• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເຂົ້າໄວ້ອາໄລສະຫາຍ ໄຊສົມພອນ ພົມວິຫານ

ຕອນບ່າຍວັນທີ 9 ສິງຫາ, ທີ່ນະຄອນຫຼວງວຽງຈັນ, ລາວ, ຄະນະຜູ້ແທນຂັ້ນສູງຂອງພັກ ແລະລັດຫວຽດນາມ ນຳໂດຍທ່ານ ເຈິ່ນແທັງເໝີ້ນ, ກໍາມະການກົມການເມືອງ, ປະທານສະພາແຫ່ງຊາດຫວຽດນາມ, ໄດ້ເຂົ້າໄວ້ອາໄລ, ຂຽນປື້ມໄວ້ອາໄລທ່ານ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດລາວ.

ທີ່ພິທີໄວ້ອາໄລ, ໃນບັນຍາກາດທີ່ເຄັ່ງຂຶມ ແລະສະເທືອນໃຈ, ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ວາງພວງມາລາ ແລະກົ້ມຫົວໄວ້ອາໄລໜຶ່ງນາທີ ເພື່ອອາໄລຫາອະດີດປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ, ຜູ້ເພື່ອນທີ່ສະໜິດສະໜົມ, ຕິດພັນກັບພັກ, ລັດ, ສະພາແຫ່ງຊາດ ແລະປະຊາຊົນຫວຽດນາມ.

ໃນການຂຽນປື້ມໄວ້ອາໄລ, ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ໄດ້ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ການຈາກໄປຂອງອະດີດປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ; ເນັ້ນໜັກວ່ານີ້ແມ່ນການສູນເສຍອັນໃຫຍ່ຫຼວງສຳລັບພັກ, ລັດ, ສະພາແຫ່ງຊາດ ແລະປະຊາຊົນບັນດາເຜົ່າລາວ; ພ້ອມທັງ ຫວຽດນາມ ໄດ້ສູນເສຍຜູ້ເພື່ອນທີ່ຍິ່ງໃຫຍ່, ສະຫາຍທີ່ຈົງຮັກພັກດີ, ຜູ້ທີ່ໄດ້ປະກອບສ່ວນສຳຄັນຫຼາຍຢ່າງໃນການປັບປຸງ ແລະພັດທະນາການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດ ລະຫວ່າງ ຫວຽດນາມ - ລາວ.

ຕາງໜ້າພັກ, ລັດ ແລະປະຊາຊົນຫວຽດນາມ, ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງໄປຍັງພັກ, ລັດ, ສະພາແຫ່ງຊາດ ແລະປະຊາຊົນລາວ ແລະຄອບຄົວຂອງອະດີດປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ.

(ແຫຼ່ງຄັດຈາກ qdnd.vn)

ໄຂ ກອງປະຊຸມ ຄັ້ງທີ IV ຄະນະບໍລິຫານງານ ສູນກາງພັກ ຊຸດທີ XIV

ໄຂ ກອງປະຊຸມ ຄັ້ງທີ IV ຄະນະບໍລິຫານງານ ສູນກາງພັກ ຊຸດທີ XIV

ຕອນເຊົ້າວັນທີ 5 ຕຸລາ2026, ກອງປະຊຸມ ຄັ້ງທີ IV ຄະນະບໍລິຫານງານ ສູນກາງພັກ ຊຸດທີ XIV ໄດ້ ໄຂຂຶ້ນຢ່າງສົມກຽດ ຢູ່ ນະຄອນຫຼວງ ຮ່າໂນ້ຍ.

Top