແມ່ນ “ຜູ້​ທີ່​​ດີ​ເລີດ” ແລະ ສອງ​ຝ່າຍ “ເຂົ້າ​ກັນ​ໄດ້​ດີ​ທີ່​ສຸດ”.

ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ສຳ​ຄັນ​ຄາດ​ວ່າ​ຈະ​ຍົກ​ອອກ​ມາ​ປຶກ​ສາ​ຫາ​ລື​ນັ້ນ​ແມ່ນ ບັນ​ຫາ ອີ​ຣານ ແລະ ສະ​ພາບ​ການ​ຢູ່​ຊ່ອງ​ແຄບ​ທະ​ເລ Hormuz. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ​ໃຫ້​ຮູ້​ວ່າ ປັດ​ຈຸ​ບັນ ຈີນ ໄດ້​ຮັບ​ປະ​ມານ 60% ປະ​ລິ​ມານ​ນ້ຳ​ມັນ​ຜ່ານ​ເຂດ​ດັ່ງ​ກ່າວ, ດັ່ງ​ນັ້ນ ມີ​ຜົນ​ປະ​ໂຫຍດ​ໂດຍ​ກົງ​ໃນ​ການ​ຮັກ​ສາ​ສະ​ຖຽນ​ລະ​ພາບ ແລະ ຮັບ​ປະ​ກັນ​ສິດ​ເສ​ລີ​ໃນ​ການ​ເດີນ​ເຮືອ. ຕາມ​ແຜນ​ການ​ແລ້ວ, ການ​ປະ​ຕິ​ບັດ​ງານ​ຢູ່ ປັກ​ກິ່ງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 14 – 15 ພຶດ​ສະ​ພາ​ ຈະ​ມາ​ເຖິງ.

(ແຫຼ່ງຄັດຈາກ VOV)

ອີ​ຣານ ຢັ້ງ​ຢືນ ກຽມ​ພ້ອມ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ ແລະ ອິດ​ສະ​ຣາ​ແອັນ ໃນ​ຂອບ​ເຂດ​ກົດ​ໝາຍ​ສ​າ​ກົນ

ອີ​ຣານ ຢັ້ງ​ຢືນ ກຽມ​ພ້ອມ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ ແລະ ອິດ​ສະ​ຣາ​ແອັນ ໃນ​ຂອບ​ເຂດ​ກົດ​ໝາຍ​ສ​າ​ກົນ

ວັນ​ທີ 05 ພຶ​ດ​ສະ​ພາ, ທ່ານ​ Masoud Pezeshkian ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ ຢັ້ງ​ຢືນ​ວ່າ ເຕ​ເຮ​ຣານ ກຽມ​ພ້ອມ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ ແລະ ອິດ​ສະ​ຣາ​ແອັນ ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ແຕ່​ບໍ່​ຍອມ​ຮັບ​ບັນ​ດາ​ຄຳ​ຮຽກ​ຮ້ອງ​ທີ່​ມີ​ລັກ​ສະ​ນະ​ບັງ​ຄັບ, ໃນ​ສະ​ພາບ​ການ​ຄວາມ​ເຄັ່ງ​ຕຶງ​ກັບ ອາ​ເມ​ລິ​ກາ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ.

Top