ຂ່າວສານ

ປະທານາທິບໍດີ ລັດເຊຍ ຮຽກຮ້ອງໃຫ້ສ້າງຄວາມເປັນລະບຽບຮຽບຮ້ອຍໂລກຫຼາຍຂົ້ວ

ໂລກຕ້ອງມຸ່ງໄປເຖິງລະບົບຫຼາຍຂົ້ວ, ໃນນັ້ນຜົນປະໂຫຍດຂອງທຸກຝ່າຍທີ່ເຂົ້າຮ່ວມການພົວພັນສາກົນລ້ວນແຕ່ໄດ້ຄິດໄລ່ເຖິງ ແລະ ຄວາມໝັ້ນຄົງຂອງປະເທດໜຶ່ງບໍ່ໄດ້ຮັບປະກັນດ້ວຍວີທີສ້າງຄວາມເສຍຫາຍຂອງປະເທດອື່ນ.
  ທ່ານປະທານາທິບໍດີ Vladimir Putin ກ່າວຄຳປາໄສວາລະປະຊຸມ (ພາບ: ຊິນຮົວ/VNA)  

ວັນທີ 01 ຕຸລາ, ທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ ມີ​ບົດກ່າວຄຳປາໄສ​​ວາ​ລະປະຊຸມຄົບຄະນະຂອງກອງປະຊຸມປະຈຳປີຄັ້ງທີ 23 ຂອງສະໂມສອນສົນທະນາ Valdai ທີ່ນະຄອນຫຼວງ ມົ​ດສະກູ, ສະ​ຫະ​ພັນ ລັດ​ເຊຍ ພາຍໃຕ້ຫົວຂໍ້ "ຄວາມຮັບຜິດຊອບ​ເພື່ອອະນາຄົດ: ​ຂໍ້​ຈຳ​ກັດຂອງຄວາມ​ສາ​ມາດ ຫຼື ຄວາມ​ສາ​ມາດ​ໂດບບໍ່ມີຂອບເຂດຈຳ​ກັດ?" ເຫດການໄດ້​ເຕົ້າ​ໂຮມ​ການ​ເຂົ້​າ​ຮ່ວມ​ຂອງຜູ້ແທນ 120 ​ທ່ານ​ທີ່​ມາຈາກ 40 ປະເທດ ແລະ ເຂດແຄວ້ນ.

ກ່ຽວ​ກັບ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ສາກົນ, ທ່ານ​ປະທານາທິບໍດີ Vladimir Putin ຖື​ວ່າ: ​ໂລກ​ຕ້ອງ​ມຸ່ງ​ໄປ​ເຖິງ​ລະບົບ​ຫຼາຍ​ຂົ້ວ, ​ໃນ​ນັ້ນ​ຜົນ​ປະ​ໂຫຍ​ດຂອງ​ທຸກ​ຝ່າຍ​ທີ່​ເຂົ້າ​ຮ່ວມ​ການ​ພົວພັນ​ສາກົນ​ລ້ວນ​ແຕ່​ໄດ້​ຄິດ​ໄລ່​ເຖິງ ແລະ ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ​ໜຶ່ງ​ບໍ່​ໄດ້​ຮັບປະກັນ​​ດ້ວຍ​ວີ​ທີສ້າງ​ຄວາມ​ເສຍ​ຫາຍ​ຂອງ​ປະ​ເທດ​ອື່ນ. ​​ເມື່ອ​ເຕື້ອງ​ເຖິງ​ສະຫະ​ປະຊາ​ຊາດ, ​ທ່ານປະທານາທິບໍດີ Vladimir Putin ສະໜັບສະໜູນ​ການ​ປະຕິ​ຮູບ​​ສະຫະ​ປະຊາ​ຊາດຕາມ​ທິດ​ທາງ​ມີ​ຄວາມ​ຍຸ​ຕິ​ທຳ​ກວ່າ. ກ່ຽວ​ກັບ​ການ​ປະ​ທະ​ກັນ​ກັບ ຢູ​ແກຼນ, ທ່ານ​ປະທານາທິບໍດີ ລັດ​ເຊຍ ​ເນັ້ນ​ໜັກ​ວ່າ, ​ເປົ້າ​ໝາຍ​ທີ່​​ຕ້ອງ​ມຸ່ງ​ໄປ​ເຖິງ​ແມ່ນ​ສ້າງ​ເງື່ອນ​ໄ​ຂ​ໃຫ້​ແກ່​ພື້ນ​ຖານ​ສັນຕິພາບ​ໃນ​ໄລຍະ​ຍາວ​ແທນ​ໃຫ້​ຄຳ​ສັ່ງ​ຢຸດ​ຍິງ​ຊົ່ວຄາວ, ພ້ອມ​ກັນ​ນັ້ນ, ຕ້ອງມີ​ບັນ​ດາ​ການ​ຮັບປະກັນ​ດ້ານ​ຄວາມ​ໝັ້ນຄົງ…


top