ຢູ່ ໂຮ້ຍອາຍ, ທ່ານ ດໍ້ ໄດ້ມີຊື່ສຽງໂດ່ງດັງ ຊຶ່ງຊາວທ້ອງຖິ່ນ ສ່ວນຫຼາຍຕ່າງກໍ່ຮູ້ຈັກ, ເພິ່ນມີຄວາມສາມາດໃນການ ແກະ ສະຫຼັກຮູບດ້ວຍ ເຫງົ້າໄມ້ໄຜ່ ທ່ີສວຍງາມ, ຍາກທີ່ຈະມີໃຜ ເຮັດໄດ້ຄືເພິ່ນ. ໜັງສືພິມຢູ່ພາກໃຕ້ ແລະ ພາກເໜືອ ມາຂຽນ ບົດ ແລະ ຂ່າວກ່ຽວກັບເພິ່ນກໍ່ຫຼາຍ.
ສຳລັບຫຼາຍຄົນ, ເຫງົ້າໄມ້ໄຜ່ ເປັນເຄື່ອງປະຖິ້ມ ຫຼື ນຳໃຊ້ ເປັນຟືນ ຂອງ ປະຊາຊົນຜູ້ທຸກຍາກ, ແຕ່ສຳຫຼັບ “ດໍ້ ເຫງົ້າໄມ້ ໄຜ່” ມັນເປັນສິ່ງທີ່ຫາຍາກ, ໄດ້ນຳໃຊ້ເພື່ອປະດິດອອກມາ ບັນດາ ຜົນງານການປະດິດແຕ່ງດ້ານສິລະປະ ໜຶ່ງບໍ່ມີສອງ.
ແຕ່ກ່ອນ ເພິ່ນທຳອາຊີບຊ່າງໄມ້, ທ່ານ ດໍ້ ເຄີຍຮຽນອາຊີບ ນຳ ບັນດານາຍຊ່າງຜູ້ທີ່ມີຊື່ສຽງຢູ່ໝູ່ບ້ານອາຊີບຊ່າງໄມ້ ກີມ ບົ່ງ ຢູ່ ໂຮ້ຍອານ. ເພິ່ນຮູ້ຈັກກັບອາຊີບແກະສະຫຼັກ ດ້ວຍ ເຫງົ້າໄມ້ໄຜ່ ໂດຍຄວາມບັງເອີນ. ປີ 1999, ໂຮ້ຍອານ ປະ ສົບໄພນຳ້ຖ້ວມຢ່າງໜັກໜ່ວງ, ທ່ານ ດໍ້ ນັ່ງຢູ່ໃນເຮືອນ ເພິ່ນ ເຫັນເຫງົ້າໄມ້ໄຜ່ ຈຳນວນໜຶ່ງ ໄຫຼເຂົ້າມາ ຕໍ່ໜ້າປະຕູ, ເພິ່ນ ເກັບ ຂຶ້ນມາເບິ່ງ ເຫັນມີຮູບຊົງທ່ີແຕກຕ່າງກັນ, ສະນັ້ນເພິ່ນ ຈຶ່ງເກີດແນວຄວາມຄິດ ແກະສະຫຼັກຮູບດ້ວຍ ເຫງົ້າໄມ້ໄຜ່. ພາຍຫຼັງການ ທົດລອງເຮັດໄປມາ ຫຼາຍເທື່ອ, ສຸດທ້າຍ ເພິ່ນ ເຮັດສຳເລັດ, ຈາກນັ້ນເພິ່ນມີຄວາມ ສະໜິດຕິດພັນກັບ ອາ ຊີບ ແກະສະຫຼັກຮູບດ້ວຍ ເຫງົ້າໄມ້ໄຜ່ ຈົນເຖິງປັດຈຸບັນ.

ນາຍຊ່າງ ຮວິ່ນເຟືອງດໍ້, ຜູ້ທີ່ສ້າງຊື່ສຽງໂດ່ງດັງ ດ້ວຍຄວາມ ສາມາດໃນການ ແກະສະຫຼັກຮູບ ດ້ວຍເຫງົ້າໄມ້ໄຜ່ ຢູ່ຖະໜົນ
ໂຮ້ຍອານ. ພາບ: ແທງຮ່ວາ/VNP

ສະຖານທີ່ເຮັດວຽກ ແລະ ເປັນບ່ອນຂາຍເຄື່ອງຂອງທ່ານ ດໍ້ ຢູ່ຕະຫຼາດ ໂຮ້ຍອານ. ພາບ: ແທງຮ່ວາ/VNP

ຮູບແກະສະຫຼັກ ດ້ວຍເຫງົ້າໄມ້ໄຜ່ສ່ວນຫຼາຍໄດ້ເຮັດ ຈາກເຫງົ້າໄມ້ໄຜ່ຊຸດໜຶ່ງ. ພາບ: ແທງຮ່ວາ/VNP

ເຄື່ອງມືຮັບໃຊ້ໃຫ້ແກ່ອາຊີບແກະສະຫຼັກຮູບ ດ້ວຍ ເຫງົ້າໄມ້ໄຜ່. ພາບ: ແທງຮ່ວາ/VNP

ນັກທ່ອງທ່ຽວຮູ້ສຶກປະທັບໃຈຕໍ່ການແກະສະຫຼັກຮູບ ດ້ວຍເຫງົ້າໄມ້ໄຜ່ ຂອງທ່ານ ດໍ້. ພາບ: ແທງຮ່ວາ/VNP

ນັກທ່ອງທ່ຽວຕ່າງປະເທດຮູ້ສຶກປະທັບໃຈ ຕໍ່ການໂອ້ລົມກັນດ້ວຍພາສາ ອັງກິດ ຂອງທ່ານ ດໍ້. ພາບ: ແທງຮ່ວາ/VNP

ນັກທ່ອງທ່ຽວ ຍີ່ປຸ່ນ ຮູ້ສຶກແປກໃຈ ເມື່ອພົບເຫັນຢູ່ ໂຮ້ຍ ອານ ມີນາຍຊ່າງຄົນໜຶ່ງໄດ້ທຳອາຊີບ ແກະສະຫຼັກ ຮູບດ້ວຍ ເຫງົ້າໄມ້ໄຜ່ ທີ່ສວຍງາມ. ພາບ: ແທງຮ່ວາ/VNP

ໃນທຸກໆ ຕອນເຊົ້າ, ວຽກງານທໍາອິດ ຂອງ ທ່ານ ດໍ້ ແມ່ນ ນຳຮູບແກະ ສະຫຼັກດ້ວຍເຫງົ້າໄມ້ໄຜ່ ມາວາງຢູ່ຕໍ່ໜ້າຮ້ານເພື່ອ ຂາຍໃຫ້ແກ່ນັກ ທ່ອງທ່ຽວ. ພາບ: ແທງຮ່ວາ/VNP |
ທ່ານ ດໍ້ ໃຫ້ຮູ້ວ່າ ເຫງົ້າໄມ່ໄຜ່ ແຕ່ລະເຫງົ້າ ຕ່າງກໍ່ມີຄວາມ ແຂງແກ່ນ ແລະ ມີຮາກຫຼາຍ, ສະນັ້ນເໝາະກັບການແກະສະ ຫຼັກ ຮູບບັນດາຕົວລະຄອນຕ່າງໆ ເຊັ່ນ: ເທວະດາ, ບູລຸດຜູ້ທີ່ ມີ ຊື່ສຽງ, ພະພຸດທະເຈົ້າ, ລາຮ໋ານ, ພະດາດມາ, ພະຢີລັກ, ກວານອູ, ຈາງໄຟ, ເຈິ່ນຮຶງດ້າວ ແລະ ອື່ນໆ.
ທ່ານ ດໍ້ ໃຫ້ຮູ້ວ່າ ເຕັກນິກການແກະສະຫຼັກຮູບດ້ວຍ ເຫງົ້າ ໄມ້ໄຜ່ ບໍ່ແມ່ນເລື່ອງຍາກ, ມັນມີຄວາມປະທັບໃຈ ແລະ ສະແດງ ໃຫ້ເຫັນລັກສະນະ ບຸກຄະລິກ ຂອງ ນາຍຊ່າງ ຢ່າງສູງ. ແຕ່ວ່າ ເພື່ອໃຫ້ມີຜະລິດຕະພັນ ໜຶ່ງມີຄວາມ ສວຍງາມ ແລະ ມີຊີວິດຊີວາ, ນາຍຊ່າງຕ້ອງຮູ້ນໍາໃຊ້ ບັນດາ ລວດລາຍທຳມະຊາດ ຂອງ ເຫງົ້າໄມ້ໄຜ່, ເປັນຕົ້ນແມ່ນຮາກ, ພຽງແຕ່ແກະຢູ່ບາງ ຈຸດ ກໍ່ຈະສະແດງໃຫ້ເຫັນຢ່າງຈະແຈ້ງ ວາດຊົງ ຂອງ ຕົວລະຄອນ.
ພິເສດ, ການເລືອກຕົວລະຄອນ ເພື່ອແກະສະຫຼັກ ຈະຕັດສິນ ເຖິງຜົນສຳເລັດ ຂອງ ຜະລິດຕະພັນ, ເພາະວ່າ ເຫງ້າ ໄມ້ໄຜ່ ຈະມີຮູບຊົງທຳມະຊາດ ທ່ີແຕກຕ່າງກັນ, ສະນັ້ນຕ້ອງມີ ການ ຄິດໄລ່, ເລືອກຕົວລະຄອນ ທີ່ມີລວດລາຍໃບໜ້າ ໃຫ້ເໝາະ ສົມ ກັບຮູບຊົງທຳມະຊາດໃນຂັ້ນຕົ້ນຂອງເຫງົ້າໄມ້ໄຜ່ ຈຶ່ງສາ ມາດ ເຮັດໄດ້. ເພາະສະນັ້ນ, ຮູບແກະສະຫຼັກ ດ້ວຍເຫງົ້າ ໄມ້ ໄຜ່ ແມ່ນຜະລິດຕະພັນ ທ່ີມີແຕ່ໜຶ່ງດຽວ ເທົ່ານັ້ນ, ບໍ່ມີອັນໃດ ຄື ກັບອັນໃດ, ສະນັ້ນມັນຈຶ່ງດຶງດູດໃຈ ຜູ້ນິຍົມເປັນຢ່າງຍິ່ງ.

ຮູບແກະສະຫຼັກ ດ້ວຍເຫງົ້າໄມ້ໄຜ່ ແມ່ນຜະລິດຕະພັນ ທ່ີ ມີແຕ່ໜຶ່ງດຽວເທົ່ານັ້ນ, ບໍ່ມີອັນໃດ ຄື ກັບອັນໃດ. ພາບ: ແທງຮ່ວາ/VNP

ຮູບຫົວມັງກອນ ໄດ້ແກະສະຫຼັກດ້ວຍເຫງົ້າໄມ້ໄຜ່. ພາບ: ແທງຮ່ວາ/VNP

ຮູບ ພະ ຢີລັກ ໄດ້ແກະສະຫຼັກ ດ້ວຍເຫງົ້າໄມ້ໄຜ່. ພາບ: ແທງຮ່ວາ/VNP

ຄວາມສວຍງາມແບບພິເສດຂອງຮູບແກະສະຫຼັກດ້ວຍ ເຫງົ້າໄມ້ໄຜ່ຊຸດໜຶ່ງຂອງທ່ານ ດໍ້. ພາບ: ແທງຮ່ວາ/VNP

ເຫງົ້າໄມ້ໄຜ່ ຈະຮັກສາໄດ້ ໜວດ, ຜົມທີ່ສວຍງາມ ຂອງຮູບແກະສະຫຼັກ. ພາບ: ແທງຮ່ວາ/VNP |
ເກືອບ 20 ປີ ຢຶດອາຊີບແກະສະຫຼັກຮູບດ້ວຍ ເຫງົ້າໄມ້ໄຜ່, ປັດຈຸບັນ ນາຍຊ່າງ ຮວິ່ນເຟືອງດໍ້ ບໍ່ພຽງແຕ່ເຮັດໃຫ້ຊີວິດຂອງຕົນດີຂຶ້ນເທົ່ານັ້ນ, ຫາກຍັງຖ່າຍທອດອາຊີບດັ່ງກ່າວ ໃຫ້ແກ່ ນາຍຊ່າງໜຸ່ມຫຼາຍຄົນ, ຊ່ວຍໃຫ້ເຂົາເຈົ້າມີວຽກເຮັດງານທຳ ຢ່າງໝັ້ນຄົງອີກດ້ວຍ. ຜະລິດຕະພັນຮູບແກະສະຫຼັກ ຈາກ ເຫງົ້າ ໄມ້ໄຜ່ ຂອງເພິ່ນ ພ້ອມກັບຜະລິດຕະພັນຫັດຖະກຳ ມູນເຊື້ອ ທີ່ມີຊື່ສຽງຈຳນວນໜຶ່ງ ຂອງ ໂຮ້ຍອາຍ ຄື: ໂຄມໄຟ, ເຄື່ອງໄມ້ ກິມບົ່ງ, ເຄື່ອງປັ້ນດິນເຜົາ ແທງຮ່າ... ປະກອບສ່ວນ ສ້າງເປັນ ຂອງທີ່ລະນຶກສະເພາະ ຂອງວັດທະນະທຳ ໂຮ້ຍ ອານ, ຊ່ວຍໂຄສະນາເພີ່ມເຕີມ ໃຫ້ແກ່ແຖບດິນທີ່ເປັນ ມໍລະ ດົກໂລກ ມາຍັງ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ອີກດ້ວຍ.