• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ປະທັບໃຈ ຊິກໂລ ເຫວ້

ນັກທ່ອງທ່ຽວ ເມື່ອມາຍັງນະຄອນ ເຫ້ວ ໄປທ່ຽວຊົມ ທັດສະນີຍະພາບທີ່ສວຍງາມຂອງ ເມືອງຫຼວງເກົ່າ ດ້ວຍລົດ ສາມລໍ້ ຖີບ (ຊິກໂລ) ໄດ້ສ້າງຄວາມຮູ້ສຶກ ປະທັບໃຈ ແລະ ຍາກທ່ີຈະພັນລະນາ. 
ໄປທ່ຽວຊົມທັດສະນີຍະພາບຢູ່ນະຄອນຫຼວງເກົ່າ ດ້ວຍ ຊິກໂລ ຍາມໃດກໍ່ມີຄວາມຮູ້ສຶກທີ່ແປກໆ. ຖ້າບໍ່ເຊື່ອ ພວກ ເພື່ອນລອງນັ່ງຊິກໂລ ເທິງເບາະທ່ີນຸ້ມໆ ແລ້ວໄປ ທ່ຽວຊົມ ນະຄອນ ເຫວ້ ຈັກຮອບເບິ່ງ, ພວກເພື່ອນຈະ ຮັບຮູ້ໄດ້ ຢ່າງຈະແຈ້ງ ຄວາມຮູ້ສຶກສຸດຍອດ ທີ່ຫາຍາກນັ້ນ. 

ນັ່ງ ຊິກໂລ ຂີ່ຊ້າໆ ຕາມເສັ້ນທາງຫຼາຍສາຍທີ່ຮົ່ມເຢັນ ຈາກ ຕົ້ນໝາກຂາມ. ຊິກໂລ ຂີ່ໄປຮອດບ່ອນໃດ ຈະເຫັນ ກຳແພງ, ຖະໜົນຫົນທາງ, ແມ່ນຳ້ລຳເຊ ແລະ ສວນໝາກ ໄມ້ທີ່ສະຫງົບງຽບ ປະກົດຂຶ້ນຢູ່ບ່ອນນັ້ນ, ສິ່ງດັ່ງກ່າວ ເຮັດໃຫ້ທ່ານ ບໍ່ຢາກຈາກໄປ. ເຖິງວ່າ ເປັນນັກທ່ອງທ່ຽວ ຜູ້ເກົ່າ ຫຼື ຜູ້ໃໝ່, ເວລານັ່ງ ຊິກໂລ ໄປທ່ຽວຊົມທັດສະນີ ຍະພາບຢູ່ນະຄອນ ເຫວ້ ຍາມໃດກໍ່ມີຄວາມຮູ້ສຶກ ຄືໄດ້ ກັບເມືອເຮືອນ, ມາຍັງນະຄອນ ເຫວ້ ທີ່ຮັກແພງ ແລະ ໃກ້ຊິດສະໜິດສະໜົມ. 
 

ຊິກໂລ ນໍານັກທ່ອງທ່ຽວໄປທ່ຽວຊົມບັນດາຮ່ອງຮອຍຢູ່ນະຄອນຫຼວງເກົ່າ. 



ຊິກໂລ ນໍານັກທ່ອງທ່ຽວໄປທ່ຽວຊົມບັນດາຮ່ອງຮອຍຢູ່ນະຄອນຫຼວງເກົ່າ. 


ນັກທ່ອງທ່ຽວຍິງ ທ່ີມາຈາກປະເທດ ຝຣັ່ງ ທົດລອງການ ນຳໃຊ້ ລົດ ຊິກໂລ, ເປັນພາຫະນະທີ່ຄົນ ຝຣັ່ງ ປະດິດສ້າງ ຂຶ້ນ ຢູ່ ອິນດູຈີນ ເມື່ອປີ 1939. 


ນັກທ່ອງທ່ຽວຕ່າງປະເທດ ທົດລອງການ ນຳໃຊ້ ລົດ ຊິກໂລ.


ຄວາມງາມຂອງ ຊິກໂລ ໃນງານບຸນ ຢູ່ທ້ອງຖະໜົນ ທີ່ ນະຄອນ ເຫວ້. 


ຮູບພາບລົດ ຊິກໂລ ນໍານັກທ່ອງທ່ຽວ ໄປທ່ຽວຊົມ ຄວາມ ເກົ່າແກ່ ຂອງວັດ ຢ້ຽວເດ໋ ຢູ່ນະຄອນ ເຫວ້. 


ຊິກໂລ ນໍາດອກໄມ້ ໄປເລາະຂາຍຢູ່ຕາມຖະໜົນ ໃນຕົວເມືອງ.​ 


ຊິກໂລ ນໍາດອກໄມ້ ໄປເລາະຂາຍຢູ່ຕາມຖະໜົນ ໃນຕົວເມືອງ.​ 


ຊິກໂລ, ສິ່ງທີ່ລະລຶກຂອງຊາວນະຄອນ ເຫວ້. 

ນັ່ງ ຊິກໂລ ໄປທ່ຽວຊົມທັດສະນີຍະພາບຢູ່ນະຄອນ ເຫວ້ ໃນລະດູໜາວ ກໍ່ມີຈຸດພິເສດໂດຍສະເພາະ. ທ່າມກາງ ບັນຍາກາດຝົນຝອຍ, ຜູ້ຖີບ ຊິກໂລ ເທື່ອໃດກໍ່ ດຶງຜ້າ ກັນ ນໍ້າລົງ ເພື່ອບໍ່ໃຫ້ນັກທ່ອງທ່ຽວປຽກ, ແຕ່ນັກທ່ອງທ່ຽວ ບາງຄົນ ບໍ່ມັກໃຊ້ຜ້າກັນນໍ້າ ເພື່ອຮັບເອົາຄວາມຮູ້ສຶກທີ່ ໜາວເຢັນ ຈາກນໍ້າຝົນຜະເຂົ້າໃສ່ໜ້າ. 

ນັກທ່ອງທ່ຽວບາງຄົນສັງເກດໄດ້ວ່າ ຜູ້ຖີບ ຊິກໂລ ສ່ວນ ຫຼາຍເປັນຄົນບໍ່ມັກເວົ້າ, ແຕ່ເຂົາເຈົ້າເປັນຜູ້ເຄີຍ ຜ່ານຜ່າ ຊີວິດການເປັນຢູ່, ບາງຄົນເຄີຍເປັນ ຄູສອນ ຫຼື ເປັນລັດ ຖະກອນ, ແຕ່ປັດຈຸບັນ ສະພາບມີການປ່ຽນແປງ, ເຂົາ ເຈົ້າທຳອາຊີບ ຖີບ ຊິກໂລ ຮັບໃຊ້ ໃຫ້ແກ່ນັກທ່ອງທ່ຽວ. ສະນັ້ນ ເມື່ອພົບກັບຜູ້ຖີບ ຊິກໂລ ແບບນີ້, ນັກທ່ອງທ່ຽວ ຈະໄດ້ຟັງ ເຂົາເຈົ້າເລົ່າໃຫ້ຟັງທຸກເລື່ອງລາວ ກ່ຽວກັບ ດິນແຫ່ງນີ້, ບາງເລື່ອງ ຖືເປັນເລື່ອງ “ປິດລັບ” ຈາກສະ ໄໝກ່ອນໃນພະລາຊະວັງ ກໍ່ມີ. 

ສຳລັບຊາວນະຄອນ ເຫວ້, ຊິກໂລ ບໍ່ພຽງແຕ່ເປັນ ພາຫະ ນະ ທຳມາຫາກິນຂອງຄົນທຸກຍາກເທົ່ານັ້ນ, ຫາກຍັງ ເປັນພາກສ່ວນໜຶ່ງໃນສິ່ງທີ່ລະລຶກຂອງ ເຫວ້ ໃນສະໄໝ ກ່ອນ ແລະ ປັດຈຸບັນ, ເປັນສັບສົມບັດດ້ານ ວັດທະນະທຳ ຂອງນະຄອນຫຼວງເກົ່າອີກດ້ວຍ. ເພາະສະນັ້ນ ບໍ່ມີໃຜ ກ້າຄິດວ່າ ໃນມື້ໃດໜຶ່ງ, ເທິງເສັ້ນທາງຫຼາຍສາຍ ຂອງ ນະຄອນຫຼວງເກົ່າ ຈະບໍ່ມີ ຊິກໂລ ອີກແລ້ວ. 

ປັດຈຸບັນ, ຈຳນວນ ຊິກໂລ ຢູ່ ເຫວ້ ມີຫຼາຍພັນຄັນ,​ ເຂົາ ເຈົ້າໄດ້ສ້າງຕັ້ງສະມາຄົມ ຊິກໂລ ເພື່ອຮັບໃຊ້ນັກທ່ອງທ່ຽວ ຢ່າງເປັນມືອາຊີບ. ຫວ່າງແລ້ວນີ້, ທ່ານ ຟານຫງອກຖໍ້, ປະທານ ຄະນະກຳມະການ ປະຊາຊົນ ແຂວງ ເທື່ອທຽນ ເຫວ້ ໃຫ້ຮູ້ວ່າ ແຂວງພວມສ້າງແຜນ “ວັດທະນະທຳ ຊິກໂລ ເຫວ້”. ບັນດາສະມາຊິກ ຂອງສະມາຄົມ ຊິກໂລ ທ່ີຮັບໃຊ້ບໍລິການທ່ອງທ່ຽວ ເຫວ້ ຈະໄດ້ຮຽນພາສາ ແລະ ຝຶກອົບຮົບວິຊາອາຊີບ, ການປະພຶດໃນເວລາເຮັດວຽກ ເພື່ອສ້າງເຄື່ອງໝາຍການຄ້າ ຊິກໂລ ເຫວ້ ທີ່ເປັນມິດ, ຮັກແຂກແພງຄົນ, ເປັນມືອາຊີບ ແລະ ໜ້າໄວ້ເນື້ອເຊື່ອໃຈ. 
 
ບົດ ແລະ ພາບ: ແທງຮ່ວາ

Bài và ảnh: Thanh Hoà

ມະຫັດສະຈັນ ຕາເທບພະເຈົ້າ ແຫ່ງພູເຂົາ

ມະຫັດສະຈັນ ຕາເທບພະເຈົ້າ ແຫ່ງພູເຂົາ

ຕັ້ງຢູ່ແຄມໜອງ ນໍ້າຈາ໊ ຂອງ ເມືອງ ຈຸ່ງແຄ໋ງ (ແຂວງ ກາວບັ່ງ), ທັດສະນີຍະພາບ ມັດເທິ່ນໜຸຍ (ຕາເທບພະເຈົ້າ ແຫ່ງພູເຂົາ) ທ່ີສວຍງາມ ແບບທໍາມະຊາດ ແລະ ໃຫຍ່ໂຕມະໂຫຖານ ໄດ້ ຖືວ່າ ເປັນພູເຂົາ ທີ່ສວຍງາມ ແລະ ແປກປະຫຼາດ ຂອງ ຫວຽດ ນາມ, ໄດ້ດຶງດູດນັກທ່ອງທ່ຽວ ໃຫ້ມາທ່ຽວຊົມ ແລະ ຄົ້ນຫາ ເປັນຈຳນວນຫຼວງຫຼາຍ.

Top