ໂລກຕ້ອງມຸ່ງໄປເຖິງລະບົບຫຼາຍຂົ້ວ, ໃນນັ້ນຜົນປະໂຫຍດຂອງທຸກຝ່າຍທີ່ເຂົ້າຮ່ວມການພົວພັນສາກົນລ້ວນແຕ່ໄດ້ຄິດໄລ່ເຖິງ ແລະ ຄວາມໝັ້ນຄົງຂອງປະເທດໜຶ່ງບໍ່ໄດ້ຮັບປະກັນດ້ວຍວີທີສ້າງຄວາມເສຍຫາຍຂອງປະເທດອື່ນ.
ທ່ານປະທານາທິບໍດີ Vladimir Putin ກ່າວຄຳປາໄສວາລະປະຊຸມ (ພາບ: ຊິນຮົວ/VNA)
ວັນທີ 01 ຕຸລາ, ທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ ມີບົດກ່າວຄຳປາໄສວາລະປະຊຸມຄົບຄະນະຂອງກອງປະຊຸມປະຈຳປີຄັ້ງທີ 23 ຂອງສະໂມສອນສົນທະນາ Valdai ທີ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ ພາຍໃຕ້ຫົວຂໍ້ "ຄວາມຮັບຜິດຊອບເພື່ອອະນາຄົດ: ຂໍ້ຈຳກັດຂອງຄວາມສາມາດ ຫຼື ຄວາມສາມາດໂດບບໍ່ມີຂອບເຂດຈຳກັດ?" ເຫດການໄດ້ເຕົ້າໂຮມການເຂົ້າຮ່ວມຂອງຜູ້ແທນ 120 ທ່ານທີ່ມາຈາກ 40 ປະເທດ ແລະ ເຂດແຄວ້ນ.
ກ່ຽວກັບຄວາມເປັນລະບຽບຮຽບຮ້ອຍສາກົນ, ທ່ານປະທານາທິບໍດີ Vladimir Putin ຖືວ່າ: ໂລກຕ້ອງມຸ່ງໄປເຖິງລະບົບຫຼາຍຂົ້ວ, ໃນນັ້ນຜົນປະໂຫຍດຂອງທຸກຝ່າຍທີ່ເຂົ້າຮ່ວມການພົວພັນສາກົນລ້ວນແຕ່ໄດ້ຄິດໄລ່ເຖິງ ແລະ ຄວາມໝັ້ນຄົງຂອງປະເທດໜຶ່ງບໍ່ໄດ້ຮັບປະກັນດ້ວຍວີທີສ້າງຄວາມເສຍຫາຍຂອງປະເທດອື່ນ. ເມື່ອເຕື້ອງເຖິງສະຫະປະຊາຊາດ, ທ່ານປະທານາທິບໍດີ Vladimir Putin ສະໜັບສະໜູນການປະຕິຮູບສະຫະປະຊາຊາດຕາມທິດທາງມີຄວາມຍຸຕິທຳກວ່າ. ກ່ຽວກັບການປະທະກັນກັບ ຢູແກຼນ, ທ່ານປະທານາທິບໍດີ ລັດເຊຍ ເນັ້ນໜັກວ່າ, ເປົ້າໝາຍທີ່ຕ້ອງມຸ່ງໄປເຖິງແມ່ນສ້າງເງື່ອນໄຂໃຫ້ແກ່ພື້ນຖານສັນຕິພາບໃນໄລຍະຍາວແທນໃຫ້ຄຳສັ່ງຢຸດຍິງຊົ່ວຄາວ, ພ້ອມກັນນັ້ນ, ຕ້ອງມີບັນດາການຮັບປະກັນດ້ານຄວາມໝັ້ນຄົງ…
(ແຫຼ່ງຄັດຈາກ VOV)