• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຈິ່ນ​ແທັງ​ເໝິ້ນ ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ

ຕອນ​ບ່າຍ​ວັນ​ທີ 2 ພຶດ​ສະ​ພາ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຈິ່ນ​ແທັງ​ເໝິ້ນ ໄດ້​ພົບ​ປະ​ກັບ​ທ່ານນາງ Takaichi Sanae ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ພວມ​ຢ້ຽມ​ຢາມ ຫວຽດ​ນາມ ​ຢ່າງ​ເປັນ​ທາງ​ການ.
  ທ່ານ​ນາງ Takaichi Sanae ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ແລະ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ (ພາບ: VOV)  

ທີ່​ການ​ພົບ​ປະ, ການ​ນຳ​ສອງ​ທ່ານ​ໄດ້​ຕີ​ລາ​ຄາ​ສູງ​ບົດ​ບາດ, ​ຄວາມ​ສຳ​ຄັນ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ, ພ້ອມ​ທັງ​ເຫັນ​ດີ​ເປັນ​ເອ​ກະ​ພາບ ​ເພີ່ມ​ທະ​ວີກວ່າ​ອີກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຊຸກ​ຍູ້​ການ​ພົບ​ປະ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ແລະ ລະ​ຫວ່າງ​ບັນ​ດາ​ກຳ​ມາ​ທິ​ການ​ສະ​ເພາະ​ກິດ​ຂອງ​ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ, ກໍ່​ຄື​ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ ແລະ ຮ່ວມ​ມື​ຂອງ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ສອ​ງ​ປະ​ເທດ, ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ໜຸ່ມ, ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ເພດ​ຍິງ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ ​ກໍ່​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ເລື່ອງ​ສະ​ພາ​ແຫ່ງ​ຊາດ ​ຫວຽດ​ນາມ ຊຸດ​ທີ XVI ຈະ​ບູ​ລະ​ນະ​ບັນ​ດາ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ໂດຍ​ໄວ, ໃນ​ນັ້ນ​ ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະພາບ ຫວຽດ​ນາມ ຍີ່​ປຸ່ນ ​ຍາມ​ໃດ​ກໍ​ສວມ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ.

ທ່ານ​ນາງ Takaichi ​ເນັ້ນ​ໜັກ​ວ່າ ຍີ່​ປຸ່ນ ​ສະ​ໜັບ​ສະ​ໜູນ ພາ​ລະ​ກິດ​ແຫ່ງ​ການ​ປະ​ຕິ​ວັດ ແລະ ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ຂອງ ຫວຽດ​ນາມ, ແລະ ຢັ້ງ​ຢືນ​ວ່າ ຍີ່​ປຸ່ນ ປາດ​ຖະ​ໜາ​ຢາກ​ຮ່ວມ​ເດີນ​ທາງ​ກັບ ຫວຽດ​ນາມ​ ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່, ເພີ່ມ​ທະ​ວີ​ການ​ຮ່ວມ​ມື ແລະ ພົບ​ປະ​ແລກ​ປ່ຽນ​ຜ່ານ​ຊ່ອງ​ທາງ​ພັກ, ສະ​ພາ​ແຫ່ງ​ຊາດ​; ສືບ​ຕໍ່​ໜູນ​ຊ່ວຍ ແລະ ຮ່ວມ​ມື​ກັບ ຫວຽດ​ນາມ ຄ້ຳ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ເສດ​ຖະ​ກິດ, ພະ​ລັງ​ງານ, ໃຫ້​ບຸ​ລິ​ມະ​ສິດ​ສູງ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ​ສູງກັບ ​ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

(ແຫຼ່ງຄັດຈາກ VOV)

ໂປ​ໂລຍ ກ່າວ​ເຕືອນ​ໄພ​ແຕກ​ແຫງ​ກັບ ນາ​ໂຕ ພາຍຫຼັງ ອາ​ເມ​ລິ​ກາ ຕັດ​ສິນ​ໃຈ​ຖອນ​ທະ​ຫານ​ອອກ​ຈາກ ເຢຍ​ລະ​ມັນ

ໂປ​ໂລຍ ກ່າວ​ເຕືອນ​ໄພ​ແຕກ​ແຫງ​ກັບ ນາ​ໂຕ ພາຍຫຼັງ ອາ​ເມ​ລິ​ກາ ຕັດ​ສິນ​ໃຈ​ຖອນ​ທະ​ຫານ​ອອກ​ຈາກ ເຢຍ​ລະ​ມັນ

ຄຳ​ກ່າວ​ເຕືອນ​ຂອງທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ໂປ​ໂລຍ ຍົກ​ອອກ​ມາ​ພາຍຫຼັງ​ເວ​ລາ​ພຽງ 2, 3 ຊົ່ວ​ໂມງ​ທີ​ ອາ​ເມ​ລິ​ກາ ຕັດ​ສິນ​ໃຈ​ຖອນ​ທະ​ຫານ​ປະ​ມານ 5000 ຄົນ​ອອກ​ຈາກ ເຢຍ​ລະ​ມັນ.

Top