ຕອນຄ່ຳວັນທີ 19 ພຶດສະພາ, ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ໄດ້ເດີນທາງໄປຮອດ ປັກກິ່ງ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ຈີນ ໃນ 2 ວັນ.
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໃນພິທີຕ້ອນຮັບຢູ່ສະໜາມບິນ ປັກກິ່ງ ໃນວັນທີ 19 ພຶດສະພາ (ພາບ: Sputnik/Vladimir Smirnov/REUTERS)
ທ່ານ ກົວຈາກວນ ໂຄສົກກະຊວງການຕ່າງປະເທດ ຈີນ ຢັ້ງຢືນວ່າ ປັກກິ່ງ ຊົມເຊີຍການຢ້ຽມຢາມທາງລັດຖະກິດຂອງການນຳ ລັດເຊຍ, ໂດຍໃຫ້ຮູ້ວ່າ ພາຍໃຕ້ການນຳພາຍຸດທະສາດຂອງທ່ານ ສີຈີ້ນຜິງ ປະທານປະເທດ ຈີນ ແລະ ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ນັ້ນ, ການພົວພັນຄູ່ຮ່ວມມືສົມທົບຍຸດທະສາດຮອບດ້ານ ຈີນ - ລັດເຊຍ ໃນຍຸກສະໄໝໃໝ່ໄດ້ພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ການຮ່ວມມືໃນບັນດາຂົງເຂດໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ.
“ປີ 2026 ແມ່ນປີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືສົມທົບຍຸດທະສາດ ຈີນ - ລັດເຊຍ, 25 ປີ ແຫ່ງການເຊັນສົນທິສັນຍາບ້ານໃກ້ເຮືອນຄຽງມິດຕະພາບ ແລະ ການຮ່ວມມືທີ່ເປັນມິດ ຈີນ - ລັດເຊຍ, ກໍຄືເລີ່ມເຄື່ອນໄຫວ “ປີແຫ່ງການສຶກສາ ຈີນ - ລັດເຊຍ”. ສອງຝ່າຍ ຈະກຳແໜ້ນໂອກາດນີ້, ສືບຕໍ່ຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ພັດທະນາຢ່າງເລິກເຊິ່ງກວ່າ ແລະ ຂຶ້ນສູ່ລະດັບສູງໃໝ່, ປະກອບສ່ວນນຳມາເຊິ່ງຄວາມໝັ້ນທ່ຽງ ແລະ ພະລັງງານທີ່ຕັ້ງກວ່າໃຫ້ແກ່ໂລກ”.
ຕາມວັງ Kremlin ແລ້ວ, ໃນເວລາ 2 ວັນຢູ່ຢ້ຽມຢາມ ປັກກິ່ງ, ທ່ານປະທານາທິບໍດີ Vladimir Putin ໄດ້ພົບປະກັບທ່ານປະທານປະເທດ ຈີນ ສີຈີ້ນຜິງ, ດຳເນີນການພົບປະສອງຝ່າຍກ່ຽວກັບການພົວພັນສອງຝ່າຍ, ພ້ອມທັງປຶກສາຫາລືກ່ຽວກັບບັນດາບັນຫາທົ່ວໂລກ.
ການນຳ ລັດເຊຍ ກໍໄດ້ພົບປະກັບທ່ານ ຫຼີຊຽນ ນາຍົກລັດຖະມົນຕີ ຈີນ ແລະ ບັນດາເຈົ້າໜ້າທີ່ ຈີນ, ສຸມໃສ່ປຶກສາຫາລືກ່ຽວກັບບັນດາບັນຫາການຄ້າ ແລະ ເສດຖະກິດ.
ພາຍຫຼັງສິ້ນສຸດການພົບປະສົນທະນາ, ທ່ານປະທານາທິບໍດີ Vladimir Putin ແລະ ທ່ານປະທານປະເທດ ສີຈີ້ນຜິງ ໄດ້ລົງນາມໃນຖະແຫຼງການຮ່ວມ ແນໃສ່ຮັດແໜ້ນສາຍພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດຫຼາຍກວ່າອີກ./.
(ແຫຼ່ງຄັດຈາກ VOV)